ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຊັສສັນສ໌ ກ່າວວ່າ ແຜນຄົນເຂົ້າເມືອງ ຂອງ ປ. ທຣຳ ສະໜັບສະໜຸນ ຜົນປະໂຫຍດ ແຫ່ງຊາດ


ປະທານາທິບໍດີ ດໍໂນລ ທຣຳ ນັ່ງຢູ່ກັບ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານແຈັຟ ແຊັສສັນສ໌
ປະທານາທິບໍດີ ດໍໂນລ ທຣຳ ນັ່ງຢູ່ກັບ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານແຈັຟ ແຊັສສັນສ໌

ທ່ານແຈັຟ ແຊັສສັນສ໌ ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ໃນວັນສຸກວານນີ້ໄດ້ໃຫ້
ການສະໜັບສະໜຸນ ຕໍ່ຂໍ້ສະເໜີປະຕິຮູບ ລະບົບຄົນເຂົ້າເມືອງຂອງປະທານາທິບໍດີ ດໍ
ໂນລ ທຣຳ ທີ່ໄດ້ປະກາດອອກໄປໃນອາທິດນີ້ ກ່ອນໝາຍກຳນົດການ.

ໃນຄຳປາໄສ ກ່ຽວກັບເລື່ອງຄົນເຂົ້າເມືອງ ແລະຄວາມໝັ້ນຄົງແຫ່ງຊາດ ຢູ່ທີ່ເມືອງນໍ
ຟອກ ລັດເວີຈີເນຍນັ້ນ ທ່ານແຊັສສັນສ໌ ກ່າວວ່າ ລະບົບຄົນເຂົ້າເມືອງທີ່ອີງຕາມຫຼັກ
ຄຸນຄ່າ ຊຶ່ງໝາຍເຖິງລະດັບການສຶກສາ ປະຫວັດການເຮັດວຽກ ແລະການເງິນຂອງ
ພວກເຂົາເຈົ້ານັ້ນ ຈະນອນຢູ່ໃນຜົນປະໂຫຍດແຫ່ງຊາດ ຂອງສະຫະລັດ.

ທ່ານແຊັສສັນສ໌ ກ່າວຕໍ່ພວກເຈົ້າໜ້າທີ່ປະຕິບັດກົດໝາຍກຸ່ມນຶ່ງວ່າ “ເຖິງເວລາແລ້ວ ທີ່ຈະຕ້ອງມີການນຳໃຊ້ກົດໝາຍຄົນເຂົ້າເມືອງ ທີ່ສະຫຼາດ ແລະເລີ້ມຈັດຕັ້ງປະຕິບັດ
ກົດໝາຍເຫຼົ່ານີ້. ເຖິງເວລາແລ້ວທີ່ຈະຕ້ອງຍຸຕິການບໍ່ເຄົາລົບກົດໝາຍ ແລະສ້າງຕັ້ງ
ລະບົບ ທີ່ຮັບໃຊ້ຜົນປະໂຫຍດແຫ່ງຊາດ.”

ເບິ່ງ: ຂໍ້ສະເໜີ ຄົນເຂົ້າເມືອງ ຂອງ ປ. ທຳ ປະເຊີນກັບການຄັດຄ້ານ

Trump Immigration Proposals Face Uphill Battle
please wait

No media source currently available

0:00 0:02:51 0:00

ທ່ານແຊັສສັນສ໌ກ່າວວ່າ ລະບົບຄົນເຂົ້າເມືອງທີ່ອີງຕາມຫຼັກຄຸນຄ່າ “ຈະເປັນຜົນປະ
ໂຫຍດອັນໃຫຍ່ຫລວງ ສຳລັບເສດຖະກິດ ຂອງພວກເຮົາ ທີ່ສຳຄັນ ຍິ່ງໄປກວ່ານັ້ນ ມັນຈະເປັນຊ່ອງທາງທີ່ດີທີ່ສຸດ ເພື່ອຄ້ຳປະກັນວ່າ ລະບົບຄົນເຂົ້າເມືອງ ຂອງພວກ
ເຮົາ ຈະບໍ່ສືບຕໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ. ເລື່ອງຄົນເຂົ້າເມືອງ
ແມ່ນເປັນບັນຫາກ່ຽວກັບຄວາມໝັ້ນຄົງແຫ່ງຊາດ.”

ໃນຄຳປາໄສຂອງທ່ານນັ້ນ ທ່ານແຊັສສັນສ໌ ໄດ້ເພັ່ງເລັງໃສ່ ການກ່າວຫາ ທີ່ເຊື່ອມ
ໂຍງ ລະຫວ່າງເລື່ອງຄົນເຂົ້າເມືອງ ການກໍ່ການຮ້າຍ ແລະອາຊະຍາກຳ. ທ່ານໄດ້
ຖິ້ມໂທດໃສ່ການຂາດກົດໝາຍ ໃນການຍົກຍ້າຍຖິ່ນຖານ ທີ່ອະນຸຍາດໃຫ້ພວກກໍ່
ການຮ້າຍເຂົ້າມາໃນສະຫະລັດໄດ້.

ທ່ານກ່າວວ່າ “ພວກນາຍຈ້າງບໍ່ແມ່ນຈະໂຍນໝາກກະລັອກ ເວລາເຂົາເຈົ້າຕັດສິນ
ໃຈກ່ຽວກັບວ່າ ພວກເຂົາເຈົ້າຈະຈ້າງໃຜ? ກອງທັບທີ່ຍິ່ງໃຫຍ່ຂອງພວກເຮົາ ກາບໍ່
ໄດ້ດຶງຫຸ່ນ ເວລາເຂົາເຈົ້າຕັດສິນໃຈວ່າ ເຂົາເຈົ້າຈະຮັບເອົາໃຜ. ແຕ່ສຳລັບເຫດຜົນ
ບາງຢ່າງແລ້ວເວລາພວກເຮົາເລືອກເອົາຄົນອາເມຣິກັນໃໝ່ຊຶ່ງເປັນອະນາຄົດຂອງ
ປະເທດຊາດ​ ລັດຖະບານຂອງພວກເຮົາແມ່ນນຳໃຊ້ລະບົບຈົກສະຫຼາກແບບບໍ່ແນ່
ນອນແລະການເຂົ້າເມືອງແບບຕ່ອງໂສ້.”

”ການເຂົ້າເມືອງແບບຕ່ອງໂສ້” ແມ່ນສຳນວນທີ່ໃຊ້ ໂດຍຜູ້ຄົນຈຳນວນນຶ່ງໃນການ
ກ່າວເຖິງລະບົບຄົນເຂົ້າເມືອງທີ່ສາມາດປະກັນ​ເອົາ​ຍາດຕິ​ພີ່ນ້ອງ ແລະບັນດາສະ
ມາຊິກໃນ​ຄອບຄົວ ຜູ້ຊຶ່ງຫຼັງຈາກນັ້ນ ກໍສາມາດປະກັນເອົາ ສະມາຊິກໃນຄອບຄົວ
ຄົນອື່ນໆ ໃຫ້ເຂົ້າມາໃນສະຫະລັດໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG