ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບໍລິການ ແລະທ່ອງທ່ຽວໃນ ສປປ ລາວ ໄດ້ຮັບຜົນກະທົບຈາກ ໂຄວິດ-19 ຢ່າງຮ້າຍແຮງ


ການປິດເມືອງ ໃນລະຫວ່າງທີ່ມີການລະບາດຂອງໂຄວິດ-19 ຢູ່ລາວ.
ການປິດເມືອງ ໃນລະຫວ່າງທີ່ມີການລະບາດຂອງໂຄວິດ-19 ຢູ່ລາວ.

ພາກບໍລິການແລະທ່ອງທ່ຽວໃນລາວ ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຢ່າງຮຸນແຮງ ໂດຍລົດລົງທັງລາຍຮັບແລະຈຳນວນນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າມາລາວ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວ
ຖະແຫຼງວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວ ໄດ້ຮັບຜົນກະທົບ ຈາກການລະບາດ
ຂອງໄວຣັສ COVID-19 ຢ່າງຮຸນແຮງໃນປັດຈຸຸບັນນີ້ທັງກໍຍັງ ຈະສືບຕໍ່ໄປອີກຈົນກວ່າວ່າ
ລາວແລະນາໆຊາດຈະສາມາດຄວບຄຸມການລະບາດ ຂອງໄວຣັສ COVID-19 ໄດ້ຢ່າງ
ຄັກແນ່ແລ້ວເທົ່ານັ້ນ ແລະດ້ວຍສະພາບການ ດັ່ງກ່າວ ຈຶ່ງເຮັດໃຫ້ການບໍລິການ ແລະທ່ອງ
ທ່ຽວໃນລາວຕົກຕໍ່າລົງທັງລາຍຮັບ ແລະຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງ
ເຂົ້າມາໃນລາວໂດຍໃນໄຕມາດທີ 1 ຫຼືໄລຍະ 3 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຊາວ
ຕ່າງຊາດ ເດີນທາງເຂົ້າມາໃນລາວຈຳນວນທັງໝົດ 886,447 ຄົນໂດຍລົດລົງ 17 ເປີເຊັນ
ທຽບໃສ່ໄລຍະດຽວກັນໃນປີ 2019 ທີີ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນ ທາງເຂົ້າມາໃນ
ລາວ ຈຳນວນເຖິງ 1,062,377 ຄົນ ແລະຄັນເມື່ອລັດຖະບານ ລາວ ໄດ້ດຳເນີນມາດຕະ
ການສະກັດກັ້ນການລະບາດຂອງໄວຣັສ COVID-19 ດ້ວຍການປິດດ່ານຊາຍແດນ
ແລະການຫ້າມເດີນທາງສັນຈອນໄປມາທັງພາຍ ໃນປະເທດ ແລະຕ່າງປະເທດ ນັບຕັ້ງ
ແຕ່ ເດືອນເມສາ 2020 ເປັນຕົ້ນມານັ້ນກໍໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນ
ທາງເຂົ້າມາໃນລາວເລີຍ ແລະ ສະພາບການດັ່ງກ່າວນີ້ຍັງຈະສືບຕໍ່ໄປອີກ ດັ່ງທີ່ທ່ານ
ກິແກ້ວ ຢືນຢັນວ່າ:

“ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນໃນ 3 ເດືອນຕົ້ນປີ 2020 ພຽງແຕ່ 886,447
ຄົນ ຫລຸດລົງ 17 ເປີເຊັນ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019 ນອກຈາກນີ້ຫົວໜ່ວຍ
ທຸລະກິດທ່ອງທ່ຽວໃນທົ່ວປະເທດກໍໄດ້ຮັບຜົນກະທົບຢ່າງ ຫລີກລ່ຽງບໍ່ໄດ້ ພ້ອມນີ້ ກິດ
ຈະການທ່ອງທ່ຽວ ແລະວັດທະນາທຳທັງໝົດກໍໄດ້ ຖືກໂຈະ ແລະເລື່ອນການຈັດຕັ້ງ
ປະຕິບັດ ຮວມມີການປະກາດມໍລະດົກໂລກທົ່ງ ໄຫຫີນ ຊຽງຂວາງ ບຸນປີໃໝ່ລາວ ແລະ
ບຸນປະເພນີອື່ນໆ ມາຮອດປັດຈຸບັນນີ້ນັກທ່ອງທ່ຽວຖືວ່າບໍ່ມີເລີຍ ແລະຄາດຄະເນວ່າ
ສະພາບການຮ້າຍແຮງຄືແນວ ນີ້ຍັງຈະສືບຕໍ່ໄປອີກໄລຍະນຶ່ງ.”

ສ່ວນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວປະເມີນວ່າ ສະເພາະທຸລະກິດ
ໃນພາກບໍລິການແລະທ່ອງທ່ຽວຈະມີການເລີກຈ້າງພະນັກງານຫຼາຍກວ່າ 7 ໝື່ນຄົນໃນ
3 ເດືອນຕໍ່ໜ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າພາກບໍລິການ
ລາວ ຈະສູນເສຍລາຍຮັບເກີນກວ່າ 350 ລ້ານໂດລາ ສະຫະລັດ ເນື່ອງຈາກ ການປິດ
ດ່ານຊາຍແດນໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີ ນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງ
ເດີນທາງເຂົ້າມາລາວ ນັບແຕ່ທ້າຍເດືອນ ມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນ
ເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກ ລາວແລະນາໆຊາດຍັງຕ້ອງປະເຊີນກັບການລະ
ບາດຂອງເຊື້ອໄວຣັສ COVID -19 ຕໍ່ໄປຊຶ່ງທາງດ້ານສະພາອຸດສາຫະກໍາ ແລະການ
ຄ້າຂອງສະພາບຢູໂຣບ (EU) ປະຈຳລາວ ຄາດການວ່າ ການລະບາດຂອງເຊື້ອໄວຣັສ
COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວ
ຕ້ອງ ສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະ
ເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານີ້ບໍ່ມີເງິນສຳລັບຊຳລະໝີ້ເງິນກູ້ແລະດອກເບ້ຍ ຄືນ
ໃຫ້ທະນາຄານອີກດ້ວຍ.

ທັ້ງນີ້ທາງການລາວກໍອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດການຄ້າ ແລະບໍລິການ
ຕ່າງໆສາມາດເປີີດກິດຈະການໄດ້ຊົ່ວຄາວໃນວັນທີ 4 ຫາ 17 ພຶດສະພາ 2020 ແຕ່
ວ່າຈະຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດຄືຮັກສາໄລ ຍະຫ່າງລະຫວ່າງ
ຄົນຕັ້ງແຕ່ 1 ແມັດຂຶ້ນໄປ ການລ້າງມືດ້ວຍສະບູແລະນໍ້າສະ ອາດ ຫຼືເຈລນລ້າງມືການ
ໃສ່ຜ້າອັດປາກດັງການວັດອຸນຫະພູມຮ່າງກາຍ ການອະນາໄມສະຖານທີ່ຕ່າງໆ ໃຫ້
ສະອາດຢູ່ສະເໝີ ໂດຍສະເພາະແມ່ນໂຮງ ແຮມ ຣີສອດ ເຮືອນພັກ ຮ້ານອາຫານ ຮ່້ານ
ກາເຟ ຮ້ານຕັດຜົມ ແລະຮ້ານເສີມ ສວຍນັ້ນ ຍັງຈະຕ້ອງປະສານໃນດ້ານຂໍ້ມູນຂ່າວສານ
ກັບ ຄະນະສະເພາະກິດ ຢ່າງໃກ້ສິດດ້ວຍ ເພາະຖ້າຫາກກວດພົບວ່າ ລູກຄ້າຄົນໃດທີ່
ອຸນຫະພູມຮ່າງ ກາຍເກີນກວ່າ 37.5ອົງສາແຊລຊຽສ ກໍຈະຕ້ອງໂທລະສັບ ສາຍດ່ວນ
ໄປແຈ້ງ ໃຫ້ຄະນະສະເພາະກິດຂອງແຕ່ລະເຂດ ໄດ້ຮັບຊາບເພື່ອຈະໄດ້ທຳການກວດ
ອາການຂອງລູກຄ້າດັ່ງກ່າວນັ້ນເອງ.

ປັດຈຸບັນ ລາວມີຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ຈຳນວນ
124,830 ຫົວໜ່ວຍຄິດເປັນ 97 ເປີເຊັນ ຂອງວິສາຫະກິດທັງໝົດ ແລະມີການຈ້າງງານ
ເກີນກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການຈ້າງງານທັງໝົດ ແຕ່ໃນນີ້
ກໍມີພຽງ 2 ແສນກວ່າຄົນທີີມີຫລັກປະກັນ ທາງສັງຄົມ.

XS
SM
MD
LG