ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດສະໜອງການບໍລິການແກ່ພວກຄົນເຂົ້າເມືອງ ທີ່ຢູ່ໃນການຄວບຄຸມໂຕ ໄດ້ຖືກສັ່ງໃຫ້ຈ່າຍເງິນ 811 ລ້ານໂດລາ ໃນຄຳຟ້ອງຂອງໄອຍະການ


ແຟ້ມພາບ - ພວກເດັກນ້ອຍ ນອນຢູ່ພາຍໃນຫ້ອງທີ່ຂັ້ນດ້ວຍແຜ່ນຢາງໃສ ຢູ່ທີ່ສູນການຄວບຄຸມຫຼັກສຳລັບພງກເດັກນ້ອຍທີ່ບໍ່ມີຜູ້ປົກຄອງຕິດຕາມມາດ້ວຍ ໃນເຂດ ຣີໂອ ກຣານເດ ວາເລ (Rio Grande Valley) ທີ່ບໍິຫານໂດຍ ກົມປົກປ້ອງເຂດຊາຍແດນແລະກວດຄົນເຂົ້າເມືອງຂອງສະຫະລັດ, ໃນເມືອງ ດອນນາ ລັດເທັກຊັສ, ວັນທີ 30 ມີນາ 2021.
ແຟ້ມພາບ - ພວກເດັກນ້ອຍ ນອນຢູ່ພາຍໃນຫ້ອງທີ່ຂັ້ນດ້ວຍແຜ່ນຢາງໃສ ຢູ່ທີ່ສູນການຄວບຄຸມຫຼັກສຳລັບພງກເດັກນ້ອຍທີ່ບໍ່ມີຜູ້ປົກຄອງຕິດຕາມມາດ້ວຍ ໃນເຂດ ຣີໂອ ກຣານເດ ວາເລ (Rio Grande Valley) ທີ່ບໍິຫານໂດຍ ກົມປົກປ້ອງເຂດຊາຍແດນແລະກວດຄົນເຂົ້າເມືອງຂອງສະຫະລັດ, ໃນເມືອງ ດອນນາ ລັດເທັກຊັສ, ວັນທີ 30 ມີນາ 2021.

ບໍລິສັດທີ່ສະໜອງການລິການສຳລັບພວກຄົນເຂົ້າເມືອງທີ່​ຖືກຄວບຄຸມໂຕໂດຍ ລັດຖະບານກາງສະຫະລັດ ໄດ້ຖືກສັ່ງໃຫ້ຊົດໃຊ້ຄ່າເສຍຫາຍ ແລະຄ່າປັບໃໝ ຫຼາຍກວ່າ 811 ລ້ານໂດລາ ໃນຄຳຟ້ອງຮ້ອງທີ່ກ່າວຫາບໍລິສັດດັ່ງກ່າວໃຊ້ວິທີ ຫຼອກລວງ ແລະການລະເມີດທີ່ບໍ່ເໝາະສົມຕ່າງໆ ອີງຕາມອົງການຂ່າວເອພີ.

ບໍລິສັດ Nexus Services ຕ້ອງຈ່າຍເງິນປະມານ 231 ລ້ານໂດລາເປັນການ ຊົດໃຊ້ຄ່າເສຍຫາຍ ພ້ອມທັງການປັບໃໝແກ່ລັດນິວຢອກ 13.8 ລ້ານໂດລາ, ລັດເວີຈີເນຍ 7.1 ລ້ານໂດລາ ແລະ ລັດແມສຊາຈູເສັດສ໌ 3.4 ລ້ານໂດລາ ອີງຕາມຄຳພິພາກສາທີ່ໄດ້ຍື່ນໃນສານລັດຖະບານກາງສຳລັບເມືອງແຮຣິສສັນ-ເບີກ (Harrisonburg) ເຂດກຕາເວັນຕົກຂອງລັດເວີຈີເນຍ. ບໍລິສັດດັ່ງກ່າວ ມີຫ້ອງການຕັ້ງຢູ່ໃນລັດເວີຈີເນຍ ແລະບໍລິສັດຍ່ອຍ Libre ຂອງບໍລິສັດແມ່ຄື Nexus ແລະເຈົ້າໜ້າທີ່ບໍລິຫານສາມຄົນຂອງບໍລິສັດນີ້ ຍັງຕ້ອງໄດ້ຈ່າຍຄົນ ລະຫຼາຍກວ່າ 111 ລ້ານໂດລາ ໃນການປັບໃໝທາງແພ່ງນຳດ້ວຍ.

“ຄຳພິພາກສານີ້ ແມ່ນໄຊຊະນະສຳລັບຄອບຄົວພວກຄົນເຂົ້າເມືອງຫຼາຍພັນຄົນ ຜູ້ທີ່ໄດ້ສູນເສຍເງິນສະສົມຕະຫຼອດຊີວິດຂອງພວກເຂົາ ແລະຕົກເປັນເປົ້າໝາຍ ແລະເປັນເຫຍື່ອຂອງບໍລິສັດ Libre” ຫົວໜ້າໄອຍະການຂອງນະຄອນນິວຢອກ ທ່ານນາງ ເລທິເຊຍ ເຈມສ໌ ໄດ້ກ່າວໃນຖະແຫລງການສະບັບນຶ່ງ. ຖະແຫລງ ການກ່າວຕື່ມວ່າ “ບໍລິສັດ Libre ຂູດຮີດພວກຄົນເຂົ້າເມືອງທີ່ອ່ອນແອ ແລະ ຄອບຄົວຂອງພວກເຂົາເຈົ້າ ເພື່ອຍັກຍອກເອົາເງິນພວກເຂົາມາໃສ່ຖົງຂອງຕົນ ແລະນັ້ນແມ່ນຜິດກົດໝາຍ ແລະໄຮ້ສິນທຳ.”

ທ່ານນາງເຈມສ໌ ໄດ້​ເຂົ້າຮ່ວມກັນກັບຫົວໜ້າໄອຍະການຂອງລັດເວີຈີເນຍ ແລະ ແມັສຊາຈູເສັດສ໌ ແລະກົມປົກປ້ອງດ້ານການເງິນຂອງຜູ້ບໍລິໂພກຂອງລັດຖະ ບານກາງສະຫະລັດ ໃນການ​ຟ້ອງ​ຮ້ອງປີ 2021 ທີ່ກ່າວຫາບໍລິສັດດັ່ງກ່າວວ່າ ໄດ້ລະເມີດກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກຂອງລັດຖະບານກາງແລະລັດ.

A company that provides services for immigrants in federal detention was ordered Tuesday to pay more than $811 million in restitution and penalties in a lawsuit alleging it used deceptive and abusive tactics.

Nexus Services must pay roughly $231 million in restitution as well as penalties of $13.8 million to New York, $7.1 million to Virginia and $3.4 million to Massachusetts, according to a judgment filed in federal court for the Western District of Virginia in Harrisonburg. The Virginia-based company, its subsidiary Libre by Nexus and its three executives must also each pay more than $111 million in civil penalties.

"This judgment is a victory for thousands of immigrant families who lost their life savings and were targeted and preyed on by Libre," New York Attorney General Letitia James said in a statement. "Libre exploited vulnerable immigrants and their families to pad its pockets, and that is illegal and unconscionable."

James joined state attorneys general in Virginia and Massachusetts and the federal Consumer Financial Protection Bureau in a 2021 lawsuit that accused the company of violating state and federal consumer protection laws.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG