ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Sessions ຈະໃຫ້ປາກຄຳ ຕໍ່ຄະນະ ກຳມະການ ສືບສວນ ຣັດເຊຍ ແຊກແຊງ ການເລືອກຕັ້ງ


ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ກຽມພ້ອມທີ່ຈະກ່າວຄຳປາໄສ ໃນກອງປະຊຸມທີ່ກະຊວງຍຸຕິທຳ. ນະຄອນຫຼວງ ວໍຊິງຕັນ. 18 ເມສາ, 2017.
ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ກຽມພ້ອມທີ່ຈະກ່າວຄຳປາໄສ ໃນກອງປະຊຸມທີ່ກະຊວງຍຸຕິທຳ. ນະຄອນຫຼວງ ວໍຊິງຕັນ. 18 ເມສາ, 2017.

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ໄດ້ກ່າວຕໍ່ລັດຖະສະພາ ໃນວັນເສົາວານນີ້ວ່າ ທ່ານຈະໃຫ້ປາກຄຳ ຕໍ່ຄະນະກຳມະການສືບລັບສະພາສູງ ທີ່ສືບ ສວນສອບສວນການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີ ປີກາຍ
ນີ້.

ທ່ານ Sessions ກ່າວວ່າ ທ່ານຢາກຈະໄປປາກົດຕົວ ຕໍ່ຄະນະກຳມະການເພື່ອຕອບ
ຄຳຖາມ ກ່ຽວກັບ ທ່ານ ທີ່ໄດ້ມີຂຶ້ນມາ ໃນສັບປະດາແລ້ວນີ້ ໃນລະຫວ່າງການໃຫ້ປາກ
ຄຳຂອງອະດີດຜູ້ອຳນວຍການອົງການ FBI ທ່ານ James Comey.

ລັດຖະມົນຕີກະຊວງຍຸຕິທຳ, ເປັນຕຳແໜ່ງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ໃຫຍ່ທີ່ສຸດ ໃນປະເທດ, ໄດ້ກ່າວວ່າ ທ່ານຈະໃຫ້ປາກຄຳຕໍ່ຄະນະກຳມະການໃນວັນອັງຄານມື້ຮືນີ້, ໂດຍຄາດວ່າຈະກ່າວພາຍໃຕ້ຄຳສາບານ. ທ່ານບໍ່ໄດ້ບົ່ງບອກວ່າ ຄະນະກຳມະການດັ່ງ ກ່າວຈະທຳການສອບຖາມທ່ານຊ້ອງໜ້າສາທາລະນະຊົນ ຫຼື ປິດລັບ.

ກະຊວງຍຸຕິທຳ, ເຊິ່ງທ່ານ Sessions ເປັນຫົວໜ້າຢູ່ນີ້, ໄດ້ສືບສວນສອບສວນການຕິດ
ຕໍ່ກັນ ລະຫວ່າງ ລັດຖະບານ ຣັດເຊຍ ກັບ ໜ່ວຍໂຄສະນາຫາສຽງຂອງປະທານາທິບໍດີ
ທ່ານ ດໍໂນລ ທຣຳ ກ່ອນການເລືອກຕັ້ງໃນເດືອນພະຈິກປີກາຍນີ້, ໃນເວລາທີ່ທ່ານ ທຣຳ ເປັນຜູ້ລົງແຂ່ງຂັນ ແລະ ຍັງບໍ່ໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງໃນທຳນຽບຂາວ ໂດຍຜູ້
ລົງຄະແນນສຽງ ອາເມຣິກັນເທື່ອ.

ທ່ານ Sessions ໄດ້ປະຕິເສດ ຫຼື ຖອນຕົນເອງອອກຈາກການສືບສວນສອບສວນຂອງ
ກະຊວງຍຸຕິທຳ ໃນລະຫວ່າງຕອນຕົ້ນໆຂອງລັດຖະບານທ່ານ ທຣຳ, ນັບຕັ້ງແຕ່ທ່ານ
ແມ່ນໜຶ່ງໃນບັນດາເຈົ້າໜ້າທີ່ໂຄສະນາຫາສຽງ ຜູ້ທີ່ໄດ້ພົບປະກັບເອກອັກຄະລັດຖະທູດ
ຣັດເຊຍ ປະຈຳ ສະຫະລັດ ກ່ອນການເລືອກຕັ້ງ.

ໃນເດືອນມັງກອນທີ່ຜ່ານມາ, ທ່ານ Session ຍັງເປັນສະມາຊິກສະພາສູງລັດ ອາລາ
ບາມາ ໃນເວລາທີ່ທ່ານໄດ້ໄປປາກົດຕົວໃນການພິຈາລະນາຂຶ້ນກຕຳແໜ່ງ ກ່ອນຖືກຮັບ
ຮອງເອົາເປັນລັດຖະມົນຕີຍຸຕິທຳ.

ທ່ານໄດ້ສາລະພາບວ່າ ທ່ານບໍ່ໄດ້ພົບກັບເຈົ້າໜ້າທີ່ລັດຖະບານ ຣັດເຊຍ ໃນລະຫວ່າງ ການໂຄສະນາຫາສຽງ, ແຕ່ຕໍ່ມາໄດ້ຖືກບັງຄັບໃຫ້ປ່ຽນຄຳຕອບນັ້ນ. ແລະ ໃນທີ່ສຸດ ທ່ານ Sessions ກໍຍອມຮັບວ່າ ໄດ້ພົບກັບເອກອັກຄະລັດຖະທູດ ຣັດເຊຍ ທ່ານ Sergey
Kisliak ສອງຄັ້ງ, ແຕ່ໄດ້ກ່າວວ່າ ມັນບໍ່ມີຄວາມຈຳເປັນ ທີ່ຈະຕ້ອງເປີດເຜີຍໃຫ້ຮູ້ກ່ອນ
ໜ້ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG