ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບ 7 ສົບ ຢູ່ທາງເໜືອຂອງອີຕາລີ ໃນເຂດຊາຍແດນ ຕິດກັບຝຣັ່ງ ຫລັງຈາກມີພາຍຸແຮງ


ເຮືອບິນເຮລີຄອບເຕີຂອງພວກດັບເພີງກໍາລັງບິນເຫວີ່ນກວດເບິ່ງເຂດທີ່ຖືກນໍາຖ້ວມຢູ່ເມືອງ Ornavasso, ໃນເຂດ Piedmont ທາງພາກເໜືອຂອງອີຕາລີ, ວັນທີ 4 ຕຸລາ 2020
ເຮືອບິນເຮລີຄອບເຕີຂອງພວກດັບເພີງກໍາລັງບິນເຫວີ່ນກວດເບິ່ງເຂດທີ່ຖືກນໍາຖ້ວມຢູ່ເມືອງ Ornavasso, ໃນເຂດ Piedmont ທາງພາກເໜືອຂອງອີຕາລີ, ວັນທີ 4 ຕຸລາ 2020

ໄດ້ພົບສົບຄົນເສຍຊີວິດ 7 ສົບ ຢູ່ໃນຂົງເຂດທີ່ຕິດກັບຊາຍແດນ ຝຣັ່ງ-ອີຕາລີ ໃກ້ກັບເມືອງນີສ (Nice) ໃນວັນອາທິດວານນີ້ ຫລັງຈາກຝົນຕົກແຮງ ທີ່ໄດ້ພັດຊຸເອົາບ້ານເຮືອນ ແລະຖະໜົນຫົນທາງໄປ, ອີງຕາມຄຳເວົ້າເຈົ້າໜ້າທີ່ຂອງທັງສອງປະເທດ ຕາມລາຍງານຂອງອົງການຂ່າວຣອຍເຕີ້.

5 ສົບໃນນັ້ນໄດ້ຖືກຄົ້ນພົບຢູ່ທາງທິດຕາເວັນຕົກສຽງເໜືອຂອງອີຕາລີ, ຊຶ່ງລວມມີ 4 ສົບ ທີ່ຖືກພັດໄປຄ້າງຢູ່ແຄມຝັ່ງທະເລ ລະຫວ່າງເມືອງວັງຕີມິກລາ (Ventimiglia) ແລະຊັງໂຕ ສເຕຟາໂນ ອາລ ແມຣ໌ (Santo Stefano al Mare) ໃກ້ກັບຊາຍແດນຝຣັ່ງ. ສົບຈໍານວນນຶ່ງໃນນັ້ນອາດຈະຖືກພັດລົງມາຫາຝັ່ງທະເລຈາກຝຣັ່ງ.

ອີກສອງສົບໄດ້ຖືກພົບເຫັນຢູ່ໃນປະເທດຝຣັ່ງ, ລວມທັງຜູ້ເປັນຄົນຍາມທີ່ຖືກຄົ້ນພົບໂດຍທີມຄົ້ນຫາແລະກູ້ໄພອີຕາລີ. ສົບຂອງຄົນອື່ນອີກໄດ້ຖືກພົບເຫັນຢູ່ໃນລົດຄັນນຶ່ງທີ່ຖືກນໍ້າພັດໄປຍ້ອນນໍ້າຖ້ວມກະທັນຫັນຢູ່ໃນບ້ານ ແຊງ ມາກຕິນ ເວຊີບີເອ (Saint-Martin-Vésubie).

ມັນເຮັດໃຫ້ຈຳນວນຮອດເກົ້າຄົນແລ້ວທີ່ເສຍຊີວິດຫຼັງຈາກມີຝົນຕົກແຮງ ແລະລົມແຮງໄດ້ພັດເຂົ້າຖະຫລົ່ມເຂດຊາຍແດນແຫ່ງນັ້ນໃນວັນສຸກຜ່ານມາ. ເຈົ້າໜ້າທີ່ດັບເພີງຂອງຝຣັ່ງກ່າວວ່າ ມີອີກ 21 ຄົນຫາຍສາບສູນ, ໃນນັ້ນ 8 ຄົນຮູ້ວ່າແມ່ນມີຜົນກະທົບໂດຍກົງມາຈາກລົມພາຍຸ.

ສະພາບອາກາດທີ່ບໍ່ດີດັ່ງກ່າວໄດ້ສ້າງຄວາມເສຍຫາຍເປັນຈຳນວນຫຼາຍລ້ານເອີໂຣ, ໂດຍທີ່ມີຂົວ, ຖະໜົນ ຫຼາຍເສັ້ນຖືກພັດໄປໃນອີຕາລີ, ແລະຖະໜົນໃນບາງເມືອງກໍ່ເຕັມໄປດ້ວຍຂີ້ເຫຍື້ອ, ຂີ້ຕົມ ແລະລົດທີ່ຖືກຫັກພັງ.

ບັນດາເຈົ້າໜ້າທີ່ໃນຂົງເຂດປີເອມັນທ໌ (Piedmont) ລາຍງານວ່າຝົນຕົກໜັກປະມານ 630 ມິນລີແມັດ (ຫລື 24,8 ນີ້ວ) ໃນ 24 ຊົ່ວໂມງຢູ່ໃນເມືອງ ຊໍາບູແກັດໂຕ (Sambughetto), ໃກ້ກັບປະເທດສະວິດເຊີແລນ, ເຊິ່ງຫຼາຍກວ່າເຄິ່ງນຶ່ງຂອງປະລິມານນໍາຝົນສະເລ່ຍໃນແຕ່ລະປີ.

ໃນເມືອງລີມົງປີເອມັນທ໌ (Limone Piemonte), ເຮືອນສາມຊັ້ນໄດ້ຖືກພັດໃຫ້ຖອນອອກຈາກຮາກຖານຂອງມັນແລະພັດໄປຕົກລົງໃນແມ່ນໍ້າ. ຢູ່ໃນບ້ານຕານາໂຣ (Tanaro) ທີ່ຢູ່ໃກ້ໆນັ້ນ, ນໍ້າຖ້ວມໄດ້ທຳລາຍສຸສານຂອງທ້ອງຖິ່ນ, ກວາດເອົາໂລງສົບຫຼາຍສິບອັນໄປ.

ໃນປະເທດຝຣັ່ງ, ເຈົ້າໜ້າທີ່ດັບເພີງເກືອບ 1,000 ຄົນໄດ້ຖືກເກນເອົາໄປເຮັດວຽກຢູ່ໃນເຂດອາລເປິ-ມາຣີຕີມ (Alpes-Maritimes) ເພື່ອຊອກຫາຄົນຫາຍສາບສູນແລະຟື້ນຟູການສື່ສານຄືນໃໝ່. ອຳນາດການປົກຄອງທ້ອງຖິ່ນກ່າວວ່າ, ໂຮງຮຽນປະຖົມ ແລະມັດທະຍົມຫລາຍກວ່າ 20 ແຫ່ງຢູ່ໃນພື້ນທີ່ນັ້ນຖືກປິດໄວ້ຈົນກວ່າຈະມີການແຈ້ງການເພີ່ມເຕີມ, ອີງຕາມອຳນາດການປົກຄອງທ້ອງຖິ່ນ.

ນາຍົກລັດຖະມົນຕີ ຊັງ ກາສເຕັກສ໌ (Jean Castex) ກ່າວໃນວັນເສົາຜ່ານມາວ່າ ຝົນຕົກໃນປະລິມານທີ່ສູງເຖິງ 500 ມິນລີແມັດ ( ຫລື 19,5 ນີ້ວ) ໄດ້ຕົກລົງໃນເວລາບໍ່ຮອດ 10 ຊົ່ວໂມງ, ຊຶ່ງເປັນປະລິມານໍ້ນາຝົນ ທີ່ບໍ່ເຄີຍມີມາກ່ອນນັບຕັ້ງແຕ່ໄດ້ເລີ້ມມີການບັນທຶກມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG