ກອງທັບ ສະຫະລັດ ໄດ້ປະກາດວ່າ ທະຫານ ສະຫະລັດ ໄດ້ເສຍຊີວິດຢູ່ສະໜາມຮົບໃນປະເທດ ອັຟການິສຖານ ໃນວັນຈັນມື້ນີ້.
ໃນການປະກາດນັ້ນ, ກອງກຳລັງ ສະຫະລັດ ປະຈຳ ອັຟການິສຖານ ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ ກ່ຽວກັບ ສະຖານທີ່ ແລະ ການເສຍຊີວິດ ແລະ ບາດເຈັບເກີດຂຶ້ນໄດ້ແນວໃດ.
ກຸ່ມຕາລີບານ ໄດ້ອ້າງໃນຖະແຫຼງການສະບັບນຶ່ງທີ່ຖືກສົ່ງໃຫ້ບັນດານັກຂ່າວວ່າ ການເສຍຊີວິດຂອງກອງກຳລັງ ສະຫະລັດ ໄດ້ເກີດຂຶ້ນໃນແຂວງ ຄັນດຸສ ທາງພາກເໜືອຂອງປະເທດ.
ກຸ່ມກະບົດດັ່ງກ່າວໄດ້ເວົ້າວ່າ ພວກເຂົາໄດ້ແນເປົ້າໃສ່ທະຫານ ອັຟການິສຖານ ແລະ ອາເມຣິກັນ ດ້ວຍລະເບີດຂ້າງທາງ ໃນເວລາທີ່ເຂົາເຈົ້າໄດ້ພະຍາຍາມດຳເນີນການບຸກໂຈມຕີຮ່ວມກັນ ຢູ່ທີ່ໝັ້ນຂອງກຸ່ມຕາລີບານ ໃນເມືອງ ຈາ ດາຣາ.
ກຸ່ມຕາລີບານ ໄດ້ຄວບຄຸມບໍລິເວນສ່ວນໃຫຍ່ຂອງເມືອງ ຈາ ດາຣາ ໃນຂະນະທີ່ລັດຖະບານ ອັຟການິສຖານ ຄວບຄຸມສຳນັກງານໃຫຍ່ຕ່າງໆຂອງເມືອງນັ້ນ. ກຸ່ມກະບົດດັ່ງກ່າວໄດ້ຕໍ່ສູ້ຢ່າງດຸເດືອດໃນຫຼາຍເມືອງຂອງແຂວງ ຄັນດຸສ, ເຊິ່ງໄດ້ຕົກເປັນຂອງກຸ່ມຕາລີບານ ໄລຍະສັ້ນໆສອງຄັ້ງໃນບໍ່ເທົ່າໃດປີທີ່ຜ່ານມາ.
ກຸ່ມຕາລີບານ ໄດ້ອ້າງວ່າ ທະຫານ ສະຫະລັດ ອີກຄົນນຶ່ງພ້ອມກັບທະຫານ ກອມມັງໂດ ອັຟການິສຖານ ຄົນນຶ່ງ ໄດ້ຮັບບາດເຈັບສາຫັດໃນເຫດການລະເບີດນັ້ນ. ການກ່າວອ້າງຂອງກຸ່ມຕາລີບານ ແມ່ນຍາກທີ່ຈະໃຫ້ການຢືນຢັນຈາກແຫຼ່ງຂ່າວທີ່ເປັນອິດສະຫຼະ ແລະ ມັກຈະເວົ້າເກີນຄວາມຈິງ.
ການເສຍຊີວິດໃນວັນຈັນມື້ນີ້ໄດ້ເຮັດໃຫ້ຕົວເລກຂອງທະຫານ ອາເມຣິກັນ ທີ່ຖືກຂ້າຕາຍປີນີ້ໃນປະເທດ ອັຟການິສຖານ ເພີ່ມຂຶ້ນເປັນຢ່າງໜ້ອຍ 19 ຄົນ.
ສົງຄາມ ອັຟການິສຖານ ທີ່ແກ່ຍາວມາໄດ້ 18 ປີ, ເຊິ່ງແມ່ນສົງຄາມທີ່ຍາວທີ່ສຸດຂອງ ອາເມຣິກາ ນັ້ນ, ມີການກ່າວວ່າ ໄດ້ເຮັດໃຫ້ລັດຖະບານ ວໍຊິງຕັນ ເສຍຄ່າໃຊ້ຈ່າຍເກືອບ ນຶ່ງພັນຕື້ໂດລາ ແລະ ທະຫານ ສະຫະລັດ ເສຍຊີວິດ ປະມານ 2,300 ຄົນ.