ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະ​ເບີດ​ສະລະ​ຊີບ ສັ່ນສະເທືອນ ນະຄອນຫຼວງ ຂອງອີຣັກ (ວີດີໂອ)


ຊາວເມືອງຢູ່ນະຄອນຫລວງແບກແດດ ຢືນຢູ່ທ່າມກາງເຫດ​ການ​ກໍ່ຄວາມ​ຮຸນ​ແຮງ ດ້ວຍຄົນ​ວາງລົດ​ລະ​ເບີດ​ສະລະ​ຊີບ ແຫ່ງນຶ່ງ ເມື່ອວັນທີ 19 ກໍລະກົດ 2014.
ຊາວເມືອງຢູ່ນະຄອນຫລວງແບກແດດ ຢືນຢູ່ທ່າມກາງເຫດ​ການ​ກໍ່ຄວາມ​ຮຸນ​ແຮງ ດ້ວຍຄົນ​ວາງລົດ​ລະ​ເບີດ​ສະລະ​ຊີບ ແຫ່ງນຶ່ງ ເມື່ອວັນທີ 19 ກໍລະກົດ 2014.

ການວາງລະ​ເບີດ​ຕໍ່​ເນື່ອງ​ກັນຫຼາຍໆບັ້ນ​ ໄດ້​ສັ່ນ​ສະ​ເທືອນ​
ນະຄອນຫຼວງ ​ແບກ​ແດດ ​ເຮັດ​ໃຫ້ ຢ່າງ​ນ້ອຍ 26 ຄົນ ​ເສຍ​
ຊີວິດ ​ໃນ​ອັນ​ທີ່​ເປັນ​ນຶ່ງ​ ໃນເຫດ​ການ​ກໍ່ຄວາມ​ຮຸນ​ແຮງ ທີ່
​ຮ້າຍ​ແຮງຫຼາຍໆ​ບັ້ນ ​ໃນ​ເມືອງ​ຫລວງ​ຂອງ​ອີຣັກ ຫຼັງຈາກ​ທີ່​
ພວກ​ອິສລາມ​ຫົວ​ຮຸນ​ແຮງ​ ໄດ້​ຍຶດຄອງ​ເອົາ​ເມືອງ Mosul ​
ໃນ​ເດືອນ​ແລ້ວ​ນີ້.

​ເຫດການ​ຮ້າຍ​ແຮງ​ສຸດ​ ບັ້ນ​ດຽວ ເມື່ອວັນ​ເສົາ​ວານ​ນີ້ ​ເກີດ​ຂຶ້ນ
​ຢູ່ໃກ້​ກັບ​ປ້ອມ​ຍາມ​ຂອງ​ຕຳຫລວດ​ແຫ່ງ​ນຶ່ງ ຢູ່​ເຂດ​ເມືອງ Abu
Dsheer ທີ່​ມີຊາວ​ມຸສລິ​ມ ນິກາຍ Shi’ite ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່
​ໃນ​ພາກໃຕ້ ຂອງແບກ​ແດດ.

ເຈົ້າໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ​ຄົນ​ວາງລົດ​ລະ​ເບີດ​ສະລະ​ຊີບ ຢູ່​ປ້ອມ​ຍາມ​ແຫ່ງ
​ນັ້ນ ໄດ້​ສັງຫານ​ຢ່າງ​ນ້ອຍ 7 ຄົນ.

ຕໍ່​ຈາກ​ນັ້ນມາ ລະ​ເບີດໄດ້ແຕກຂຶ້ນ​ອີກ ຢ່າງ​ນ້ອຍ 3 ​ເທື່ອ ພາຍ​ໃນ​ລະຍະນຶ່ງ​ຊົ່ວ​ໂມງ​ ຢູ່​ໃນ​
ທົ່ວຕົວ​ເມືອງ ແລະໄດ້ສັງຫານ ຢ່າງ​ນ້ອຍ 15 ຄົນ. ລະ​ເບີດ​ລູກ​ທີ 4 ໄດ້ເກີດ​ຂຶ້ນ ​ເມື່ອ​ຕອນ​
ແລງ​ຂອງ​ມື້​ດຽວ​ກັນ.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ ຄວາມ​ຮັບຜິດ​ຊອບໃນ​ທັນທີເທື່ອນີ້.

IRAQ VO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG