ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ທ່ານ Sessions ກ່າວວ່າ ພວກປ່ຽນເພດ ຈະບໍ່ຖືກຄຸ້ມກັນ ໂດຍກົດໝາຍ ຈຳແນກກີດກັນ ຢູ່ບ່ອນເຮັດວຽກ


ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ກໍາລັງຖືກສຳພາດຈາກ ອົງການຂ່າວ AP ຢູ່ສະຖານທູດສະຫະລັດ ຢູ່ນະຄອນ San Salvador ປະເທດ El Salvador.
ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ກໍາລັງຖືກສຳພາດຈາກ ອົງການຂ່າວ AP ຢູ່ສະຖານທູດສະຫະລັດ ຢູ່ນະຄອນ San Salvador ປະເທດ El Salvador.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ກ່າວໃນ​ວັນ​ພະຫັດ​ວາ​ນ
ນີ້​ວ່າ ຄົນ​ທີ່​ປ່ຽນ​ເພດ​ຈະ​ບໍ່​ຖືກປົກ​ປ້ອງໂດຍ​ກົດໝາຍຄຸ້ມຄອງສິດທິພົນລະເມືອງຂອງ
ລັດຖະບານ​ກາງ ທີ່ຫ້າມ​ບໍ່ໃຫ້ມີການຈຳແນກກີດກັນ ​ຢູ່ໃນ​ບ່ອນ​ເຮັດ​ວຽກ.

ຢູ່​ໃນ​ບັນທຶກສະບັບນຶ່ງ ທີ່ສົ່ງໄປຫາ​ບັນດາ​ໄອ​ຍະ​ການ​ລັດຖະບານ​ກາງ ທ່ານ Sessions
​ໄດ້​ຂຽນ​ວ່າ ນັ້ນ​ເປັນ​ເລື່ອງ “​ກົດໝາຍ ບໍ່​ແມ່ນ​ນະ​ໂຍບາຍ” ທີ່​ກົດ ໝາ​ຍວ່າດ້ວຍສິດທິພົນ​
ລະ​ເມືອງ​ປີ 1964 ບໍ່​ໄດ້​ກວມໄປ​ເຖິງ ​ລັກສະນະການ ລະບຸທາງເພດ. ການ​ກະທຳ​ທີ່​ຜິດກົດໝາຍ ໃນການຈຳແນກກີດກັນ ທີ່​ອີງ​ໃສ່ ​ເຊື້ອ​ຊາດ ຜີວພັນ ສາສະໜາ ​ເພດ ຫລື ແຫຼ່ງກຳເນີດທີ່ມາ.

ລັດຖະບານ​ ປະທານາທິບໍດີ Obama ​ໄດ້​ຕັດວ່າ ​ຄຳ​ວ່າ “​ເພດ” ແມ່ນສາມາດນຳໃຊ້
ກັບການລະບຸທາງເພດພາຍໃຕ້ກົດໝາຍຄຸ້ມຄອງສິດທິພົນລະເມືອງ.

ແຕ່ທ່ານ Sessions ຂຽນໃນວັນພະຫັດວານນີ້ວ່າ ຄຳວ່າ “ເພດ” ສາມາດນຳນຳໃຊ້ໄດ້
ແຕ່ກັບ “ການເປັນຜູ້ຊາຍ ຫລືແມ່ຍິງ ໂດຍກຳເນີດ.” ທ່ານກ່າວວ່າ ບັນດາໄອຍະການ
ສະຫະລັດ ຄວນວາງໂຕເປັນກາງໃນຄະດີສິດທິພົນລະເມືອງ ຂອງລັດຖະບານກາງທີ່
ພົວພັນກັບການຈຳແນກກີດກັນຢູ່ໃນບ່ອນເຮັດວຽກ.

ແຕ່ທ່ານ Sessions ກ່າວວ່າ ນີ້ບໍ່ໄດ້ເປີດປະຕູໃຫ້ມີການຈຳແນກກີດກັນແຕ່ຢ່າງໃດ
ເລີຍ.

ທ່ານກ່າວວ່າ “ກະຊວງຍຸຕິທຳຕ້ອງ ແລະຈະສືບຕໍ່ໃຫ້ການຢືນຢັນ ຕໍ່ກຽດສັກສີ ແກ່
ຂອງທຸກໆຄົນ ຮວມທັງບັນດາສ່ວນບຸກຄົນທີ່ປ່ຽນເພດ.

ບັນດານັກເຄື່ອນໄຫວເພື່ອສິດທິພົນລະເມືອງ ຮ້ອງການຕັດສິນໃຈ ຂອງທ່ານ Sessions ວ່າເປັນໂຕຢ່າງອີກອັນນຶ່ງຂອງລັດຖະບານທ່ານທຣໍາທີ່ບໍ່ໃຫ້ຄວາມ
ສຳຄັນ ແກ່ສິດທິຂອງພວກຮັກຮ່ວມເພດແລະພວກປ່ຽນເພດ ຫລື LGBT.

ພາບບັນທຶກ ທຸງຮຸ້ງກິນນໍ້າ ຫລື rainbow ກຳລັງປີວສະບັດ ໃນຂະນະທີຝູງຊົນພາກັນປະທ້ວງ ປະທານາທິບໍດີດໍໂນລ ທຣໍາ ມີແຜນທີ່ຈະກັບຄືນມາລົບລ້າງ ສ່ວນບຸກຄົນບໍ່ໃຫ້ເຂົ້າຮັບໃຊ້ໃນກອງທັບ.
ພາບບັນທຶກ ທຸງຮຸ້ງກິນນໍ້າ ຫລື rainbow ກຳລັງປີວສະບັດ ໃນຂະນະທີຝູງຊົນພາກັນປະທ້ວງ ປະທານາທິບໍດີດໍໂນລ ທຣໍາ ມີແຜນທີ່ຈະກັບຄືນມາລົບລ້າງ ສ່ວນບຸກຄົນບໍ່ໃຫ້ເຂົ້າຮັບໃຊ້ໃນກອງທັບ.

ທ່ານ James Esseks ຈາກສະຫະພັນປົກປ້ອງເສລີພາບພົນລະເຮືອນອາເມ ຣິກັນ
ກ່າວວ່າ “ມື້ນີ້ເປັນຈຸດຕໍ່າອີກເທື່ອນຶ່ງຂອງກະຊວງຍຸຕິທຳທີ່ມີຄວາມໂຫດ ຮ້າຍຢ່າງຕໍ່
ເນື່ອງໃນການເປັນປໍລະປັກ ກັບປະຊາຄົມ LGBT ແລະໂດຍສະເພາະບໍ່ມີຄວາມສາ ມາດປະຕິບັດຕໍ່ຄົນປ່ຽນເພດ ດ້ວຍກຽດສັກສີແລະພື້ນຖານ ການໃຫ້ຄວາມນັບຖື.”

ລັດຖະບານຂອງປະທານາທິບໍດີທຣໍາ ຍັງໄດ້ສະເໜີຫ້າມ ບໍ່ໃຫ້ພວກປ່ຽນເພດ ຮັບ
ໃຊ້ຢູ່ໃນກອງທັບ ແລະຕ່າວປີ້ນນະໂຍບາຍຂອງລັດຖະບານທ່ານ Obama ທີ່ອະ
ນຸຍາດໃຫ້ພວກນັກຮຽນໃຊ້ຫ້ອງນໍ້າອີງຕາມລັກສະນະທາງເພດຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Transgenger
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG