ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກເຊີເບຍ ທ່ານ Aleksandar Vucic ພວມຢ້ຽມຢາມ ສະຫະລັດ ເປັນເທື່ອທຳອິດ


ນາຍົກລັດຖະມົນຕີ ​Serbia ທ່ານ Aleksandar Vucic.
ນາຍົກລັດຖະມົນຕີ ​Serbia ທ່ານ Aleksandar Vucic.

ນາຍົກລັດຖະມົນຕີ ​Serbia ທ່ານ Aleksandar Vucic ກ່າວ
ຕໍ່ ວີ​ໂອ​ເອ ວ່າ ປະ​ເທດ​ຂອງ​ທ່ານ​ພ້ອ​ມ​ແລ້ວ ທີ່​ຈະ​ຮັບ​ເອົາ​ການ​
ຮຽກຮ້ອງ​ຂອງສະຫະລັດ ເພື່ອ ໃຫ້ຫລຸດຜ່ອນການກາງຕໍ່ອາ​ໄສ
ໃນເລື້ອງ​ແກັສ ຈາກຣັດ​ເຊຍ.

ລະຫວ່າ​ງການໃຫ້​ສຳພາດ​ຕໍ່ວີ​ໂອ​ເອ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ
​ໃນ​ວັນ​ພະຫັດ ຜ່ານມານີ້ ທ່ານ Vucic ກ່າວ​ວ່າ ​ເຊີ​ເບຍ ຕ້ອງ​
ການ​ເພີ້​ມທາງ​ເລືອກ ກ່ຽວກັບແຫ​ລ່ງພະລັງງານ ​ແລະ​ການສ້າງ
ທໍ່ສົ່ງ ​ທີ່ຈະ​ນຳ​ເອົາ​ແກັສມາສູ່​ປະ​ເທດ​ ຜ່ານ​ທາງ Hungary ​ແລະ Croatia.

ທ່ານ Vucic ພວມຢູ່ໃນລະຫວ່າງ​ການເດີນທາງ​ ມາ​ຢ້ຽມຢາມສະຫະລັດ ຢ່າງ​ເປັນທາງ​ການ​ເທື່ອທຳອິດ ໃນ​ນາມ​ຜູ້ນຳ ​Serbia ຊຶ່ງ​ທ່ານ​ໄດ້​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່
ສະຫະລັດ.

ທ່ານກ່າວ​ຕໍ່ຫ້ອງ​ຂ່າວໂທລະພາບ ​ພາກພາສາ Serbia ຂອງ ວີ​ໂອ​ເອ ວ່າ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ບອກ​ທ່ານ​ວ່າ ລັດຖະບານທ່ານ Obama ສະໜັບ ສະໜູນຄວາມ​ພະຍາ
ຍາມ​ຂອງ Belgrade ​ໃນ​ການ​ເຂົ້າ​ຮ່ວມ ສະຫະ​ພາຍ​ຢູ​ໂຣບ.

ທ່ານ Vucic ກ່າວ​ວ່າ “ບັນດາ​ເຈົ້າ​ໜ້າ​ທີ່ສະຫລັດ ທີ່​ຂ້າພະ​ເຈົ້າ​ໄດ້​ພົບ ຢາກ​ຊັກຊວນໃຫ້
ສະຫະພາບ​ຢູ່​ໂຣບ ​ເປີດການເຈລະຈາ​ກັບ ​Serbia. ຄວາມ​ເຂົ້າ​ໃຈ​ລ​ະຫວ່າງ​ກັນທີ່​ດີ​ຂື້ນ
ກັບສະຫລັດ ທ່ານ​ຈະ​ເຫັນ ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ໄດ້​ເຂົ້າ​ຢູ່​ໃນສະຫະພາບ​ຢູ​ໂຣບ​ໄວ​ຂື້ນ.
ວໍ​ຊິງ​ຕັນ ​ເປັນ​ຈຸດໝາຍ​ປາຍທາງ​ພິ​ເສດ​ສຳຄັນ​ທີ່​ສຸດ​ແກ່​ພວກ​ເຮົາ.”

ນາ​ຍົກ​ລັດຖະມົນຕີ Vucic ຍັງ​ກ່າວຕໍ່ວີ​ໂອ​ເອ ວ່າ ລັດຖະບານ​ຂອງ​ທ່ານໝັ້ນ​ໝາຍ​ທີ່​ຈະ​ຊອກ​ຫາພວກຮັບຜິດຊອບໃນກນ​ສັງຫານສາມ​ອ້າຍ​ນ້ອງອາ​ເມຣິກັນ ເຊື້ອສາຍອາລບາ
ເນຍ ​ທີ່​ໄດ້​ສູ້​ລົບ​ຄ່ຽງບ່າ​ຄ່ຽງ​ໄຫລ່​ກັບກອງທັບປົດປ່ອຍ Kosovo ໃນລະຫວ່າງ​ທ້າ​ຍຊຸມ
ປີ 1990.

ທ່ານກ່າວ​ວ່າ ບັນ​ຫານີ້​ບໍ່​ໄດ້ຖືກຍົກຂື້ນ​ມາຫາລືກັນ ​ເວລາທ່ານ​ສົນທະນາ​ກັບ​ພວກ​ເຈົ້າ​
ໜ້າ​ທີ່ສະຫະລັດ ​ແຕ່​ທ່ານກໍ​ກ່າວ​ວ່າ “ມັນນອນຢູ່​ໃນ​ຜົນ​ປະ​ໂຫຍ​ດທີ່​ດີ​ທີ່ສຸດຂອງ​ພວກ​
ເຮົາ ​ເພື່ອແກ້​ໄຂ​ກໍລະນີດັ່ງກ່າວບໍ່​ພໍ​ພຽງແຕ່ວ່າ​ເປັນເລື້ອງການ ​ເມືອງ ​ແລະການຮຽກຮ້ອງ
ຂອງ​ອາ​ເມຣິກັນ ​ແຕ່ເພາະວ່າ ​ເປັນ​ຜົນ​ປະໂຫຍ​ດທີ່ດີ​ທີ່ສຸດ ໃນດ້ານກົດໝາຍ​ແລະຄວາມ
​ຍຸດຕິ​ທຳ.”

XS
SM
MD
LG