ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະມາຊິກສະພາກຳລັງ ລໍຖ້າການໃຫ້ປາກຄຳ ຂອງທ່ານ Sessions


ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ກຽມພ້ອມທີ່ຈະ ກ່າວ
ຄຳປາໄສ ໃນກອງປະຊຸມທີ່ກະຊວງຍຸຕິທຳໃນນະຄອນຫຼວງ ວໍຊິງຕັນ. 18 ເມສາ, 2017.
ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ກຽມພ້ອມທີ່ຈະ ກ່າວ ຄຳປາໄສ ໃນກອງປະຊຸມທີ່ກະຊວງຍຸຕິທຳໃນນະຄອນຫຼວງ ວໍຊິງຕັນ. 18 ເມສາ, 2017.

ບັນດາສະມາຊິກສະພາ ສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າຈະ ໄດ້ຄຳຕອບຈາກລັດຖະມົນຕີກະຊວງຍຸຕິທຳ ສະຫະ ລັດ ທ່ານ Jeff Sessions ໃນເວ ລາທີ່ທ່ານໃຫ້ປາກຄຳໃນສັບປະດານີ້ ຕໍ່ຄະນະກຳມະການສືບລັບສະພາສູງທີ່ກຳລັງ ສືບສວນສອບສວນການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີໃນ
ປີກາຍນີ້.

ສະມາຊິກສະພາສູງພັກເດໂມແຄຣັດ ຈາກລັດ Rhode Island ໄດ້ກ່າວໃນໂທລະພາບ
Fox News ໃນວັນອາທິດວານນີ້ວ່າ “ມີຄຳຖາມໜຶ່ງກ່ຽວກັບ ການເຂົ້າຮ່ວມຂອງທ່ານ
Sessions ໃນການປົດອະດີິດຜູ້ອຳນວຍການອົງການ FBI ທ່ານ James Comey
ອອກຈາກຕຳແໜ່ງ. ແລ້ວ,​ ມັນມີການກ່າວຫາຕ່າງໆ, ຢ່າງເປີດເຜີຍ, ກ່ຽວກັບ ການ
ພົບ ປະຕ່າງໆທີ່ນອກເໜືອໄປຈາກການພົບປະກັນ ທີ່ທ່ານໄດ້ປະກາດແລ້ວວ່າ ໄດ້ມີ
ກັບຕົວແທນຂອງລັດຖະບານ ຣັດເຊຍ. ອັນນັ້ນກໍຈະຖືກຍົກຂຶ້ນມາ.”

ທ່ານ Sessions ທຳມະດາແລ້ວມີແຜນທີ່ຈະໄປປາກົດຕົວຕໍ່ອະນຸກຳມະການການຈັດ
ສັນສະພາຕໍ່າ ແລະ ສະພາສູງ ໃນສັບປະດານີ້. ແຕ່ທ່ານໄດ້ຂຽນໜັງສືຫາລັດຖະສະພາ
ໃນວັນເສົາທີຜ່່ານມາວ່າ ທ່ານຢາກລົມກັບຄະນະກຳມະການສືບລັບສະພາສູງ ແທນທີ່
ຈະຕອບຄຳຖາມຕ່າງໆທີ່ມີຂຶ້ນ ໃນລະຫວ່າງການໃຫ້ປາກຄຳຂອງທ່ານ ໂຄມີ ໃນສັບປະ
ດາແລ້ວນີ້.

ສະມາຊິກສະພາສູງພັກຣີພັບບລີກັນທ່ານ James Lankford ຈາກລັດໂອກລາໂຮມາ ໄດ້ກ່າວໃນລາຍການ Face the Nation ຂອງໂທລະພາບ CBS ວ່າ “ຂ້າພະເຈົ້າຄິດ
ວ່າ ການພິຈາລະນານີ້ ຈະເປັນການເປີດເຜີຍ. ພວກເຮົາຢາກຈະໄດ້ຍິນຄຳເຫັນຈາກ
ທ່ານ, ເປີດເຜີຍເລື່ອງທັງໝົດອອກມາ. ພວກເຮົາມີແຫຼ່ງຂ່າວທີ່ບໍ່ອອກຊື່ ອອກມາຈາກ
ສື່ມວນຊົນຢ່າງຫຼວງຫຼາຍ ແລະ ໄດ້ຖະແຫຼງ ກ່ຽວກັບ ທ່ານ Jeff Sessions. ມັນຄົງ
ຈະດີຫຼາຍ ທີ່ຈະໄດ້ຍິນອອກຈາກປາກຂອງທ່ານໂດຍກົງ.”

ກະຊວງຍຸຕິທຳ, ເຊິ່ງທ່ານ Sessions ເປັນຫົວໜ້ານັ້ນ, ໄດ້ຖືກສືບສວນສອບສວນ ໃນ
ການຕິດຕໍ່ກັນລະຫວ່າງ ລັດຖະບານ ຣັດເຊຍ ກັບ ຄົນວົງໃນຂອງປະທານາທິບໍດີ ດໍໂນລ
ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG