ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ຍຸຕິທຳ ທ່ານ Sessions ປະກາດ 'ຍຸກໃໝ່' ໃນການໃຊ້ກົດໝາຍ ຄົນເຂົ້າເມືອງ


ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Jeff Sessions ກ່າວໃນ
ກອງປະຊຸມຖະແຫລງຂ່າວ ຫຼັງຈາກໄດ້ທ່ຽວຊົມເຂດຊາຍແດນ
ລະຫວ່າງສະຫະລັດ ແລະ ເມັກຊິໂກ ພ້ອມກັບບັນດາເຈົ້າໜ້າ
ທີ່ຮັກສາຄວາມປອດໄພ ເຂດຊາຍແດນ ໃນເມືອງ Nogales ລັດ Arizona, ວັນທີ 11 ເມສາ 2017.
ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Jeff Sessions ກ່າວໃນ ກອງປະຊຸມຖະແຫລງຂ່າວ ຫຼັງຈາກໄດ້ທ່ຽວຊົມເຂດຊາຍແດນ ລະຫວ່າງສະຫະລັດ ແລະ ເມັກຊິໂກ ພ້ອມກັບບັນດາເຈົ້າໜ້າ ທີ່ຮັກສາຄວາມປອດໄພ ເຂດຊາຍແດນ ໃນເມືອງ Nogales ລັດ Arizona, ວັນທີ 11 ເມສາ 2017.

ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Jeff Sessions ໄດ້ປະຕິຍານວ່າ ຈະປາບປາມ
ພວກຄົນເຂົ້າເມືອງ ທີ່ຜິດກົດໝາຍ ໃນລະຫວ່າງການຢ້ຽມຢາມເຂດຊາຍແດນ ລະຫວ່າງ
ສະຫະລັດ ກັບ ເມັກຊິໂກ ຢູ່ທີ່ເມືອງ Nogales ລັດ Arizona ໃນວັນອັງຄານວານນີ້.

ໂດຍໃຊ້ວາຈາໃນບາງຄັ້ງທີ່ຈະກົງໄປກົງມານັ້ນ ເຈົ້າໜ້າທີ່ພິທັກກົດໝາຍ ຂັ້ນສູງທ່ານນີ້
ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຊ້ກົດໝາຍທັງຫຼາຍທີ່ມີຢູ່ ເພື່ອຍົກລະດັບການບັງຄັບໃຊ້
ກົດໝາຍ ໃຫ້ຫຼາຍຂຶ້ນ ຕໍ່ພວກຄົນເຂົ້າເມືອງທີ່ຜິດກົດໝາຍ.

ທ່ານ Sessions ໄດ້ປະກາດ ຕໍ່ບັນດາຜູ້ຊົມທີ່ເປັນເຈົ້າໜ້າທີ່ ຂອງກົມພາສີ ແລະ ປົກ
ປ້ອງເຂດຊາຍແດນ ວ່າ “ສຳລັບພວກທີ່ສືບຕໍ່ຫາທາງ ເຂົ້າມາໃນປະເທດ ຢ່າງບໍ່ຖືກ
ຕ້ອງ ແລະ ຜິດກົດໝາຍນັ້ນ ຂໍເຕື່ອນວ່າ: ນີ້ແມ່ນຍຸກສະໄໝໃໝ່. ນີ້ແມ່ນຍຸກສະໄໝ
ຂອງທ່ານທຣຳ.”

ທ່ານ Sessions ໄດ້ກ່າວຕື່ມວ່າ “ການບໍ່ເຄົາລົບກົດໝາຍ ການລະເລີຍຕໍ່ໜ້າທີ່ ໃນ
ການບັງຄັບໃຊ້ກົດໝາຍຂອງພວກເຮົາ ແລະ ນະໂຍບາຍການຈັບກຸມ ແລະ ປ່ອຍໂຕ
ທີ່ຜ່ານມາ ແມ່ນໄດ້ໝົດໄປແລ້ວ.”

ທ່ານ Sessions ກ່າວວ່າ ທ່ານໄດ້ອອກແຈ້ງການສະບັບນຶ່ງ ໂດຍສັ່ງໃຫ້ພວກ
ໄອຍະການທັງຫຼາຍ ໃຫ້ຈັດເອົາການປະຕິບັດກົດໝາຍຄົນເຂົ້າເມືອງ ເປັນບຸລິມະສິດ
ໃນກໍລະນີ ຂອງການລະເມີດຕໍ່ກົດໝາຍຕ່າງໆ “ທີ່ບໍ່ໄດ້ຖືກດຳເນີນຄະດີ ໃນເມື່ອກ່ອນ”
ນັ້ນ.

ຄຳຊີ້ນຳຂອງທ່ານ Session ແມ່ນມີຢູ່ແລ້ວ ພາຍໃຕ້ກົດໝາຍ ຂອງສະຫະລັດ ຄຳສັ່ງ
ນັ້ນ ພຽງແຕ່ “ບັນຍັດ” ໃຫ້ໄອຍະການ ສະຫະລັດ ເອົາການບັງຄັບໃຊ້ກົດໝາຍ ມາເປັນ
ເລື່ອງທີ່ສຳຄັນກ່ອນໝູ່. ແລະ ມັນກໍຈະບໍ່ເປັນເທື່ອທຳອິດ ທີ່ບັນດາເຈົ້າໜ້າທີ່ ສະຫະລັດ
ຫຼາຍທ່ານ ໄດ້ເອົາແນວທາງທີ່ແຂງແກ່ນນີ້.

ທ່ານນາງ Sirine Shebaya ທະນາຍຄວາມ ແລະ ນັກເຄື່ອນໄຫວ ຕໍ່ສູ້ເພື່ອສິດທິ
ພວກຄົນເຂົ້າເມືອງ ກ່າວວ່າ “ຄຳສັ່ງເຫຼົ່ານີ້ ແນ່ນອນແມ່ນກົດໝາຍທັງໝົດ ທີ່ມີຢູ່ໃນ
ຕຳລາ ແຕ່ການນຳໃຊ້ພວກມັນ ກໍຂຶ້ນໆລົງໆ ໜ້ອຍນຶ່ງ. ການເຂົ້າປະເທດທີ່ຜິດກົດ
ໝາຍ ແລະ ກັບຄືນເຂົ້າມາອີກ ກໍບໍ່ແມ່ນເລື່ອງທີ່ໃໝ່ເລີຍ. ລັດຖະບານຊຸດກ່ອນ ໄດ້
ເອົາແນວທາງທີ່ແຂງກະດ້າງ ໃນການດຳເນີນຄະດີ ກໍລະນີການຂ້າມຊາຍແດນ
ຕະຫຼອດຫຼາຍປີ ທີ່ຜ່ານມາ.”

US Attorney General Announces 'New Era' of Immigration Law Enforcement
please wait

No media source currently available

0:00 0:02:14 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG