ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ລະລຶກເຖິງ ວັນຄົບຮອບ ໂສກນາດຕະກໍາ 11 ກັນຍາ (ສະໄລດ໌)


ພາບຂອງນະຄອນຫຼວງນິວຢ໊ອກ
ພາບຂອງນະຄອນຫຼວງນິວຢ໊ອກ
ຊາວ​ອາ​ເມຣິກັນ​ພາກັນ​ກະກຽມ​ທີ່​ຈະຈັດ​ພິທີລະ​ລຶກ​ເຖິງ​ການ​ເສຍ​
ຊີວິດ​ຂອງ​ຜູ້​ຄົນ​ເກືອບ 3 ພັນ​ຄົນ ​ໃນວັນ​ທີ 11 ກັນຍາປີ 2001 ​
ເວລາ​ພວກ​ກໍ່​ການ​ຮ້າຍ​ໄດ້​ນໍາ​ເອົາ​ເຮືອບິນ​ໂດຍສານ​ແລ່ນ​ເຂົ້າ​
ໄປຕໍາ ຕຶກ​ແຝດສູນ​ກາງການ​ຄ້າ​ໂລກທີ່​ເອີ້ນ​ກັນ​ວ່າ “World
Trade Center” ​ໃນ​ນະຄອນ​ນິວຢ໋ອກ ທໍາ​ນຽບຫ້າ​ແຈ​ໃນ​
ເຂດ​ກຸງ​ວໍຊິງ​ຕັນ ​ແລະທົ່ງແຫ່ງ​ນຶ່ງໃນ​ລັດ​ເພັ​ນຊິ​ລເວ​ເນຍ.

ພິທີ​ໄວ້​ອາ​ໄລ ​ທີ່​ນະຄອນ​ນິວຢ໋ອກ ​ແລະ​ທີ່ທໍາ​ນຽບຫ້າ​ແຈ​ນັ້ນ
​ຈະ​ເລີ່​ມດ້ວຍ​ການຢືນ​ສະ​ຫງົບ​ສະຕິ​ອາລົມ ​ໃນ​ເວລາ​ດຽວ​ກັນ
​ ກັບ​ຕອນ​ທີ່​ເກີດ​ເຫດ​ດັ່ງກ່າວ​ເມື່ອ 12 ປີ ຜ່ານ​ມາ​ແລ້ວ​ນັ້ນ ​
ເວລາ​ເຮືອບິນໂດຍສານ​ແລ່ນ​ເຂົ້າຕຳ​ຕຶກ. ຫໍພິພິດ​ຕະພັນ
11 ກັນຍາ​ຫຼື 9-11 ນັ້ນ​ແມ່ນ​ໃກ້​ຈະ​ສໍາ​ເລັດເສັດ​ສິ້ນ​ແລ້ວ
ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ສະຖານ​ທີ່​ຕັ້ງ​ຂອງ​ຕຶກແຝດສູນກາງ​ການ​ຄ້າ​
ໂລກ ​ທີ່ເຄີຍ​ຕັ້ງ​ຢູ່​ກ່ອນ​ນັ້ນ.

ຕຶກທີ 3 ທີ່ຍັງຫຼົງເຫຼືອຢູ່ ຫຼັງຈາກທີ່ 2 ຕຶກແຝດພັງຖະລົ່ມລົງແລ້ວນັ້ນ
ຕຶກທີ 3 ທີ່ຍັງຫຼົງເຫຼືອຢູ່ ຫຼັງຈາກທີ່ 2 ຕຶກແຝດພັງຖະລົ່ມລົງແລ້ວນັ້ນ

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຈະ​ໄປ​ຮ່ວມ​ພິທີ
​ຢູ່​ທີ່ທໍາ​ນຽບຫ້າ​ແຈ​ກັບ​ລັດ ຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Chuck
Hagel ​ແລະປະທານ​ເສນາ​ທິການ​ຮ່ວມທ່ານພົນ​ເອກ Martin
Dempsey​. ຄອບຄົວ​ແລະ​ພີ່ນ້ອງ​ຂອງ​ພວກເຄາະຮ້າຍ​ທີ່​ເສຍ​
ຊີວິດ​ໃນ​ຄັ້ງ​ນັ້ນ ກໍຈະ​ເຂົ້າ​ຮ່ວມ​ພິທີ​ດ້ວຍ.

​ສໍາ​ຫຼັບ​ພິທີ​ໄວ້ອາ​ໄລ​ໃຫ້​ແກ່​ ຖ້ຽວ​ບິນ 93 ໃນ​ລັດ​ເພັນຊິລ​ເວ​ເນຍ
ຕົກນັ້ນ​ ພວກ​ຍາດຕິ​ພີ່ນ້ອງຂອງ ​ພວກເຄາະ​ຮ້າຍ ກໍໄດ້​ໄປ​ຮ່ວມ
ໃນພິທີ ຂອງສວນສາທາລະນະ​ແຫ່ງ​ຊາດ​ໃນ​ວັນ​ອັງຄານ​ວານ​ນີ້
​ເພື່ີອ​ວາງ​ສີ​ລາ​ເລິກ ໃນ​ການ​ສ້າງ​ສູນ​ກາງ​ໃຫ້​ບັນດາທ່ອງ​ທ່ຽວ
ໄປຢ້ຽມຢາມ​ໃນ​ສະຖານ​ທີ່​ເກີດ​ເຫດ ບ່ອນ​ທີ່​ຜູ້​ໂດຍສານ 33 ຄົນ
​ ແລະ​ພວກ​ລູກ​ເຮືອ​ອີກ 7 ຄົນ​ໄດ້​ເສຍ​ຊີວິດ; ສູນ​ກາງ​ດັ່ງກ່າວ​ນີ້​ ກໍາລັງ​ຈະ​ສ້າງ​ຂຶ້ນ​
ຢູ່​ເທິງ​ສັນພູ ເພື່ອໃຫ້ມອງເຫັນ​ທົ່ງ​ກວ້າ​ງ ບ່ອນທີ່​ເຮືອບິນ​ຕົກ​ໃສ່​ນັ້ນ.

ທໍານຽບຂາວ ​ກ່າວ​ວ່າ ​ຄະນະຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ
ໄດ້​ເອົາ​ມາດ​ຕະການຕ່າງໆ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເຫດຮ້າຍ​ເກີດ​ຂຶ້ນ​ໃນ​ວັນ​ຄົບຮອບ
ການ​ໂຈມ​ຕີທີ 11 ກັນຍາ ໃນ​ວັນ​ພຸດມື້​ນີ້ ​ແລະ​ເພື່ອ​ຮັບປະກັນ​ວ່າ ຊາວ​ອາ​ເມຣິກັນ​
ແລະສະຖານ​ທີ່​ຢູ່ນອກປະ​ເທດ​ນັ້ນ​ໄດ້​ຮັບ​ການ​ປົກ ປ້ອງຄຸ້ມ​ກັນ​ເປັນ​ຢ່າງ​ດີ.

XS
SM
MD
LG