ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ນາງ Roberta Vinci ແຫ່ງ ອີຕາລີ ຊະນະ ດາຣາເທັນນິສ ອາເມຣິກັນ Serena Williams


ນາງ Roberta Vinci ນັກເທັນນິສອີຕາລີ ສະຫລອງກັບຝູງຊົນ ຫລັງຈາກໄດ້ຊະນະ ນາງ Serena Williams.

ດາຣາເທັນນິສອາເມຣິກັນ ນາງ Serena Williams ​ໄດ້​ເສຍ
ໄຊ​ຢ່າງບໍ່ໜ້າເຊື່ອ ໃນການ​ແຂ່ງ​ຂັນ​ຮອບຮອງຊະນະເລີດ ເພື່ອ
ຊິງແຊ້ມເທັນນິສສະຫະລັດ ຫລື US Open​ ທີ່ນະຄອນ​ New
York ໂດຍໄດ້ພາດໄປພຽງໜ້ອຍດຽວ ໃນການ​ສ້າງປະຫວັດ
ສາດທາງ​ດ້ານເທັນ​ນິສ.

ນາງ Williams ຊຶ່ງເປັນນັກເທັນນິສອັນດັບນຶ່ງ ​ເກືອບຈະຄວ້າ
ເອົາໄຊຊະນະມາຄອງຢູ່ແລ້ວໃນການແຂ່ງຂັນປີນີ້ ​ໂດຍໄດ້ຊະ
ນະ​ຕຳ​ແໜ່​ງຕ່າງໆໃນປີ​ນີ້ ຢູ່ທີ່ການ ​ແຂ່ງຂັນຊິງແຊ້ມເທັນນິສ
ອອສ​ເຕຣ​ເລຍ ຝຣັ່ງ ​ແລະ​ Wimbledon.

​ແຕ່​ວ່າ ນາງ​ບໍ່​ສາມາດ​ເອົາ​ຊະນະ ນັກ​ຫລີ້ນ​ເທັນນິສ ອີ​ຕາ​ລີ ນາງ Roberta Vinci ​ໃນ
​ວັນສຸກ​ວານ​ນີ້ ໂດຍເສຍໄຊດ້ວຍຄະແນນ 2-6, 6-4, 6-4, ຢູ່​ທີ່ເດີ່​ນ Ashur Ashe ​ໃນ
ນະຄອນNew York​. ນາງ Vinci ​ທີ່ບໍ່ໄດ້ຕິດອັນດັບມາກ່ອນ ແມ່ນມີຄະແນນເປັນຮອງ
ນາງ William ຢ່າງຫຼວງຫຼາຍ ກ່ອນ​ການ​ແຂ່ງຂັນ.

ບັດ​ນີ້ ນາງ​ຈະ​ປະ​ເຊີນ​ໜ້າ​ກັບນັກເທັນ​ນິສອີ​ຕາ​ລີອີກ​ຄົນ​ນຶ່ງ ຄືນາງ Flavia Pannetta
ຢູ່ໃນ​ຮອບ​ສຸດ​ທ້າ​ຍຂອງ ​ກາ​ນແຂ່ງຂັນຊິງແຊ້ມເທັນນິສ ສະຫະລັດ ໃນ​ວັນ​ເສົາ​ມື້​ນີ້. ນາງ
Penetta ​ໄດ້​ຊະນະນັກເທັກນິສອັນດັບ​ສອງ ​ຂອງໂຣມາ​ເນຍ ນາງ Simona Halep
ກ່ອນຈະໄດ້ເຂົ້າມາສູ່​ຮອບ​ສຸດ​ທ້າຍ.

XS
SM
MD
LG