ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ບາງຄົນ ຕິດເຊື້ອໂຄວິດ ຈົນເຖິງຂັ້ນໄດ້ເຂົ້າ ຫ້ອງໄອຊີຢູ


ພະນັກງານບໍລິການຊາຍຂອງກະຊວງສຸກເສີນຣັດເຊຍສວມໃສ່ຊຸດປ້ອງກັນ ປະຕິບັດການຂ້າເຊື້ອພະຍາດ ຢູ່ສະຖານີລົດໄຟ ຄຽບສະກີ (Kievsky), ທ່າມກາງການລະບາດຂອງໂຄວິດ-19 ໃນນະຄອນຫຼວງມົສກູ, ເດືອນກັນຍາ, ປີ 2021.
ພະນັກງານບໍລິການຊາຍຂອງກະຊວງສຸກເສີນຣັດເຊຍສວມໃສ່ຊຸດປ້ອງກັນ ປະຕິບັດການຂ້າເຊື້ອພະຍາດ ຢູ່ສະຖານີລົດໄຟ ຄຽບສະກີ (Kievsky), ທ່າມກາງການລະບາດຂອງໂຄວິດ-19 ໃນນະຄອນຫຼວງມົສກູ, ເດືອນກັນຍາ, ປີ 2021.

“ຊີວິດນີ້ມີຄວາມໝາຍ” ຢູ່ແບບໃດ ໃຫ້ມັນຄຸ້ມຄ່າ ແລະຍາວນານ? ແຕ່ມັນກໍ່ປາດສະຈາກບໍ່ໄດ້ ຫາກຈະມີການລົ້ມຫາຍຕາຍຈາກ ເພາະຄວາມເຈັບເປັນ ເປັນສິ່ງທີ່ບໍ່ສາມາດທໍານາຍໄດ້. ທ່ານຂາວ ຜູ້ທີ່ອາໄສຢູ່ໃນນະຄອນຟີນິກ, ລັດ ອາຣິໂຊນາ ໄດ້ກ່າວເຖິງປະສົບການທີ່ເພິ່ນໄດ້ເຂົ້າໂຮງໝໍແບບກະທັນຫັນ ຍ້ອນອາການໄຂ້ທີ່ຮຸນແຮງ ຈາກການຕິດເຊື້ອພະຍາດໂຄວິດ-19 ໃຫ້ທາງວີໂອເອຟັງວ່າ: ກ່ອນທີ່ເພິ່ນຊິໃຫ້ລູກຊາຍ ພາໄປໂຮງໝໍນັ້ນ ປະມານ 2-3 ວັນທໍາອິດ ແມ່ນມີອາກາດໄຂ້ເໝືອນດັ່ງຄົນເປັນໄຂ້ ຫວັດໃຫຍ່ ຮອດມື້ທີ 4 ມາຮູ້ສຶກວ່າເມື່ອຍແຮງ ເມື່ອຍຫຼາຍແລະກໍຫາຍໃຈຍາກ, ເມື່ອໄປຮອດໂຮງໝໍ ທ່ານໝໍກໍໃຫ້ນອນຕິດຕາມອາການເລີຍເປັນອາທິດ, ຫຼັງຈາກນັ້ນປະມານອາທິດປາຍ ມີອາກາດຫາຍໃຈບໍ່ອອກ ໝໍຈຶ່ງໄດ້ນໍາເຂົ້າ ຫ້ອງ ໄອຊີຢູ, ຈາກນັ້ນ ໝໍຈຶ່ງບອກວ່າຖ້າຫາກຊ່ວຍຊ້າກວ່ານີ້ 15 ນາທີ ເພິ່ນອາດຈະຕ້ອງເສຍຊີວິດ, ໂດຍເພິ່ນໄດ້ກ່າວເຖິງຊ່ວງສໍາຄັນຂອງຊີວິດໃຫ້ຟັງບາງຕອນວ່າ:

“ມັນເຂົ້າປອດລະແມ່ນສ່ຽງຍາກ ຊໍ່າວ່າປະຕິຫານຫັ້ນລະວ່າຊັ້ນຊະ ຍັງ 15 ນາທີເຂົາເວົ້ານະ, ທ່ານໝໍລາວຍັງວ່າ ຂ້ອຍມາເຫັນເຈົ້ານີ້ ຜ່າຕັດຄົນມານີ້ ຕາມທີ່ເຫັນຄົນເປັນແຮງຊໍ່າເຈົ້ານີ້ບໍ່ຄ່ອຍຢາກລອດ ທ່ານໝໍໃຫຍ່ຜູ້ລາວມາຜ່າຕັດໃຫ້ວ່າ, ອັນຕະລາຍໃດອັນນີ້ ຍັງວ່າຢາກຝາກເຖິງພີ່ເຖິງນ້ອງ ເຖິງໝູ່ຄູ່ຮັກແພງກັນຫັ້ນແລ້ວ ສັກຢາກັນໄວ້ກໍດີກວ່າເຮົາບໍ່ກັນ ຄົນທີ່ບໍ່ທັນໄປສັກນີ້ຢາກໃຫ້ໄປສັກ ເພື່ອຄົນທີ່ຮັກຢູ່ໃນຄອບຄົວເຮົານີ້ລະ ມັນບໍ່ໄດ້ມີຫລາຍໃດ ພວກລອດນິ.”

ທ່ານຂາວ ຍັງກ່າວຕື່ມອີກວ່າ “ປານດັ່ງຕາຍແລ້ວເກີດໃໝ່” ທີ່ມີໂອກາດໄດ້ກັບ ຄືນມາມີຊີວິດອີກຄັ້ງ ແລະໄດ້ມີໂອກາດມາເລົ່າເຖິງເຫດການທີ່ຕົນເອງພົບພໍ້ໃຫ້ທຸກໆຄົນໄດ້ຮັບຟັງ.

XS
SM
MD
LG