ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ COVID-19 ຂອງ ອັອກສຝອດ-ອາສຕຣາເຊເນກາ ປະເຊີນກັບ ອຸປະສັກ


ພະນັກງານສາທາລະນະສຸກຖືກ່ອງທີ່ບັນຈຸຢາວັກຊີນຕ້ານໄວຣັສໂຄໂຣນາຂອງບໍລິສັດ AstraZeneca ໃນລະຫວ່າງການສັກຢາໃຫ້ຄົນຊະລາຢູ່ ປາແລັສໄຕນ໌ ຢູ່ໂຮງໝໍ ເຈນິນ, ໃນເຂດ ເວັສແບັ້ງ ທີ່ຖືກຄວບຄຸມໂດຍ ອິສຣາແອລ. 22 ມີນາ, 2021.
ພະນັກງານສາທາລະນະສຸກຖືກ່ອງທີ່ບັນຈຸຢາວັກຊີນຕ້ານໄວຣັສໂຄໂຣນາຂອງບໍລິສັດ AstraZeneca ໃນລະຫວ່າງການສັກຢາໃຫ້ຄົນຊະລາຢູ່ ປາແລັສໄຕນ໌ ຢູ່ໂຮງໝໍ ເຈນິນ, ໃນເຂດ ເວັສແບັ້ງ ທີ່ຖືກຄວບຄຸມໂດຍ ອິສຣາແອລ. 22 ມີນາ, 2021.

ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກບໍລິສັດ ອາສຕຣາເຊເນກາ (AztraZeneca) ໄດ້ກ່າວວ່າ ການທົດ ລອງຂັ້ນສຸດທ້າຍຂອງຢາວັກຊີນ COVID-19 ຂອງເຂົາເຈົ້າໄດ້ພິສູດໃຫ້ເຫັນວ່າມັນມີປະສິດທິ ພາບ 100 ເປີເຊັນຕ້ານເຊື້ອໂຣກທີ່ຮ້າຍແຮງ ແລະ ການເຂົ້າໂຮງໝໍນັ້ນ,” ກຸ່ມກວດກາຂອງລັດຖະ ບານ ສະຫະລັດ ທີ່ສຳຄັນກຸ່ມນຶ່ງໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຂໍ້ມູນຂອງບໍລິສັດຜະລິດຢາດັ່ງກ່າວ.

ຄະນະກຳມະການຕິດຕາມຂໍ້ມູນ ແລະ ຄວາມປອດໄພ, ເຊິ່ງແມ່ນບໍລິສັດລູກຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ, ໄດ້ອອກຖະແຫຼງການສະບັບນຶ່ງໃນຕອນເຊົ້າວັນອັງຄານວານນີ້ວ່າ ບໍລິສັດເພສັດສະກຳ ອັງກິດ-ສວີເດັນ ດັ່ງກ່າວ “ອາດໄດ້ລວມເອົາຂໍ້ມູນທີ່ຫຼ້າຫຼັງ” ຈາກການທົດລອງທາງການແພດໄລຍະສຸດທ້າຍ, “ເຊິ່ງອາດໄດ້ສະໜອງທັດສະນະຄະຕິທີ່ບໍ່ສົມບູນ ກ່ຽວ ກັບ ຂໍ້ມູນຄວາມມີປະສິດທິພາບນັ້ນ.”

ບໍລິສັດ AztraZeneca ໄດ້ກ່າວໃນວັນຈັນທີ່່ຜານມາວ່າ ການວິເຄາະ ກ່ຽວກັບ ຄວາມປອດໄພ ແລະ ປະສິດທິພາບຂອງຢາວັກຊີນຂອງເຂົາເຈົ້າ, ທີ່ຖືກພັດທະນາຮ່ວມກັນກັບມະຫາວິທະຍາໄລ ອັອກສຝອດ ຂອງ ອັງກິດ, ແມ່ນໄດ້ອີງໃສ່ ຜູ້ເຂົ້າຮ່ວມຫຼາຍກວ່າ 30,000 ຄົນໃນການທົດລອງຢູ່ ສະຫະລັດ. ບັນດານັກຄົ້ນຄວ້າຢູ່ ອັອກສຝອດ ຍັງໄດ້ກ່າວວ່າຢາວັກຊີນດັ່ງກ່າວແມ່ນມີປະສິດທິ ພາບ 79 ເປີເຊັນ ຕໍ່ການປ້ອງກັນໄວຣັສໂຄໂຣນາທີ່ສະແດງອາການ.

ຄະນະກຳມະການຕິດຕາມຂໍ້ມູນ ແລະ ຄວາມປອດໄພ ໄດ້ຮຽກຮ້ອງໃຫ້ບໍລິສັດ AztraZeneca ເຮັດວຽກກັບມັນເພື່ອທົບທວນຂໍ້ມູນ ແລະ “ຮັບປະກັນຄວາມ ແນ່ນອນທີ່ສຸດ, ແລະ ເປີດເຜີຍຂໍ້ມູນຄວາມມີປະສິດທິພາບຫຼ້າສຸດຕໍ່ສາທາລະນະໃຫ້ໄວເທົ່າທີ່ຈະໄວໄດ້.”

ຖະແຫຼງການຈາກຄະນະກຳມະການ ຂອງຜູ້ຊ່ຽວຊານອິດສະຫຼະດັ່ງກ່າວແມ່ນຄວາມລົ້ມແຫຼວຄັ້ງຫຼ້າສຸດສຳລັບຢາວັກຊີນຂອງ ອັອກສຝອດ ແລະ AztraZeneca, ເຊິ່ງໄດ້ປະສົບບັນຫາໃນການນຳອອກໃຊ້.

ຫຼາຍປະເທດໃນຢູໂຣບ ໄດ້ຢຸດການໃຊ້ມັນເມື່ອບໍ່ດົນມານີ້ ຍ້ອນການລາຍງານທີ່ວ່າມັນກ່ຽວຂ້ອງກັບເລືອດກ້າມໃນຜູ້ນຳໃຊ້ ແລະ ປະເທດ ອາຟຣິກາໃຕ້ ກໍໄດ້ຢຸດໃຊ້ຢາວັກຊີນດັ່ງກ່າວ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ຄວາມມີປະສິດທິພາບຂອງມັນຕໍ່ໄວຣັສໂຄໂຣນາທີ່ກາຍພັນໃໝ່ໃນທ້ອງຖິ່ນ. ປະເທດດັ່ງກ່າວໄດ້ຂາຍຢາວັກຊີນ COVID-19 ຂອງບໍລິສັດ AztraZeneca ຢ່າງໜ້ອຍນຶ່ງລ້ານ ໂດສ ໃຫ້ສະຫະພາບອາຟຣິກາ.

ແຕ່ອົງການການແພດ ຢູໂຣບ, ເຊິ່ງແມ່ນອົງການທີ່ອະນຸມັດການນຳໃຊ້ຢາສຳລັບສະຫະພາບຢູໂຣບ, ໄດ້ກ່າວວ່າຢາວັກຊີນທີ່ວ່ານັ້ນແມ່ນປອດໄພ ແລະ ບໍ່ໄດ້ພາໃຫ້ມີຄວາມສ່ຽງເພີ້ມຂຶ້ນໂດຍລວມ ກ່ຽວກັບ ເລືອດກ້າມ. ອົງການອະນາ ໄມໂລກ ຕໍ່ມາໄດ້ແນະນຳການໃຊ້ຢາວັກຊີນຂອງ ອັອກສຝອດ ແລະ AztraZeneca ຕໍ່ໄວຣັສໂຄໂຣນາທີ່ກາຍພັນໃໝ່ ແລະ ເຂົາເຈົ້າໄດ້ພິຈາລະນາມັນວ່າມີປະໂຫຍດໃນການຫຼຸດຜ່ອນຄວາມສ່ຽງຂອງມັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG