ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mladic ຖືກນຳໂຕ ຂຶ້ນສານ ສະຫະປະຊາຊາດ


ທ່ານ Ratko Mladic ຜູ້ບັນຊາການທະຫານເຊີເບຍໃນປາງສົງຄາມບອສເນຍຂະນະທີ່ຖືກນຳໂຕຂຶ້ນສານ ສປຊ ທີ່ນະຄອນ Hague (3 ມິຖຸນາ 2011)
ທ່ານ Ratko Mladic ຜູ້ບັນຊາການທະຫານເຊີເບຍໃນປາງສົງຄາມບອສເນຍຂະນະທີ່ຖືກນຳໂຕຂຶ້ນສານ ສປຊ ທີ່ນະຄອນ Hague (3 ມິຖຸນາ 2011)

ຫຼັງຈາກໄດ້ຫຼົບລີ້ມາເປັນເວລາ 16 ປີອະດີດຜູ້ນຳທາງທະ
ຫານຂອງຊາວເຊີເບຍໃນບອສເນຍທ່ານ Ratko Mladic
ກໍໄດ້ໄປປາກົດໂຕ ທີ່ສານອາດຊະຍາກຳສົງຄາມ ຂອງອົງ
ການສະຫະປະຊາຊາດ ທີ່ນະຄອນ Hague ໂດຍກ່າວຕໍ່
ບັນດາຜູ້ພິພາກສາວ່າ ທ່ານພວມປ່ວຍໜັກແລະເອີ້ນການ
ກ່າວຫາຕໍ່ທ່ານນັ້ນວ່າເປັນສິ່ງທີ່ໜ້າຢ້ານກົວ.

ທ່ານ Mladic ໃນຄັ້ງນຶ່ງເຄີຍເປັນບຸກຄົນທີ່ແຂງແຮງໜ້າ
ເກງຂາມຢູ່ໃນສະໜາມລົບ ແຕ່ປາກົດວ່າຜູ້ກ່ຽວ ໄດ້ຢືນຢູ່
ດ້ວຍສະຫງົບ ທີ່ສານ ໃນວັນສຸກມື້ນີ້ ໂດຍໃສ່ຊຸດສີຂີ້ເຖົ່າ
ອ່ອນໆລາຍແຊກ ຂະນະທີ່ຜູ້ກ່ຽວ ຟັງຜູ້ພິພາກສາຄົນນຶ່ງ
ອ່ານຄຳກ່າວຫາ ກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນຕໍ່
ທ່ານຢ່າງຊ້າໆ.

ທ່ານ Mladic ເວົ້າວ່າ ທ່ານບໍ່ໄດ້ອ່ານສຳນວນຟ້ອງທ່ານ
ເທື່ອ ແລະກ່າວວ່າ ທ່ານຕ້ອງການເວລາເພີ່ມຕື່ມເພື່ອຄິດ
ທົບທວນກ່ຽວກັບການກ່າວຫາເຫຼົ່ານີ້. ຖ້າຫາກຖືກພົບ
ເຫັນວ່າມີຄວາມຜິດແທ້ ທ່ານປະເຊີນກັບໂທດຈຳຄຸກ ຕະຫຼອດຊີວິດ.

ທ່ານບໍ່ໄດ້ທຳການຮ້ອງຂໍ ຫຼືໂຕ້ແຍ້ງໃດໆ ໃນຂໍ້ຫາ 11 ຂໍ້ກ່ຽວກັບການກໍ່ອາດຊະຍາກຳ
ສົງຄາມ ແລະການກໍ່ໂທດກຳຕ້ານມະນຸດຊາດ ຮວມທັງ ການຂ້າລ້າງເຊື້ອ ຊາດເຜົ່າພັນ.
ທ່ານ Mladic ຊຶ່ງບອກຊື່ຂອງທ່ານຕໍ່ສານວ່ານາຍພົນ Ratko Mladic ນັ້ນໄດ້ຮັບອະ ນຸຍາດໃຫ້ເລື່ອນເວລາໃນການຮ້ອງຂໍເປັນເວລາ 30 ມື້ຫຼືໃຫ້ສານຮ້ອງຂໍວ່າບໍ່ມີຄວາມຜິດ
ໃນນາມຂອງຜູ້ກ່ຽວ.

ທ່ານ Mladic ຖືກກ່າວຫາວ່າ ເປັນຜູ້ວາງແຜນໃນການສັງຫານໝູ່ ພວກຜູ້ຊາຍແລະເດັກ
ນ້ອຍຜູ້ຊາຍມຸສລິມ 8,000 ຄົນທີ່ເມືອງ Srebrenica ໃນປີ 1995 ຊຶ່ງເປັນການສັງຫານ ໝູ່ທີ່ຮ້າຍກາດທີ່ສຸດໃນຢູໂຣບນັບແຕ່ສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາແລະການປິດລ້ອມ
ນະຄອນຊາຣາເຢໂວ ເມືອງຫຼວງຂອງບອສເນຍເປັນເວລາ 44 ເດືອນທີ່ເຮັດໃຫ້ 10,000
ຄົນເສຍຊີວິດໄປນັ້ນ.

ທ່ານ Mladic ໄດ້ຖືກສົ່ງໂຕຈາກເຊີເບຍ ໂດຍທາງເຮືອບິນ ໄປເຖິງນະຄອນ Hague ໃນ
ມື້ວັນອັງຄານຜ່ານມາ. ທ່ານໄດ້ຖືກຈັບໃນສັບປະດາແລ້ວ.

XS
SM
MD
LG