ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຊັສ​ສັນ ​​ເຄື່ອນ​ໄຫວ ເພື່ອຈຳກັດ ​​ພວກທີ່ມີສິດ ໃນການ​ຂໍ​ລີ້​ໄພ​ ຢູ່ ສຫລ


ລັດຖະມົນກະຊວງຕີ​ຍຸຕິ​ທຳ ທ່ານ​ແຈັຟ ​ແຊັສ​ສັນ.
ລັດຖະມົນກະຊວງຕີ​ຍຸຕິ​ທຳ ທ່ານ​ແຈັຟ ​ແຊັສ​ສັນ.

ລັດຖະມົນກະຊວງຕີ​ຍຸຕິ​ທຳ ທ່ານ​ແຈັຟ ​ແຊັສ​ສັນ ​ໄດ້ທຳການ​ເຄື່ອນ​ໄຫວຕໍ່ການ​ຂໍ​ລີ້​ໄພ​ຂອງບັນດາ​ຜູ້​ເຄາະ​ຮ້າຍ​ຈາກຄວາມຮຸນ​ແຮງໃນຄອບຄົວ ​ແລະ​ແກັ່ງອັນທະພານ ເພື່ອ
ເຮັດໃຫ້ການ​ຄວາມ​ໝາຍການຂໍ​ການ​ລີ້​ໄພແຄບລົງ ​ແລະ​ອາດຂັດຂວາງ​ບໍ່ໃຫ້​ຫຼາຍສິບ
​ພັນ​ຄົນໄດ້​ຮັບການຂໍລີ້ໄພ.

ລັດຖະມົນ​ກະຊວງຍຸຕິ​ທຳ ທ່ານ ​ແຊັສ​ສັນ ​ໃນ​ວັນ​ຈັນ​ວານ​ນີ້ໄດ້​ຕັດສິນ​ຄະ​ດີ​ນຶ່ງ​ທີ່​ເປັນ​ແມ່ຍິງຊາວແອລ​ຊາລວາ​ດໍ ຮູ້​ພຽງ​ແຕ່ຊື່ຫຍໍ້ ​ຢູ່​ໃນ​ເອກ​ກະສາ​ນ ຄົນ​ເຂົ້າ​ເມືອງ​ວ່າ ນາງ
ເອ.ບີ.

ຢູ່​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ນາງ​ເອ. ບີ ​ໄດ້ຂໍ​ລີ້​ໄພ​ເມື່ອສີ່​ປີ​ກ່ອນ ຫຼັງ​ຈາກ​ໄດ້​ຖືກ​ຂົ່ມ
ຂືນ ​ແລະທຸບ​ຕີ​ໂດຍ ​ອະດີດ​ສາມີ​ຂອງ​ນາງ ​ມາ​ເປັນ​ເວລາ​ກວ່າ​ນຶ່ງ​ທົດ​ສະ​ວັດ.

ທ່ານ​ແຊັສສັນ ​ໄດ້ເຂົ້າ​ແຊກ​ແຊງ​ເປັນການສ່ວນ​ໂຕ​ໃນ​ຄະດີຂອງ​ນາງ ຊຶ່ງເປັນ ສິ່ງທີ່ທ່ານ
ໄດ້ອະນຸຍາດ​ໃຫ້​ປ​ະຕິ​ບັດ ​ເພາະວ່າ​ສານ​ກວດຄົນ​ເຂົ້າ​ເມືອງ​ຕົກ​ຢູ່​ພາຍ​ໃຕ້ ​ການຄວບຄຸມ
ຂອງ​ກະຊວງ​ຍຸຕິ​ທຳ. ລັດຖະມົນຕີ​ຍຸຕິແຊັສສັນ​ທຳ ໄດ້​ເຂົ້າ​ແຊກ​ແຊງ​ໃນ​ຄະດີນີ້​ເພື່ອ​ປ່ຽນ
ແປງ​ໃຫ້ເປັນ​ກົດໝາຍໂຕ​ຢ່າງຖືກຕ້ອງ ທີ່​ໄດ້​ຕັດ ສິນ​ໂດຍ​ຄະນະ​ກຳ​ມະ​ການ​ອຸທອນ​ຄົນ
​ເຂົ້າ​ເມືອງ.

ຢູ່​ໃນ​ຄະດີ​ດັ່ງກ່າວນີ້ ທ່ານ​ໄດ້​ລົບລ້າງການຕັດສິນຂອງຄະນະກຳມະການ ​ແລະ​ໄດ້​ສົ່ງ
ຄືນ​ຄະດີ​ຂອງ​ນາງ​ເອ. ບີ ໃຫ້ “ແກ່ໄອຍະການຄົນເຂົ້າເມືອງເພື່ອດຳເນີນ ການຕໍ່ໄປເພື່ອ
ໃຫ້ສອດຄອງກັບແນວຄິດດັ່ງກ່າວ.”

ທ່ານແຊັສສັນໄດ້ຂຽນຢູ່ໃນການຕັດສິນຂອງທ່ານ ໃນວັນຈັນວານນີ້ວ່າ “ຄວາມຈິງທັງ
ໝົດທີ່ປະເທດອາດມີບັນຫານະໂຍບາຍຢ່າງເປັນຜົນຕໍ່ການກະທຳຜິດໂດຍສະເພາະ ຫຼືປະຊາຊົນໂດຍສະເພາະ ທີ່ອາດຈະເປັນຜູ້ເຄາຮ້າຍ ບໍ່ສາມາດທີ່ຈະ ໃຊ້ເປັນຂໍ້ອ້າງ
ເພື່ອລີ້ໄພໄດ້.”

ທ່ານໄດ້ກ່າວຕໍ່ໄປວ່າ ເພື່ອຈະມີສິດໃນການຂໍລີ້ໄພໂດຍການ ຂຽນວ່າ “ກຸ່ມສັງ ຄົມໃດນຶ່ງ ຕ້ອງຢູ່ຢ່າງເປັນອິດສະຫຼະປາດສະຈາກໄພອັນຕະລາຍ ທີ່ອ້າງຢູ່ໃນ ໃບຄຳຮ້ອງຂໍລີ້ໄພ.”
ກົດໝາຍສະຫະລັດກ່າວວ່າ ການຂໍ້ລີ້ໄພອາດມອບໃຫ້ແກ່ສ່ວນບຸຄົນ ຜູ້ທີ່ຖືກຈັບກຸມໃນ
ການເປັນສະມາຊິກຢູ່ໃນ “ກຸ່ມສັງຄົມໃດນຶ່ງໂດຍສະເພາະ.”


ໃນຕອນເຊົ້າວັນຈັນ ທ່ານແຊັສສັນ ໄດ້ສັ່ງໃຫ້ຫ້ອງການບໍລິຫານທົບທວນຄົນເຂົ້າເມືອງ
ວ່າ ທ່ານຈະ “ຟຶ້ນຟູຫລັກຂອງການຂໍລີ້ໄພ ແລະຫລັກການທີ່ມີມາ ຍາວນານຂອງກົດ
ໝາຍຄົນເຂົ້າເມືອງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG