ບັນດາເຈົ້າໜ້າທີ່ເຊີເບຍກ່າວວ່າ ເຂົາເຈົ້າຈັບກຸມທ່ານ Goran Hadzic ໄດ້ແລ້ວ ຊຶ່ງເປັນ
ນັກໂທດ ຜູ້ຫລົບໜີຈາກການຈັບກຸມຄົນດຽວທີ່ຍັງເຫຼືອທີ່ສານອາຊະຍາກອນສົງຄາມສະຫະ
ປະຊາຊາດຊອກຫາໂຕຢູ່ນັ້ນ.
ເຈົ້າໜ້າທີ່ເຊີເບຍທ່ານນຶ່ງກ່າວໃນວັນພຸດມື້ນີ້ວ່າ ຜູ້ນໍາກະບົດເຊີເບຍໃນໂຄຣເອເຊຍປາງສົງ
ຄາມຢູ່ໃນປະເທດດັ່ງກ່າວໃນຊຸມປີ 1990 ນັ້ນໄດ້ຖືກຈັບກຸມແລ້ວແຕ່ບໍ່ໄດ້ແຈ້ງລາຍລະອຽດ
ໃດໆໃຫ້ຊາບໃນເວລານີ້.
ທ່ານ Hadzic ໄດ້ຫລົບໜີການຈັບກຸມ ຫລັງຈາກຜູ້ກ່ຽວຖືກກ່າວຫາວ່າມີຄວາມຜິດໃນຂໍ້
ຫາເປັນອາຊະຍາກອນສົງຄາມແລະກໍ່ອາຊະຍາກໍາຕ້ານມະນຸດຊາດໃນປີ 2004. ທ່ານຖືກ
ກ່າວຫາວ່າເປັນຜູ້ອອກຄໍາສັ່ງໃຫ້ສັງຫານພວກປະຊາຊົນທີ່ບໍ່ແມ່ນຊາວເຊີເບຍຫລາຍຮ້ອຍ
ຄົນຕະຫລອດທັງເນລະເທດພວກປະຊາຊົນອີກຫລາຍພັນຄົນເຊ່ນກັນ.
ການຈັບກຸມທ່ານ Hadzic ມີຂຶ້ນພຽງບໍ່ເທົ່າໃດສັບປະດາຜ່ານມາ ຫລັງຈາກການຈັບກຸມ
ທ່ານ Ratko Mladic ຫົວໜ້າກອງທັບເຊີເບຍໃນບອສເນຍ ໃນເດືອນພຶດສະພາຜ່ານມາ.
ທ່ານ Mladic ປະເຊີນກັບການຖືກລົງໂທດຈໍາຄຸກຕະຫລອດຊີວິດ ຖ້າທ່ານຖືກຕັດສິນວ່າ
ມີຄວາມຜິດແທ້ ໃນຂໍ້ຫາຖານໃຫ້ການສະໜັບສະໜຸນ ການສັງຫານໝູ່ປະຊາຊົນໃນເມືອງ
Srebrenica ແລະການປິດລ້ອມກຸງຊາຣາເຢໂວ ນະຄອນຫລວງຂອງບອສເນຍເປັນເວລາ
44 ເດືອນ ຊຶ່ງປະຊາຊົນ 10 ພັນໄດ້ເສຍຊີວິດໄປນັ້ນ.