ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເຊີເບຍ ໃນເມືອງ Mitrovica ທັບມ້າງ ກຳແພງ ທີ່ເປັນບັນຫາຂັດແຍ້ງກັນ ຖິ້ມ


ລົດດຸດ ທັບມ້າງ ກຳແພງຄອນກຣີດ ທີ່ກໍ່ຕັ້ງຂຶ້ນ ຢູ່ໃນເມືອງ Mitrovica ທາງພາກເໜືອຂອງປະເທດ ຖິ້ມໃນວັນອາທິດ ທີ 5 ມັງກອນ 2017.
ລົດດຸດ ທັບມ້າງ ກຳແພງຄອນກຣີດ ທີ່ກໍ່ຕັ້ງຂຶ້ນ ຢູ່ໃນເມືອງ Mitrovica ທາງພາກເໜືອຂອງປະເທດ ຖິ້ມໃນວັນອາທິດ ທີ 5 ມັງກອນ 2017.

ຊາວເຊີເບຍ ທີ່ ໂກໂຊໂວ ໃນນະຄອນ Mitrovica ທີ່ແບ່ງແຍກກັນຍ້ອນຊົນເຜົ່າ
ໃນວັນອາທິດວານນີ້ ໄດ້ມ້າງເພກຳແພງອັນເປັນທີ່ຂັດແຍ້ງກັນນັ້ນລົງ ຍ້ອນພວກ
ອາລເບເນຍກ່າວວ່າ ພາໃຫ້ໂມໂຫ ຊຶ່ງສະພາບການ ໄດ້ມີຄວາມເຄັ່ງຕຶງມາແລ້ວ.

ລົດດຸດຫຼາຍຄັນ ໄດ້ຄ່ອຍໆດຸດກຳແພງຄອນກຣີດສູງສອງແມັດນັ້ນລົງ ລຸນຫຼັງການ
ເຈຣະຈາ ກັນລະຫວ່າງຊົນເຜົ່າ ອາລເບເນຍ ກັບຊາວເມືອງເຊີເບຍກຸ່ມນ້ອຍ ທີ່ໄກ່
ເກ່ຍໂດຍສະຫະພາບຢູຣົບ ແລະພວກນັກການທູດ ສຫຣ. ຫົວໜ້າດ້ານນະໂຍບາຍ
ຂອງ ອີຢູ ທ່ານ Federica Mogheriniກ່າວວ່າ ຂໍ້ຕົກລົງດ່ັງກ່າວ ສະແດງໃຫ້ເຫັນ
ວ່າ ທັງສອງຝ່າຍ “ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານແລະວິໄສທັດ ໂດຍ
ການມ້າງກຳແພງລົງ ແລະສຸມຈິດໃຈ ໃສ່ການສ້າງສາຂົວໄຕ່ຫາກັນ.”

ຊາວເຊີເບັຍຢູ່ນະຄອນ ມີໂຕຣວີກາ ທາງພາກເໜືອ ໄດ້ສ້າງກຳແພງຂຶ້ນໃນເດືອນ
ທັນວາ ໂດຍກ່າວວ່າ ພວກຕົນຢາກປ້ອງກັນຮັກສາທີ່ດິນໄວ້ ຢູ່ໄກ້ໆກັບຂົວຂ້າມ
ແມ່ນໍ້າ ອີບາ.

ສ່ວນຊາວຊົນເຜົ່າ ອາລເບເນຍ ຂອງເມືອງ ເຫັນວ່າ ກຳແພງດ່ັງກ່າວເປັນສິ່ງເກາະຜິດ
ໂດຍສະເພາະເວລາຊາວເຊີເບຍ ສົ່ງຣົດໄຟມາ ພ້ອມກັບຄຳວ່າ “ໂກໂຊໂວແມ່ນ
ເຊີເບຍ”
ນັ້ນ ໂດຍທາສີໃສ່ທາງຂ້າງໂກໂຊໂວໃນເດືອນແລ້ວນີ້. ພວກທະຫານຍາມ
ຝັ່ງ ໄດ້ຢຸດຣົດໄຟຄັນດັ່ງກ່າວໄວ້.

ຄວາມເຄັ່ງຕຶງລະຫວ່າງ ຊາວເຊີເບຍ ກັບ ອາລເບເນຍໄດ້ຜ່ອນຄາຍລົງ ນັບຕັ້ງແຕ່
ໂກໂຊໂວ ໄດ້ປະກາດຄວາມເປັນເອກກະລາດ ຈາກເຊີເບຍໃນປີ 2008 ເປັນຕົ້ນມາ.

ເຊີເບຍບໍ່ຮັບຮູ້ ຄວາມເປັນເອກກະລາດຂອງໂກໂຊໂວ. ສະຫະພາບຢູຣົບເວົ້າວ່າ
ທັງສອງປະເທດ ຕ້ອງໄດ້ເຮັດໃຫ້ສາຍພົວພັນຄືນດີເປັນປົກກະຕິ ຖ້າຫາກເຂົາເຈົ້າ
ຢາກເຂົ້າຮ່ວມອີຢູ.

Kosovo Wall
please wait
Embed

No media source currently available

0:00 0:00:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG