ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຣັ​ດ​ເຊຍ ກ່າວ​ວ່າ ຍັງ​ບໍ່ທັນ​ສະ​ເໜີ ​ເລື້ອງປົດຕຳ​ແໜ່​ງ ​ແລະ​ການຂໍ​ລີ້​ໄພ ​ຂອງ​ທ່ານ Assad ​ເທື່ອ

ວັນ​ອັງຄານ ທີ 12 ມັງກອນ, 2016, ຮູບ​ພາບ​ຈາກ​ອົງການ​ຂ່າວ​SANA ຂອງທາງານຊີເຣຍ ສະ​ແດງ​ໃຫ້​ເຫັນ ​ກອງ​ກຳລັງ​ຂອງລັດຖະບານ​ຊິ​ເຣຍ ​ແລະທະຫານບ້ານ ທີ່ເປັນພັນທະມິດ ຍ່າງ​ນຳ​ກັນ ​ໃນ​ເມືອງ Salma ​ໃນ​ແຂວງ Latakia , ຊິ​ເຣຍ.

ລັດຖະມົນຕີ​ການຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​
ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ຣັດ​ເຊຍ ຍັງ​ບໍ່​ທັນ​ໄດ້​ຂໍຮ້ອງ​ໃຫ້​
ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ​ອອກ​ຈາກ​
ຕຳ​ແໜ່​ງແລະ​ຍັງ​ບໍ່ທັນ​ສະ​ເໜີ​ເລື້ອງ​ການຂໍ​ລີ້​ໄພ​ທາງ​ການ​ເມືອງ​
ແຕ່​ຢ່າງ​ໃດ​ເທື່ອ.

ຄຳ​ເຫັນ​ຂອງ​ທ່ານ ​ມີ​ຂຶ້ນ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ຫຼັງ​ຈາກ
ອົງການ​ສະຫະ​ປະຊາ​ຊາດ​ກະກຽ​ມການ​ເຈລະຈາສັນຕິພາບ
ຮອບ​ໃໝ່​ກ່ຽວ​ກັບ​ຊິ​ເຣຍ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້
ທີ່ນະຄອນ​ເຈ​ນີວາ. ຈຸດ​ປະສົງ​ແມ່ນ​ເພື່ອຍຸດຕິ​ສົງຄາມ​ກາງ​
ເມືອງໃນ​ປະ​ເທດດັ່ງກ່າວ ​ແລະ​ຈັດ​ໃຫ້​ມີ​ການ​ມອບ​ໂອນ​ອຳນາດ​ທາງ​ການ​ເມືອງ ທີ່​ຮວມທັງ​ການ​ຮ່າງ​ລັດຖະທຳ​ມະນູນສະບັບໃໝ່ແລະ​ການ​ເລືອກ​ຕັ້ງ​ນຳ.

ປະຊາຊົນ​ຊາວ​ຊິ​ເຣຍ ຮວມຕົວ​ກັນ ຢູ່​ໃນ​ສະຖານ ເກີ​ດ​ເຫດລະ​ເບີດ ໃນປ້ອມຍາມທີ່ຄວບຄຸມໂດຍລັດຖະບານ, ໃນຄຸ້ມບ້ານ Zahraa, ແຂວງ Homs ຊິເຣຍ, 26 ມັງກອນ, 2016.
ປະຊາຊົນ​ຊາວ​ຊິ​ເຣຍ ຮວມຕົວ​ກັນ ຢູ່​ໃນ​ສະຖານ ເກີ​ດ​ເຫດລະ​ເບີດ ໃນປ້ອມຍາມທີ່ຄວບຄຸມໂດຍລັດຖະບານ, ໃນຄຸ້ມບ້ານ Zahraa, ແຂວງ Homs ຊິເຣຍ, 26 ມັງກອນ, 2016.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ໄດ້​ໃຫ້​ຮ່ອງຮອຍໃນການ​ໃຫ້​ສຳພາດ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ການໃຫ້​ປະທາ​ນາ​ທິບໍດີ Assad ລົງ​ຈາກ​ອຳນາດນັ້ນ​ແມ່ນ​ບໍ່​ມີ​ບັນຫາ​ໃດໆ.

ທ່ານ Lavrov ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ເປັນ​ເວລາ 4 ​ເດືອນ ທີ່​ສະໜັບສະໜຸນ​ທ່ານ Assad ​ໄດ້ຊ່ວຍ​ເຮັດ​ໃຫ້ມີ​ການ ຫັນ ປ່ຽນທິດທາງ ​ໃນ​ຊິ​ເຣຍ ບອ່ນທີ່​ລັດຖະບານ ​ໄດ້​ທຳ​ການ​ສູ້​ລົບ​ກັບ​ພວກຕໍ່ຕ້ານ​ມາ​ໄດ້​ເກືອບ 5 ປີ​ແລ້ວ ​ແລະຫວ່າງ​ໝໍ່ໆ​ມາ​ນີ້ ກໍ​ແມ່ນ​ສູ້​ລົບກັບ ກຸ່ມ​ລັດ​ອິສລາ​ມ.

XS
SM
MD
LG