ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລົງທຶນ ຈະຜະລິດ ແຮ່ສັງກະສີ ທົດແທນ ແຮ່ຄໍາ ທີ່ຈະໝົດໄປ ປີນີ້


ລົດຈົກເອົາດິນທີ່ມີແຮ່ຄໍາໃນບໍ່ຄໍາເຊໂປນໄປຜະລິດຄໍາ
ລົດຈົກເອົາດິນທີ່ມີແຮ່ຄໍາໃນບໍ່ຄໍາເຊໂປນໄປຜະລິດຄໍາ
ກຸ່ມຜູ້ລົງທຶນໃນບໍ່ແຮ່ຄໍາ ແລະທອງແດງຢູ່ເຊໂປນໃນແຂວງ
ສະຫວັນນະເຂດ ຈະເພີ່ມການຜະລິດແຮ່ສັງກະສີໃຫ້ໄດ້
ເກືອບ 6 ແສນໂຕນ ເພື່ອທົດແທນແຮ່ຄໍາ ທີ່ກໍາລົງຈະຖືກ
ຂຸດຄົ້ນຈົນໝົດໄປໃນປີນີ້. ຊົງຣິດ ໂພນເງິນ ມີລາຍງານນີ້
ມາສະເໜີທ່ານ ໃນອັນດັບຕໍ່ໄປ:

ລິງໂດຍກົງ


ກຸ່ມບໍລິສັດ Lane Xang Minerals ຈໍາກັດ ຊຶ່ງເປັນຜູ້ລົງທຶນໃນການຂຸດຄົ້ນແຮ່ທາດ ຢູ່ທີ່ເຂດເຊໂປນ ໃນແຂວງສະຫວັນນະເຂດນັ້ນລາຍງານວ່າ ໃນໄລຍະ 6 ເດືອນທໍາອິດ
ຂອງປີ 2013 ນີ້ ສາມາດຂຸດຄົ້ນແລະຜະລິດແຜ່ນທອງແດງໄດ້ທັງໝົດ 89,235 ໂຕນ ໂດຍເພີ່ມຂຶ້ນເຖິງ 33% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2012 ທີ່ຜ່ານມາ ແລະກໍເຮັດ
ໃຫ້ເຊື່ອໝັ້ນວ່າ ການຂຸດຄົ້ນ ແລະຜະລິດແຜ່ນທອງແດງໃນຕະຫຼອດປີ 2013 ນີ້ຈະສາ
ມາດບັນລຸເປົ້າໝາຍທີ່ວາງເອົາໄວ້ທີ່ປະລິມານລວມບໍ່ໜ້ອຍກວ່າ 170,000 ໂຕນຢ່າງ
ແນ່ນອນ.

ແຕ່ສໍາລັບການຂຸດຄົ້ນແຮ່ຄໍານັ້ນ ກໍຄາດໝາຍວ່າຈະສາມາດຜະລິດໄດ້ໃນປະລິມານພຽງ
ແຕ່ບໍ່ເກີນ 5 ໝື່ນອອນຊ໌ ເທົ່ານັ້ນ ໃນຕະຫຼອດປີນີ້ ເນື່ອງຈາກວ່າໃນ ໄລຍະ 6 ເດືອນທໍາ
ອິດຂອງປີນີ້ ການຂຸດຄົ້ນແຮ່ຄໍາສາມາດຜະລິດໄດ້ທັງໝົດພຽງ 2 ໝື່ນກວ່າອອນຊ໌ເທົ່າ
ນັ້ນ ຊຶ່ງກໍເປັນຜົນມາຈາກການທີ່ປະລິມານແຮ່ຄໍາ ໄດ້ຫລຸດນ້ອຍຖອຍລົງເລື້ອຍໆ ຫຼັງຈາກ
ທີ່ໄດ້ຖືກຂຸດຄົ້ນນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ແລະຄາດວ່າຄໍາຈະໝົດໄປຈາກເຂດບໍ່
ແຮ່ເຊໂປນໃນທ້າຍປີນີ້ອີກດ້ວຍ.

ເພາະສະນັ້ນ ເພື່ອເປັນການທົດແທນ ຜະລິດແຮ່ຄໍາທີ່ຈະໝົດໄປຈາກບໍ່ແຮ່ເຊໂປນດັ່ງ
ກ່າວ ຈຶ່ງເຮັດໃຫ້ກຸ່ມລົງທຶນໄດ້ຫັນມາເພີ່ມການຂຸດຄົ້ນແລະຜະລິດແຮ່ສັງກະສີຫຼາຍຂຶ້ນ
ເລື້ອຍໆ ໂດຍສໍາລັບໃນຕະຫຼອດປີ 2013 ນີ້ ກໍໄດ້ວາງເປົ້າໝາຍທີ່ຈະຜະລິດສັງກະສີ
ໃຫ້ໄດ້ລະຫວ່າງ 572,000 ຫາ 590,000 ໂຕນ ຊຶ່ງກໍເຊື່ອໝັ້ນວ່າຈະສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ບໍ່ຍາກ ເນື່ອງຈາກວ່າໃນໄລຍະ 6 ເດືອນທໍາອິດຂອງປີນີ້ ກໍສາມາດ
ຜະລິດສັງກະສີໄດ້ແລ້ວຫຼາຍກວ່າ 280,000 ໂຕນນັ້ນເອງ.

ກ່ອນໜ້ານີ້ ກຸ່ມບໍລິສັດ Lane Xang Minerals ຈໍາກັດ ລາຍງານວ່າໄດ້ຊໍາລະຜົນປະ
ໂຫຍດຕ່າງໆໃຫ້ກັບລັດຖະບານລາວແລ້ວ ຄິດເປັນມູນຄ່າລວມເກີນກວ່າ 1,000 ລ້ານ
ໂດລາ ໂດຍນັບຈາກປີ 2003 ເປັນຕົ້ນມາ ແຕ່ກຸ່ມບໍລິສັດດັ່ງກ່າວນີ້ ບໍ່ໄດ້ສະແດງລາຍ
ລະອຽດໃຫ້ຮູ້ວ່າ ບໍລິສັດມີຜົນກໍາໄລທີ່ໄດ້ຈາກການລົງທຶນໃນຕະຫຼອດໄລຍະ 10 ປີທີ່
ຜ່ານມາ ຄິດເປັນມູນຄ່າລວມຫຼາຍເທົ່າໃດ.

ແທ່ງຄໍາສົດທີ່ຜະລິດຈາກບໍ່ຄໍາເຊໂປນ
ແທ່ງຄໍາສົດທີ່ຜະລິດຈາກບໍ່ຄໍາເຊໂປນ

ຫາກແຕ່ກະຊວງພະລັງງານແລະບໍ່ແຮ່ ກໍລາຍງານວ່າໃນ
ແຜນການປະຈໍາປີ 2012-2013 ນີ້ ລັດຖະບານລາວໄດ້
ວາງແຜນການທີ່ຈະຊຸກຍູ້ການຜະລິດໃນພາກພະລັງງານ
ແລະບໍ່ແຮ່ໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນສັດສ່ວນບໍ່ຕໍ່າກວ່າ
19.8% ເມື່ອທຽບກັບແຜນການປີ 2011-2012 ທີ່ຜ່ານມາ ຊຶ່ງຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່
ວາງໄວ້ດັ່ງກ່າວ ກໍຈະເປັນຜົນເຮັດໃຫ້ຜົນຜະລິດ ໃນພາກ
ພະລັງງານ ແລະບໍ່ແຮ່ ມີມູນຄ່າລວມເກີນກວ່າ 21,000 ຕື້
ກີບ ຫຼືປະ ມານ 2,625 ລ້ານໂດລາ.

ສ່ວນໃນດ້ານບໍ່ແຮ່ນັ້ນ ທາງການລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການສົ່ງ
ອອກຜົນຜະລິດແຮ່ທາດໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 1,900 ລ້ານ
ໂດລາ ຊຶ່ງກໍເຊື່ອໝັ້ນວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງເປັນຮູບປະທໍາ ເນື່ອງ
ຈາກວ່າລັດຖະບານລາວ ໄດ້ວາງແຜນການ ແລະເປົ້າໝາຍໄວ້ຢ່າງຄັກແນ່ແລ້ວວ່າ ຈະ
ຊຸກຍູ້ການຂຸດຄົ້ນແຮ່ທາດແລະການກໍ່ສ້າງເຂື່ອນຜະລິດໄຟຟ້າຢ່າງສຸດກໍາລັງ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງໃນກະຊວງພະລັງງານແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ:

ທາງດ້ານບໍ່ແຮ່ ພວກເຮົາກໍໄດ້ຂຸດຄົ້ນທີ່ຈຸດສໍາຄັນ ຕົວຢ່າງແມ່ນເຊໂປນບໍ່
ພູເບ້ຍໄມນິ້ງບໍ່ ອັນນີ້ກໍເຮັດໃຫ້ມີລາຍຮັບ ເພີ່ມເຂົ້າງົບປະມານ ພວກເຮົາມີ
ຄວາມຈໍາເປັນທີ່ວ່າປະເທດພວກເຮົາຍັງທຸກຍາກ ຈະຕ້ອງໄດ້ຂຸດບາງຈຸດທີ່
ມີ ທີ່ເອີ້ນວ່າ ເສດຖະກິດ ພວກເຮົາຕັ້ງບັນຫາຂຶ້ນວ່າ ກະສິກໍາຕິດພັນກັບ
ອຸດສາຫະກໍາ ກຽມທີ່ວ່າຫັນໄປເປັນທາງດ້ານກະສິກໍາ ອຸດສາຫະກໍາ.”


ຍິ່ງໄປກວ່ານັ້ນ ໃນປີ 2012 ທີ່ຜ່ານມາ ຄະນະລັດຖະບານລາວຍັງໄດ້ອະນຸມັດສໍາປະທານ
ການສໍາຫຼວດແລະຂຸດຄົ້ນແຮ່ທາດໃຫ້ກັບບໍລິສັດຕ່າງຊາດເພີ່ມຂຶ້ນອີກ 54 ໂຄງການ ໂດຍ
ຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 1,770 ລ້ານໂດລາ ຊຶ່ງກໍຖືເປັນການລົງທຶນທີ່
ມີມູນຄ່າລວມສູງສຸດເປັນອັນດັບນຶ່ງໃນປີ 2012 ອີກດ້ວຍ ສ່ວນໃນພາກພະລັງງານນັ້ນ ຄະນະລັດຖະບານລາວ ກໍໄດ້ອະນຸມັດສໍາປະທານ ການກໍ່ສ້າງເຂື່ອນໄຟຟ້າເພີ່ມຂຶ້ນອີກ 10 ໂຄງການ.
XS
SM
MD
LG