ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄອຍະການ 46 ຄົນ ຈາກສະໄໝ ອະດີດ ປ. Obama ຖືກສັ່ງ ໃຫ້ລາອອກ


ທະນາຍຄວາມລັດຖະບານກາງ ສະຫະລັດ ທ່ານ Preet Bharara ທີ່ເມືອງ Manhattan.
ທະນາຍຄວາມລັດຖະບານກາງ ສະຫະລັດ ທ່ານ Preet Bharara ທີ່ເມືອງ Manhattan.

ລັດຖະບານ​ຂອງ​ປະທານາທິບໍດີ Donald Trump ​ໃນ​ວັນ​ສຸກ​ວານນີ້ໄດ້​ຮ້ອງ​ຂໍໃຫ້
ບັນດາ​ໄອ​ຍະ​ການ ຂອງ​ລັດຖະບານ​ກາງ ທີ່ຖືກ​ແຕ່ງ​ຕັ້ງ ​ໂດຍ​ລັດຖະບານ ທ່ານ
Obama ທີ່ຍັງ​ຢູ່​ໃນ​ຕຳ​ແໜ່​ງ 46 ຄົນນັ້ນ ລາ​ອອກ​ຈາກ​ໜ້າທີ່​ໃນ​ທັນທີ​.

ມັນ​ເປັນ​ຂອງ​ທຳ​ມະ​ດາ​ທີ່​ລັດຖະບານ​ໃໝ່ ຈະ​ຮ້ອງ​ຂໍ​ໃຫ້ພວກ​ທີ່​ຖືກ​ແຕ່ງຕັ້ງທາງການ
​ເມືອງນັ້ນ​ລາ​ອອກ. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຂໍ​ຮ້ອງ​ ໄດ້​ມີ​ຂຶ້ນ​ຢ່າງ​ກະທັນຫັນ ​ແລະ​ຈຳ
ນວນ​ຜູ້​ທີ່​ຖືກ​ຂໍ​ຮ້ອງ​ໃຫ້​ລາ​ອອກ​ໄປ​ນັ້ນ​ ​ແມ່ນ​ສູງ​ຜິດປົກກະຕິ.

ທ່ານ​ນາງ Sarah Isgur Flores ​ໂຄ​ສົກ​ກະຊວງ​ຍຸຕິ​ທຳ ກ່າວ​ວ່າ “ການ​ລາ​ອອກ​ດັ່ງ
ກ່າວ​ຈະ​ເລີ້ມມີ​ຜົນ​ບັງຄັບ​ພາຍ​ໃນ​ແລງ​ມື້ນີ້ແມ່ນ​ເພື່ອ “ຄໍ້າປະກັນ​ຄວາມ ​ເປັນ​ລະບຽບ
​ໃນ​ການ​ໂອນ​ອຳນາດ.”

ທ່ານນາງກ່າວ​ວ່າ “ຈົນ​ກວ່າ​ວ່າ​ບັນດາ​ທະນາຍຄວາມ​ໃໝ່ຂອງ​ສະຫະລັດ​ໄດ້​ຮັບ​ການ
ຢືນຢັນ ບັນດາໄອ​ຍະ​ການ​ທີ່​ໄດ້​ອຸທິດ​ຕົນຢູ່​ໃນ​ຫ້ອງການຕ່າງ​ຂອງ​ກະຊວງ ຍຸຕິ​ທຳ​ຂອງ​ສະຫະລັດ​ນັ້ນ ຈະ​ສືບ​ຕໍ່​ປະຕິບັດ​ວຽກງານ​ອັນ​ຍິ່ງ​ໃຫຍ່​ຂອງ​ກະຊວງ​ໃນ​ການ​ສືບສວນ
ລົງ​ໂທດ ​ແລະຢັບຢັ້ງ​ພວກ​ກະທຳ​ຄວາມ​ຜິດທີ່​ຮ້າຍ​ແຮງ.

ບັນດາ​ທະນາຍຄວາມ​ສະຫະລັດ​ເຫຼົ່ານີ້ ​ແມ່ນ​ໄອ​ຍະ​ການຂອງ​ລັດຖະບານ​ກາງ​ທີ່​ຮັບ
ຜິດຊອບ​ໃນ​ການ​ຟ້ອງ​ຮ້ອງການ​ກະທຳ​ຄວາມ​ຜິດ​ຕໍ່​ລັດຖະບານ​ກາງ​ຢູ່​ໃນ​ຂອບ ​ເຂດ​ທີ່
​ເຂົາ​ເຈົ້າ​ຮັບຜິດຊອບ. ​ເຂົາ​ເຈົ້າລາຍ​ງານ​ຕໍ່​ກະຊວງ​ຍຸ​ຕິ​ທຳ​ຢູ່ນະຄອນຫຼວງ ​ວໍ​ຊິງ​ຕັນ ​
ແລະເປັນ​ທີ່​ຄາດ​ກັນ​ວ່າ ບູລິ​ມະ​ສິດ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນຈະ​ສອດ ຄ່ອງ​ກັບລັດຖະ
ມົນຕີກະຊວງຍຸ​ຕິທຳ.

ຕໍ່​ມາ​ໃນ​ວັນ​ສຸກວານ​ນີ້ ປະທານ​າທິບໍດີ Trump ​ໄດ້​ປະຕິ​ເສດ​ທີ່​ຈະ​ຮັບ​ເອົາ​ການ​ລາ
​ອອກ​ຂອງ​ທະນາຍຄວາມ​ສອງ​ຄົນຄືທ່ານ​ນາງ Dana Boente ຮັກສາ​ການ​ຮອງລັດ
ຖະມົນ​ຕີກະຊວງ​ຍຸ​ຕິ​ທຳ​ສະຫະລັດແລະ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ສະຫະລັດປະຈຳ​ລັດ
Maryland ທ່ານ Rod Rosentein ຜູ້​ທີ່​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ ຮັບໜ້າ​ທີ​ແທນທ່ານ​
ນາງ Boente.

ສະມາຊິກ​ສະພາ​ສູງ​ສະຫະລັດສັງກັດ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ New York ທ່ານ
Chuck Schumer ກ່າວ​ວ່າ ທ່ານ​ “ບໍ່​ດີ​ໃຈ” ກ່ຽວ​ກັບ​ການ​ສັ່ງ ​ໃຫ້ໄອ ຍະການ​ລາ​
ອອກເປັນ​ຈຳນວນ​ຫລວງຫລາຍ ​ໂດຍ​ກ່າວ​ວ່າ ບໍ່​ໄດ້​ດຳເນີນໄປ “ຢ່າງເປັນ​ລະບຽບ​
ຮຽບຮ້ອຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Prosecutors
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG