ປັດຈຸບັນນີ້ ຢູ່ໃນທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 279,798,604 ຄົນ ໂດຍເສຍຊີວິດແລ້ວ 5,399,598 ຄົນ ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອປກິນສ໌ ໃນວັນທີ 26 ທັນວານີ້, ສະເພາະຢູ່ໃນສະຫະລັດ ມີຜູ້ຕິດ ເຊື້ອທັງໝົດ 52,176,102 ຄົນ ລວມມີຜູ້ເສຍຊີວິດທັງໝົດ 816,554 ຄົນ ໃນນັ້ນ ມີປະຊາຊົນທີ່ໄດ້ຮັບການສັກຢາຄົບຖ້ວນສົມບູນແລ້ວ 204 ລ້ານ 8 ແສນຄົນ ຫຼື 62 ເປີເຊັນ ຂອງຈໍານວນປະຊາກອນພາຍໃນປະເທດ. ຢ່າງໃດກໍຕາມ ເຖິງວ່າຈະມີຂໍ້ມູນຢັ້ງຢືນອອກມາວ່າ ການຕິດເຊື້ອພະຍາດ ແລະເສຍຊີວິດເພີ້ມຂຶ້ນຢູ່ເລື້ອຍໆ, ແຕ່ປະຊາຊົນກໍຍັງໃຊ້ຊີວິດທີ່ເລີ້ມປົກກະຕິຂຶ້ນ ໂດຍເຫັນໄດ້ຈາກການອອກໄປຕະຫຼາດ, ຮ້ານຄ້າ ຮ້ານອາຫານ ໃນຊ່ວງເທດສະການບຸນຄຣິສມາສ ແລະປີໃໝ່ທີ່ກໍາລັງຈະມາເຖິງນີ້. ທ່ານບຸນທະວີ ລະວຽງວົງ, ເປັນພະນັກ ງານປະຈໍາຢູ່ຮ້ານຄ້າແຫ່ງນຶ່ງໄດ້ກ່າວໃຫ້ ວີໂອເອ ຟັງວ່າ ລາວເອງໄດ້ຮັບການສັກຢາວັກຊີນ ຄົບຖ້ວນແລ້ວ, ແຕ່ເນື່ອງຈາກວຽກທີ່ລາວເອງເຮັດຢູ່ນັ້ນ ຕ້ອງໄດ້ພົວພັນກັບລູກຄ້າທີ່ເຂົ້າອອກສະຖານທີ່ ຢູ່ຕະຫຼອດເວລາ ຍິ່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດບໍ່ວ່າຈະເປັນສິນຄ້າຫຼືສະຖານ ທີ່ບໍລິການກໍຕາມ ເຊິ່ງລາວໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:
“ກໍພາກັນໃຊ້ນໍ້າຢາລ້າງມື, ຜ້າເຊັດຂ້າເຊື້ອ, ສໍາລັບລູກຄ້າ ພວກເຮົາກໍມີແຜ່ນແກ້ວຂັ້ນຢູ່ຕໍ່ໜ້າພວກເຮົາ ພ້ອມກັນນັ້ນພວກເຮົາກໍລ້າງ ຫຼືທໍາຄວາມສະອາດມືຕະຫຼອດເວລາ, ທຸກໆຄັ້ງທີ່ມີລູກຄ້າເຂົ້າມາ ພວກເຮົາກໍໄດ້ທໍາຄວາມສະອາດໂຕະເຄົາເຕີ້ຕະຫຼອດ, ທຸກໆຄົນຕ້ອງໃສ່ໜ້າກາກ ແລະເວັ້ນໄລຍະຫ່າງຢ່າງນ້ອຍ 6 ຟີທ, ພວກເຮົາບໍ່ໄດ້ສີດຢາຂ້າເຊື້ອຢູ່ໃນຮ້ານຕະຫຼອດເວລາ ແຕ່ທຸກໆອາທິດພວກເຮົາໄດ້ຈ້າງໃຫ້ບໍລິສດມາສີດຢາຂ້າເຊື້ອຢູ່ຮ້ານຕະຫຼອດ.”
ເຖິງແມ່ນວ່າ ຈະມີຫຼາຍຄົນທີ່ໄດ້ຮັບການສັກຢາແລ້ວ, ແຕ່ທຸກໆຄົນກໍຍັງຕ້ອງປະຕິບັດຕາມແນວທາງຂອງອົງການ CDC ຢ່າງສະໝໍ່າສະເໝີ, ໃສ່ໜ້າກາກທຸກໆຄັ້ງ ເມື່ອເວລາອອກໄປຂ້າງນອກ, ລ້າງມືໃຫ້ສະອາດ ຢູ່ຕະຫຼອດເວລາ, ເວັ້ນໄລຍະຫ່າງທາງສັງຄົມຢູ່ສະເໝີ ແລະອື່ນໆ.