ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລະລຶກເຖິງ ວັນທີ 11 ກັນຍາ 2001 ໃນການໂຈມຕີ ກໍ່ການຮ້າຍ ຄົບຮອບ 17 ປີ


US Flag Unfurled at Pentagon on 9/11
please wait

No media source currently available

0:00 0:00:56 0:00

ເຊີນຊົມ ວີດີໂອ

ໃນວັນອັງຄານມື້ນີ້ ຊາວອາເມຣິກັນ ຈະລະລຶກເຖິງວັນທີ 11 ກັນຍາປີ 2001 ໃນການ
ໂຈມຕີ ກໍ່ການຮ້າຍ ທີ່ໄດ້ສັງຫານ ປະຊາຊົນ ລັດນິວຢອກ ລັດເວີຈີເນຍ ແລະ ລັດ
ເພັນຊີລເວເນຍ ເກືອບ 3,000 ຄົນ ຄົບຮອບ 17 ປີ.

ປະທານາທິບໍດີ ດໍໂນລ ທຣຳ ຈະເຂົ້າຮ່ວມໃນພິທີລະລຶກເຖິງວັນດັ່ງກ່າວ ຢູ່ທີ່ ອານຸສາ
ວະລີ 9/11 ໃນເມືອງ ແຊ້ງສວີລ ຢູ່ລັດເພັນຊີລເວເນຍ ໃກ້ໆບ່ອນທີ່ ເຮືອບິນໂດຍສານ
ຂອງສາຍການບິນ ຢູໄນເຕັດ ຖ້ຽວບິນ 93 ໄດ້ຕົກລົງ ຫຼັງຈາກທີ່ ພວກຜູ້ໂດຍສານຈຸນຶ່ງ
ໄດ້ພະຍາຍາມຕໍ່ສູ້ ເອົາການຄວບຄຸມເຮືອບິນ ຈາກພວກກໍ່ການຮ້າຍ ທີ່ເປັນເຄືອຂ່າຍ
ຂອງກຸ່ມອາລ-ກາອີດາ ຜູ້ທີ່ໄດ້ຈີ້ເອົາເຮືອບິນລຳນັ້ນ.

ໃນຖະແຫລງການຂອງປະທານາທິບໍດີ ທີ່ປະກາດໃຫ້ວັນທີ 11 ກັນຍາ ເປັນວັນຜູ້ຮັກ
ຊາດ ຫຼື Patriot Day ທ່ານ ທຣຳ ໄດ້ກ່າວວ່າ “ການກະທຳຂອງພວກມານຮ້າຍ”
ບໍ່ໄດ້ທັບມ້າງຂວັນກຳລັງໃຈ ຂອງປະເທດຊາດ ຫຼື ຄວາມໝັ້ນໝາຍຕໍ່ເສລີພາບ ຂອງ
ປະເທດ.

ທ່ານໄດ້ເວົ້າວ່າ “ພວກເຮົາຈົງປຸ້ມລຸມເຂົ້າກັນ ໃນມື້ນີ້ ເພື່ອລະລຶກຄືນເຖິງ ຄວາມຈິງ
ທີ່ບໍ່ມີວັນເຊື່ອມສະຫຼາຍນີ້ ໃນເວລາທີ່ອາເມຣິກາ ໄດ້ພ້ອມພຽງກັນ ບໍ່ມີກຳລັງໃດໃນ
ໂລກ ສາມາດທັບມ້າງພວກເຮົາອອກຈາກກັນໄດ້. ຄຸນນະທຳຂອງພວກເຮົາກໍຍືນຍົງ
ຕໍ່ໄປ ປະຊາຊົນຂອງພວກເຮົາ ກໍຈະເລີນກ້າວໜ້າ ປະເທດຊາດຂອງພວກເຮົາ
ຈະເອົາຊະນະ ແລະຄວາມຊົງຈຳຂອງພວກຄົນທີ່ຮັກຫອມຂອງເຮົາ ຈະບໍ່ມີວັນ
ຫາຍໄປ.”

ພາບຖ່າຍ ໃນວັນທີ 11 ກັນຍາ 2001, ສະແດງໃຫ້ເຫັນ ຕຶກແຟດ ຫຼື Twin Towers ຂອງ ສູນການຄ້າໂລກ ຫຼື World Trade Center ກຳລັງຖືກເຜົາຜານ ຊຶ່ງຕັ້ງຢູ່ດ້ານໜ້າ ກໍຄື ຕຶກ Empire State Building ໃນລັດນິວຢອກ ຫຼັງຈາກພວກກໍ່ການຮ້າຍ ໄດ້ຈີ້ເອົາເຮືອບິນໂດຍສານສອງລຳ ແລ້ວບິນຕຳໃສ່ຕຶກ ຈົນເຮັດໃຫ້ທັງສອງຕຶກນັ້ນ ພັງທະລາຍລົງ.
ພາບຖ່າຍ ໃນວັນທີ 11 ກັນຍາ 2001, ສະແດງໃຫ້ເຫັນ ຕຶກແຟດ ຫຼື Twin Towers ຂອງ ສູນການຄ້າໂລກ ຫຼື World Trade Center ກຳລັງຖືກເຜົາຜານ ຊຶ່ງຕັ້ງຢູ່ດ້ານໜ້າ ກໍຄື ຕຶກ Empire State Building ໃນລັດນິວຢອກ ຫຼັງຈາກພວກກໍ່ການຮ້າຍ ໄດ້ຈີ້ເອົາເຮືອບິນໂດຍສານສອງລຳ ແລ້ວບິນຕຳໃສ່ຕຶກ ຈົນເຮັດໃຫ້ທັງສອງຕຶກນັ້ນ ພັງທະລາຍລົງ.

ຢູ່ບໍ່ໄກຈາກນອກນະຄອນຫຼວງ ວໍຊິງຕັນ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກໍຈະເຂົ້າຮ່ວມ
ໃນພິທີລະລຶກເຖິງວັນດັ່ງກ່າວ ຢູ່ທີ່ທຳນຽບຫ້າແຈ ໃຫ້ແກ່ບັນດາຄອບຄົວ ຂອງພວກທີ່
ໄດ້ເສຍຊີວິດ ໃນເວລາ ເຮືອບິນທີ່ໄດ້ຖືກຈີ້ ຕົກລົງໃສ່ຕຶກຂອງທຳນຽບຫ້າແຈ.

ແລະ ຢູ່ທີ່ນະຄອນ ນິວຢອກ ພວກທີ່ລອດຊີວິດ ແລະ ພວກສະມາຊິກຂອງ ຄອບຄົວທີ່
ໄດ້ເສຍຊີວິດໄປນັ້ນ ຈະພາກັນມາເຕົ້າໂຮມກັນ ຢູ່ທີ່ຈຸດສູນກາງ ທີ່ເອີ້ນວ່າ Ground
Zero ບ່ອນທີ່ຕຶກແຝດ ຫຼື Twin Towers ຂອງສູນການຄ້າໂລກ ຫຼື World Trade
Center ເຄີຍຕັ້ງຢູ່ ກ່ອນທີ່ເຮືອບິນໂດຍສານສອງລຳ ທີ່ໄດ້ຖືກຈີນັ້ນ ໄດ້ບິນເຂົ້າໄປຕຳ
ຈົນພັງພິນາດ. ແສງໄຟຄູ່ຈະຖືກສ່ອງຂຶ້ນເທິງຟ້າ ເພື່ອເປັນການລະລຶກເຖິງພວກຄົນ
ທີ່ໄດ້ສູນເສຍຊີວິດ ໃນການໂຈມຕີນັ້ນ.

ການຈີ້ເອົາເຮືອບິນທີ່ໄດ້ປະຕິບັດການໂດຍ ຊາຍ 19 ຄົນ ທີ່ເປັນເຄືອຂ່າຍຂອງກຸ່ມ ອາລ-
ກາອີດາ. ການໂຈມຕີນີ້ ເປັນທີ່ຮ້າຍແຮ່ງທີ່ສຸດ ຢູ່ໃນດິນແດນຂອງອາເມຣິກາ ນັບຕັ້ງແຕ່
ການໂຈມຕີທີ່ອ່າວ ເພີລ ຮາເບີ ໃນປີ 1944 ເຊິ່ງເຫດ ການເມື່ອວັນທີ 11 ກັນຍາ ໄດ້ປ່ຽນ
ຄວາມເຂົ້າໃຈຂອງຄວາມໝັ້ນຄົງຂອງອາເມຣິກາ ຢ່າງຖາວອນ ແລະ ປະທານາທິບໍດີ
ຈອຣ໌ຈ ບຸຊ ໃນເວລານັ້ນ ກໍໄດ້ປະການສົງຄາມຕໍ່ລັດທິກໍ່ການຮ້າຍ ແລະ ໄດ້ບຸກເຂົ້າໄປ
ໃນປະເທດ ອັຟການິສຖານ.

ເກືອບສອງທົດສະຫວັດຜ່ານມາ ວັນຄົບຮອບ ກໍຍັງຄົງເປັນການເຕືອນເຖິງຄວາມເຈັບ
ປວດ ແກ່ບັນດາຄອບຄົວ ຂອງການປົດອາວຸດນິວເຄລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG