ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 7 ຄົນ ທີ່ພົວພັນ ກັບການແຫກຄຸກ ຂອງລາຊາຄ້າ ຢາເສບຕິດ ຖືກຈັບກຸມ


ໃນພາບທີ່ອະທິໄອຍາການ ແມັກຊິໂກມອບໃຫ້ນີ້ ສະແດງໃຫ້ເຫັນວ່າ ບັນດາເຈົ້າໜ້າທີ່ ພວມກວດສອບ
ທາງອອກຂອງອຸມໂມງ ທີ່ພວກເຂົາອ້າງວ່າ ເປັນບ່ອນທີ່ ລາຊາຄ້າຢາເສບຕິດ Joaquin "El Chapo" Guzman ໃຊ້ເພື່ອໂຕນໜີ ອອກຈາກຄຸກ Altiplano ທີ່ຮັກສາຄວາມປອດໄພຢ່າງເຄັ່ງຄັດ ໃນເມືອງ Almoloya, ທາງພາກຕາເວັນຕົກ ຂອງນະຄອນຫຼວງ Mexico City, ວັນທີ 12 ກໍລະກົດ 201
ໃນພາບທີ່ອະທິໄອຍາການ ແມັກຊິໂກມອບໃຫ້ນີ້ ສະແດງໃຫ້ເຫັນວ່າ ບັນດາເຈົ້າໜ້າທີ່ ພວມກວດສອບ ທາງອອກຂອງອຸມໂມງ ທີ່ພວກເຂົາອ້າງວ່າ ເປັນບ່ອນທີ່ ລາຊາຄ້າຢາເສບຕິດ Joaquin "El Chapo" Guzman ໃຊ້ເພື່ອໂຕນໜີ ອອກຈາກຄຸກ Altiplano ທີ່ຮັກສາຄວາມປອດໄພຢ່າງເຄັ່ງຄັດ ໃນເມືອງ Almoloya, ທາງພາກຕາເວັນຕົກ ຂອງນະຄອນຫຼວງ Mexico City, ວັນທີ 12 ກໍລະກົດ 201

ບັນດາ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ ຂອງ​ລັດຖະບານກາງ​
ແມັກ​ຊິກ​ໂກ ກ່າວ​ວ່າ ​ເຈັດ​ຄົນ​ຜູ້​ທີ່​ກຳ​ລົງ​ຖືກ​ສອບ​ປາ​ກຄຳ ​
ໃນ​ການ​ແຫກ​ຄຸກ ຂອງ​ລາຊາ​ຄ້າ​ຍາ​ເສບ​ຕິດ ນາຍ Joaquin
“El Chapo” Guzman ​ໄດ້​ຖືກເຈົ້າໜ້າ​ທີ່ ຈັບ​ຕົວຢ່າງ​ເປັນ
​ທາງ​ການ ​ແລະ ຖືກ​ນຳ​ຕົວ​ໄປ​ຂັງ​ໄວ້ ​ເພື່ອ​ລໍຖ້າ​ການ​ກ່າວ​ຟ້ອງ
​ຕໍ່​ໄປ.

ບັນດາ​ເຈົ້າໜ້າທີ່ ​ໄດ້​ສອບ​ປາກຄຳ ບັນດາ​ພະນັກງານ​ຢາມ​ຄຸກ
​ແລະ​ເຈົ້າໜ້າ​ທີ່ ຈຳນວນຫຼາຍກວ່າ 30 ຄົນ ຕັ້ງ​ແຕ່​ໄດ້​ມີ​ການ
ໂຕນ​ໜີຈາກ​ຄຸກ.

ຕຳຫລວດ​ແມັກ​ຊິກ​ກັນ ​ຍັງໄດ້ປະຕິບັດ​ການ​ ຕາມລ່າ​ຫານັກໂທດ​ດັ່ງກ່າວ​ຢ່າງ​ກວ້າງຂວາງ
​ໃນ​ທົ່ວ​ປະ​ເທດ ຍັງເພີ້​ມກຳລັງ​ຄວາມປອດ​ໄພ ຢູ່​ຕາມຊາຍ​ແດນ ​ແລະ ​ປິດສະໜາມ​ບິນ​ສາກົນ ນອກ​ເໜືອໄປຈາກ ດ່ານກວດກາ​ຕ່າງໆ.

​ແຕ່​ວ່າ​ຍັງ​ບໍ່ມີ​ຮ່ອງຮອຍ​ຂອງ​ນັກ​ໂທດທີ່​ໂຕນ​ໜີ ນາຍ Guzman ​ເຊິ່ງ​ໄດ້​ຖືກ​ພິຈາ​ລະ​ນາ​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ຄົນ​ທີ່​ລ້ຳລວຍ​ທີ່​ສຸດ​ໃນ​ໂລກ ​ແລະ ກໍ​ເປັນ​ລາຊາ​ຄ້າ​ຢາ​ເສບຕິດ ​ທີ່​ມີ​ອຳນາດ​ທີ່​ສຸດ​ໃ​ນ​ໂລກ ກ່ອນ​ຜູ້ກ່ຽວ​ຈະ​ຖືກ​ຈັບ​ໂຕ ​ໃນ​ປີ​ທີ່​ຜ່ານ​ມາ.​

ນາຍ Guzman ​ໄດ້ໂຕນໜີອອກຈາກ​ເຮືອນ​ຈຳ Altiplano ປະ​ມານ​ເກົ້າສິບ​ກິ​ໂລ​ແມັດ​
ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນຫຼວງ ​ແມັກ​ຊິ​ໂກ້ ຊີ​ຕີ້ ​ໃນ​ວັນ​ທີ 11 ກໍລະກົດ ຜ່ານ​ມາ
ຫຼັງຈາກ ທີ່​ໄດ້​ຖືກ​ຄຸມ​ຂັງ​ໃນ​ຄຸກ​ດັ່ງກ່າວມາ ​ເປັນ​ເວລາ 17 ​ເດືອນ​ແລ້ວ.

Mexico Escape
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG