ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Sessions ຖອນໂຕ ບໍ່ເຂົ້າຮ່ວມ ການສືບສວນ ໃນການແຊກແຊງ ຂອງ ຮັດເຊຍ


ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions
ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ. (2 ມີນາ 2017)​
ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ. (2 ມີນາ 2017)​

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ Jeff Sessions ​ໄດ້​ຖອນ​ຕົວ​ອອກ​ຈາກ
​ການ​ສືບສວນ​ໃດໆ​ກໍ​ຕາມ​ ຂອງ​ລັດຖະບານ​ກາງ ກ່ຽວ​ກັບ​ການ​ກ່າວຫາທີ່ວ່າ ຣັດ​ເຊຍ
​ໄດ້​ເຂົ້າມາຫຍຸ້ງ​ກ່ຽວແຊກ​ແຊງການ​ເລືອກ​ຕັ້ງປະທານາ​ທິບໍດີ​ສະຫະລັດ​ໃນ​ປີ 2016.

ທ່ານ Sessions ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ຫຼັງຈາກໜັງສືພິມ Washington Post ລາຍ​ງານ​ວ່າ ​ໃນ​ຂະນະ​ທີ່​ທ່ານ Sessions ຍັງ​ເປັນ ​ສະມາຊິກ​
ສະພາ​ສູງ ແລະ​ ຄະນະ​ໂຄສະນາ​ຫາ​ສຽງ​ ຂອງ​ທ່ານ​ທຣຳ​ຢູ່​ນັ້ນ ທ່ານ​ໄດ້​ພົບ​ປະ ກ່ອນ
ໜ້າການເລືອກ​ຕັ້ງ 2 ​ເທື່ອກັບ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍທ່ານ Sergei Kislyak ​
ແຕ່​ບໍ່​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ນີ້ ​ໃນ​ລະຫວ່າງ​ໃຫ້ການ​ເພື່ອຮັບຮອງ​ເອົາ​ການ​ແຕ່ງຕັ້ງທ່ານ.

ເບິ່ງ: ທ່ານ Jeff Sessions ຖອນໂຕ ບໍ່ເຂົ້າຮ່ວມ ການສືບສວນ

Attorney General Jeff Sessions Recuses Himself From Russia Investigations
please wait

No media source currently available

0:00 0:02:59 0:00

ມີ​ຄຳ​ຖາມ​ຢູ່​ວ່າ ການ​ໂອ້​ລົມ​ຂອງ​ທ່ານ Sessions​ ​ແມ່ນ​ກ່ຽວ​ກັບ​ການ​ໂຄສະນາຫາ​ສຽງ​
ແທ້​ຫຼືບໍ່. ສະມາຊິກ​ສະພາ​ບາງ​ທ່ານຈາກ​ທັງ​ສອງ​ພັກ​ໄດ້ທວງ​ໃຫ້​ທ່ານ Sessions ຖອນ​
ໂຕ​ຂອງ​ທ່ານ​ໃນ​ຂະນະ​ທີ່​ສະມາຊິກ​ພັກ​ເດ​ໂມ​ແຄຣັດບາງ​ຄົນກ່າວ​ວ່າ ທ່ານ​ຄວນ​ຈະລາ​
ອອກ ​ໂດຍ​ກ່າວ​ຫາ​ທ່ານ​ວ່າ ຕົວະ​ໃນ​ຂະນະ
ທີ່​ໃຫ້ການ.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ຜູ້​ຊຶ່ງ​ກ່ອນ​ໜ້ານີ້ກ່າວ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ ​ທ່ານ Sessions
ຄວນ​ຈະ​ຖອນ​ໂຕ ​ໂດຍ​ເອີ້ນລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ທ່ານ​ວ່າ “​ເປັນ​ບຸກຄົນ​ທີ່​ຊື່
ສັດ” ທີ່​ຄວນ​ຈະ​ຕອບ​ຄຳ​ຖາມ ​ໃນ​ລະຫວ່າງ​ໃຫ້ການ​ນັ້ນດີກ​ວ່າ​ນີ້.

ເບິ່ງ: ທ່ານ Sessions ກ່າວປ້ອງກັນ ກ່ຽວກັບຄຳໃຫ້ການຂອງທ່ານ

Sessions: ‘I Never Had Meetings with Russian Operatives’ About Trump Campaign
please wait

No media source currently available

0:00 0:01:13 0:00

ປະທານາທິບໍດີ​ກ່າວ​ວ່າ “ສະມາຊິກ​ພັກ​ເດ​ໂມ​ແຄຣັດ​ກຳລັງ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ເກີນ
​ໄປ. ​ເຂົາ​ເຈົ້າ​ໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ ​ແລະ​ເວລາ​ນີ້ ​ເຂົາ​ເຈົ້າບໍ່​ເຂົ້າ​ໃຈ​ໃນ​ສະພາບ
​ການ​ໂຕ​ຈິງ ມັນ​ເປັນ​ການ​ຊອກ​ຫາ​ເລື່ອງເພື່ອຈະ​ມາ​ລົງໂທດ​ຢ່າງ​ສິ້ນ​ເຊີງ.”

ເບິ່ງ: ທ່ານ Sessions ເວົ້າເຖິງ ການຕັດສິນໃຈຂອງທ່ານ

Sessions Recused Himself After 'Evaluating the Rules'
please wait

No media source currently available

0:00 0:01:33 0:00

ໃນ​ລະຫວ່າງ​ໃຫ້ການ​ ເພື່ອ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງທ່ານ​ໃນ​ວັນ​ທີ 10 ມັງກອນ ຜ່ານ
​ມານັ້ນ ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທ່ານ Al Franken ​ໄດ້​ຖາມ ທ່ານ Ses-
sions ວ່າ ທ່ານ​ຈະ​ເຮັດ​ແນວ​ໃດ​ ຖ້າ​ຫາກ​ມີ​ຫລັກ​ຖານ​ວ່າບຸກຄົນ​ໃດບຸກຄົນ​ນຶ່ງ ​ໃນ​ຄະ
ນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ ຕິດ​ຕໍ່​ກັບ​ລັດຖະບານຣັດ​ເຊຍ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak

ທ່ານ Sessions ຕອບ​ວ່າ “ຂ້າພະ​ເຈົ້າບໍ່​ຮູ້​ວ່າ ​ມີ​ຜູ້​ໃດ​ພົວພັນ​ກັບ​ກິດຈະການ​ເຫຼົ່ານັ້ນ.
ຂ້າພະ​ເຈົ້າ​ໄດ້​ຖືກຮ້ອງຂໍໃຫ້ເປັນຕົວແທນ ຄັ້ງນຶ່ງຫຼືບໍ່ກໍສອງຄັ້ງ ໃນການໂຄສະນາຫາ
ສຽງນັ້ນ ແລະຂ້າພະເຈົ້າບໍ່ໄດ້ ບໍ່ໄດ້ຕິດ​ຕໍ່ກັບຊາວຣັດເຊຍແລະຂ້າ ພະເຈົ້າບໍ່ສາມາດ
ໃຫ້ຄວາມເຫັນໃດໆ ໃນເລື່ອງນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG