ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ແຊສສັນຊ໌ ວາງມາດຕະການ ທັບມ້າງ ການໃຊ້ ຢາເສບຕິດ ໂອພິອອຍດ໌ ໃນ ສຫລ


 ທ່ານ ແຈັຟ ແຊສສັນຊ໌ (Sessions) ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ກ່າວຄໍາໄສ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ຕຶກລັດຖະບານກາງ Moakley ໃນເມືອງບອສຕັນ, ລັດແມສຊາຈູເຊັສ ໃນວັນທີ 26 ກໍລະກົດ 2018.
ທ່ານ ແຈັຟ ແຊສສັນຊ໌ (Sessions) ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ກ່າວຄໍາໄສ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ຕຶກລັດຖະບານກາງ Moakley ໃນເມືອງບອສຕັນ, ລັດແມສຊາຈູເຊັສ ໃນວັນທີ 26 ກໍລະກົດ 2018.

ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ທ່ານ ແຈັຟ ແຊສສັນຊ໌ (Sessions)
ກ່າວວ່າ ກະຊວງຍຸຕິທໍາຂອງສະຫະລັດຕັດສິນໃຈສູງທີ່ຈະທັບມ້າງ “ສະພາບການ
ຕາຍ ແລະການທໍາລາຍ” ທີ່ເກີດຈາກການລະບາດຂອງ ຢາເສບຕິດໂອພິອອຍດ໌
ຕໍ່ປະເທດຊາດ.

ໃນການປາກົດໂຕຢູ່ໃນເມືອງຄລີບແລນ, ລັດໂອຮາຍໂອ ໃນວັນພຸດວານນີ້ນັ້ນ ທ່ານ
ແຊສສັນຊ໌ ໄດ້ວາງການປະຕິວັດວຽກງານຂອງເຈົ້າໜ້າທີ່ປະຕິບັດກົດໝາຍ 3 ຢ່າງ
ອອກມາ ໃນການກ້າວໄປສູ່ການບັນລຸເປົ້າໝາຍນີ້ ຊຶ່ງລວມທັງຂໍ້ກໍານົດດ້ານພົນລະ
ເຮືອນອັນທໍາອິດຂອງປະເທດ ທີ່ຫ້າມທ່ານໝໍສອງຄົນ ຢູ່ໃນລັດໂອຮາຍໂອ ວາງຢາ
ໃຫ້ແກ່ຄົນເຈັບ.

ຂໍ້ກໍານົດດ້ານພົນລະເຮືອນດັ່ງກ່າວ ໄດ້ວາງອອກມາໃນອາທິດແລ້ວນີ້ ເພື່ອຫ້າມ
ພວກທ່ານໝໍ ທີ່ເຮັດວຽກຢູ່ພາກເໜືອຂອງລັດໂອຮາຍໂອນັ້ນ. ພວກໄອຍະການ
ເວົ້າວ່າ ທ່ານໝໍຄົນນຶ່ງໃນນັ້ນ ໄດ້ໂຄສະນາການບໍລິການຂອງເພິ່ນຢູ່ສະຖານທີ່
ອອກກໍາລັງກາຍຕ່າງໆ ແລະໄດ້ຂາຍຢາໂອພີອອຍດ໌ ແລະສານສະເຕີຣອຍດ໌ ໂດຍ
ກົງແກ່ນັກສືບລັບທີ່ປອມຕົວ. ທ່ານໝໍຜູ້ທີສອງຖືກກ່າວຫາວ່າ ໄດ້ຂາຍຢາໂອພີ
ອອຍດ໌ ແລະຢາເສບຕິດທີ່ມີໃບສັ່ງຂອງໝໍຊະນິດອື່ນ ແລະຮັບເອົາເງິນສິນບົນຢ່າງ
ຜິດກົດໝາຍຈໍານວນ 175,000 ໂດລາຈາກໂຮງງານຜະລິດຢາແກ້ປວດເຟັນຕານີລ
(fentanyl) ແຫລວ ທີ່ໃຊ້ເພື່ອປົວຄົນປ່ວຍເປັນ ໂຣກມະເຮັງ.

ທ່ານແຊັສສັນຊ໌ ຍັງໄດ້ປະກາດ ການຟ້ອງຮ້ອງ ຕໍ່ພໍ່ລູກຊາວຈີນຢູ່ນະຄອນຊຽງໄຮ້
43 ກະໂທງ. ພວກເຂົາເຈົ້າຖືກກ່າວຫາວ່າໄດ້ຜະລິດ ແລະສົ່ງຢາເສບຕິດສັງເຄາະ
250 ປະເພດໄປຂາຍທົ່ວໂລກ. ທັງສອງຄົນໄດ້ຖືກກ່າວຫາວ່າ ໃຊ້ບໍລິສັດທີ່ບໍ່ມີຕົວຕົນ ເພື່ອສົ່ງຢາເສບຕິດໄປໃຫ້ລູກຄ້າຢູ່ 25 ປະເທດ ແລະຢູ່ໃນ 37 ລັດ ໃນສະຫະລັດ.

ທ່ານລັດຖະມົນຕີ ກະຊວງຍຸຕິທໍາເວົ້າວ່າ ຢາເສບຕິດທີ່ທັງສອງຄົນນັ້ນສົ່ງມາຖືກພົບ
ວ່າ ເປັນສາເຫດໃນການຕາຍຂອງສອງຄົນຢູ່ໃນເມືອງ ອາຄຣອນ ລັດໂອຮາຍໂອຍ້ອນ
ການໃຊ້ຢາເກີນກໍານົດ. ທັງສອງຄົນຍັງພາກັນເຮັດຢາປອມ ລວມທັງຢາປົວມະເຮັງ
ທີ່ວ່າ ທີ່ຈິງແລ້ວເຮັດດ້ວຍເກືອ ທີ່ໃຊ້ອາບນໍ້າ.

ທ່ານແຊັສສັນຊ໌ ຍັງປະກາດອີກວ່າ ການເຄື່ອນໄຫວຂອງພວກນັກສືບ ທີ່ປອມຕົວ
"ຢູ່ໃນການປະຕິບັດງານຢູ່ໃນຄວາມມືດ," ຢ່າງສໍາເລັດຜົນ ທີ່ໄດ້ຈັບກຸມເອົາຫລາຍ
ຄົນທີ່ຂາຍຢາແກ້ປວດເຟັນຕານີລ (fentanyl) ແລະຢາຊະນິດອື່ນນັ້ນ ຢູ່ໃນເຄືອ
ຂ່າຍໂຍງໄຍມືດ. ມີຫລາຍຄົນຢູ່ໃນຈໍານວນຈໍາເລີຍຂອງຄະດີນີ້ ລວມມີຄົນທີ່ອາໄສ
ຢູ່ໃນລັດໂອຮາຍໂອນໍາ.

ຄະດີທັງ 3 ນີ້ແມ່ນຫ້ອງການຂອງກະຊວງຍຸຕິທໍາໃນເມືອງຄລີບແລນດ໌ ເປັນຜູ້ດໍາ
ເນີນການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG