ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

Serena William ​ຄອງ​ຕໍາ​ແໜ່​ງ ​ແຊ້ມ US Open ຄັ້ງທີ 5


ຍິງ​ສາວ​ຊາວ​ອາ​ເມຣິກັນ Serena William ​ໄດ້​ຊະນະ​ການ​ແຂ່ງຂັນ US Open
ຍິງ​ສາວ​ຊາວ​ອາ​ເມຣິກັນ Serena William ​ໄດ້​ຊະນະ​ການ​ແຂ່ງຂັນ US Open
ນັກ​ກິລາ tennis ​ແມ່ຍິງ​ຝີ​ມື​ອັນ​ດັບນຶ່ງຂອງ​ໂລກ​, ຍິງ​ສາວ
​ຊາວ​ອາ​ເມຣິກັນ Serena William ​ໄດ້​ຊະນະ​ການ​ແຂ່ງຂັນ
US Open ເປັນເທື່ອທີ 5 ແລະເປັນຄັ້ງທີ 17 ຂອງຕໍາແຫນ່ງ
ແຂ່ງຂັນທີ່ຍິ່ງໃຫຍ່ທີ່​ເອີ້ນ​ວ່າ ​ Grand Slam ນັ້ນ.

ນາງ​ສາວ William ​ໄດ້ເອົາຊະນະ ​ມື 2 ນາງ​ສາວ Victoria
Azarenka ​ ຈາກ Belarus ​ໃນ​ຄະ​ແນນ 7-5, 6-7, 6-1 ​
ໃນ​ນະຄອນ​ນີວຢອກ ຊຶ່ງ​ນີ້​ເປັນ​ການ​ລົງ​ແຂ່ງ​ກັບ​ຄູ່ແຂ່ງຂັນ
​ຄົນ​ເດີມ​ໃນ​ປີ​ກາຍ​ນີ້​ເຊັ່ນ​ກັນ ​ແລະ ກໍ​ແມ່ນນາງ​ສາວ William
ໄດ້ເປັນຜູ້​ຊະນະ.

ຈາກ​ການ​ຊະນະ​ໃນຄັ້ງ​ນີ້ ນາງ​ສາວ William ​ໄດ້​ກາຍ​ມາ​ເປັນ​ຜູ້​ທີ່​ມີ​ອາຍຸ​ສູງ​ທີ່​ສຸດ​ທີ່​ໄດ້​ຄອງ
​ຕໍາ​ແໜ່​ງນີ້ ນັບ​ຕັ້ງ​ແຕ່ ການ​ກິລາ tennis ​ໄດ້​ກາຍ ມາ​ເປັນ​ກິລາ​ອາຊີບ ​ເມື່ອ 45 ປີກ່ອນ​ໜ້າ​ນີ້.
ນາງ​ສາວ William ​ມີ​ອາຍຸ 32 ປີ​ໃນ​ເດືອນ​ແລ້ວ​ນີ້.

ການ​ແຂ່ງຂັນ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ທ່າມກາງ​ສະພາບອາກາດ​ທີ່​ມີ​ລົມ ທີ່​ໃຊ້ເວ​ລາ​
ໃ​ນການ​ແຂ່ງຂັນ​ຕັ້ງ 2 ຊົ່ວ​ໂມງ 45 ນາທີ ຊຶ່ງ​ກາຍ​ມາ​ເປັນ​ການ​ແຂ່ງຂັນຂອງ​ກິລາ tennis
ຮອບ​ສຸດ​ທ້າຍຂອງ US Open ທີ່​ຍາວ​ນານ​ທີ່​ສຸດ ນັບ​ຕັ້ງ​ແຕ່ ການ​ແຂ່ງຂັນ​ທີ່​ເລີ່​ມນັບ
​ເວລາໃນ​ປີ 1980 ພຸ້ນ.

ການແຂ່ງ​ຂັນຮອບ​ສຸດ​ທ້າຍຂອງຝ່າ​ຍຊາຍ​ນັ້ນແມ່ນ​ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍມີ Novak
Djokovic ຈາກ Serbia ທີ່​ຄອງ​ຕໍາ​ແຫນ່​ງອັນ​ດັບ​ນຶ່ງ ​ປະ​ທະ​ກັບ ​ມື 2 ຈາກ Spain,
Rafael Nadal.
XS
SM
MD
LG