ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດ ເຊີເບຍ ຈັບກຸມ 80 ຄົນ ໃນການກວາດລ້າງ ຕໍ່ຕ້ານ ການສໍ້ລາດບັງຫຼວງ

ລັດຖະມົນຕີ ກະຊວງພາຍໃນ ເຊີເບຍ ທ່ານ Nebojsa Stefanovic ທີ່ດ່ານຂ້າມຊາຍແດນ Roszke-Horgos ລະຫວ່າງ ປະເທດ ຮັງກາຣີ ກັບ ເຊີເບຍ ໃນເມືອງ Roszke, ປະເທດ ຮັງກາຣີ, 22 ຕຸລາ, 2015. ທ່ານ ໄດ້ປະກາດ ການສະຫຼຸບຕໍ່ຕ້ານການສໍ້ລາດບັງຫຼວງ. 26 ທັນວາ, 2015.

ປະເທດ ເຊີເບຍ ໄດ້ຈັບກຸມ ອະດີດ ແລະ ເຈົ້າໜ້າທີ່ຂັ້ນສູງໃນປະຈຸ ບັນ 80 ຄົນ, ສ່ວນຫຼາຍແມ່ນເປັນສະມາຊິກພັກການເມືອງຝ່າຍ ຄ້ານ ກ່ຽວກັບຂໍ້ກ່າວຫາ ສໍ້ລາດບັງຫຼວງ, ລວມທັງການໃຊ້ອຳນາດ ໃນທາງທີ່ຜິດ ແລະ ການຟອກເງິນ.

ລັດຖະມົນຕີ ກະຊວງພາຍໃນຂອງ ເຊີເບຍ ທ່ານ Nebojsa Stefanovic ກ່າວວ່າ ຜູ້ທີ່ໄດ້ຖືກຈັບກຸມສຳລັບ “ຄວາມຜິດທາງ ດ້ານການເງິິນ ແລະ ການສໍ້ລາດບັງຫຼວງ” ໄດ້ເຮັດໃຫ້ປະເທດ ສູນເສຍເງິນຫຼາຍກວ່າ 100 ລ້ານໂດລາ.

ຕອນນີ້ ຕຳຫຼວດ ກຳລັງຊອກຫາຜູ້ຕ້ອງສົງໄສຄົນອື່ນໆອີກ 5 ຄົນ, ໃນຂະນະທີ່ອີກ 39 ຄົນແມ່ນກຳລັງຖືກສືບສວນສອບສວນຢູ່.

ບັນດາຜູ້ນຳຝ່າຍຄ້ານກ່າວວ່າ ການຈັບກຸມແມ່ນການກະທຳ ເພື່ອຈຸດປະສົງທາງດ້ານການ ເມືອງ.

Serbia Arrests
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG