ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບໍລິສັດລ້ານຊ້າງ ມິນເນີໂຣລ ຄາດວ່າ ຈະສົ່ງອອກຄໍາ ຢ່າງໜ້ອຍ 7 ໝື່ນອອນສ໌ ໃນປີນີ້


People try to rescue a buffalo which was trapped in mud in Allahabad, India.
People try to rescue a buffalo which was trapped in mud in Allahabad, India.

ບໍລິສັດລ້ານຊ້າງ ມິນເນີໂຣລ ຄາດໝາຍວ່າ ໃນຕະຫຼອດປີ 2011 ນີ້ ຈະສາມາດສົ່ງອອກຄໍາ ໄດ້ທັງໝົດ ບໍ່ໜ້ອຍກວ່າ 7 ໝື່ນອອນສ໌ ພ້ອມດ້ວຍສົ່ງອອກທອງແດງອີກ ເຖິງ 8 ໝື່ນໂຕນ.

ບໍລິສັດລ້ານຊ້າງ ມິນເນີໂຣລ ຊຶ່ງເປັນກຸ່ມລົງທຶນໃນການຂຸດຄົ້ນແຮ່ຄໍາ ແລະແຮ່ທອງແດງ
ຢູ່ໃນເຂດເມືອງ ເຊໂປນ ແລະເມືອງວິລະບູລີ ໃນແຂວງສະຫວັນເຂດ ໄດ້ຖະແຫຼງການ ຢືນຢັນວ່າການສົ່ງອອກໃນຕະຫຼອດປີ 2011 ນີ້ຈະເປັນໄປຕາມຄາດໝາຍແຜນການທີ່
ວາງໄວ້ ກໍຄືການສົ່ງອອກຄໍາໄດ້ໃນປະລິມານລວມບໍ່ໜ້ອຍກວ່າ 7 ໝື່ນອອນ໌ ແລະການ ສົ່ງອອກທອງແດງໄດ້ເຖິງ 8 ໝື່ນໂຕນ.

ແຕ່ຢ່າງໃດກໍຕາມ ການສົ່ງອອກຄໍາ ແລະທອງແດງຂອງ ບໍລິສັດ ລ້ານຊ້າງ ມິນເນີໂຣລ
ຈໍາກັດໃນປະລິມານດັ່ງກ່າວ ກໍຖືວ່າຕໍ່າກວ່າລະດັບຄາດໝາຍ ທີ່ທາງການກະຊວງພະ
ລັງງານ ແລະບໍ່ແຮ່ໄດ້ວາງເອົາໄວ້ກ່ອນໜ້ານີ້ ຊຶ່ງກໍຄືການຊຸກຍູ້ການສົ່ງອອກແຮ່ທາດ
ຂອງລາວ ໄປຕ່າງປະເທດໃຫ້ເພີ່ມຂຶ້ນເຖິງ 40% ເມື່ອທຽບກັບປີ 2010 ໂດຍຄິດເປັນ
ການສົ່ງອອກຄໍາ 160,000 ອອນ໌ ແລະທອງແດງ 180,000 ໂຕນ ແລະເງິນໃນປະລິ
ມານ 8 ແສນອອນ໌ ຊຶ່ງສ່ວນໃຫຍ່ເປັນຜົນຜະລິດຈາກເໝືອງແຮ່ເຊໂປນ ແລະພູເບ້ຍ.

ສາເຫດທີ່ເຮັດໃຫ້ການສົ່ງອອກແຮ່ທາດບໍ່ເປັນໄປຕາມຄາດໝາຍແຜນການດັ່ງກ່າວນັ້ນ
ກໍຍ້ອນວ່າປະລິມານແຮ່ທາດສໍາຮອງ ໃນເຂດສໍາປະທານຢູ່ເມືອງເຊໂປນ ແລະເມືອງວິລະ
ບູລີ ໄດ້ລົດໜ້ອຍຖອຍລົງ ຕາມການຂຸດຄົ້ນທີ່ໄດ້ດໍາເນີນມາເປັນໄລຍະເວລາເຖິງ 10 ປີ
ແລ້ວ ຊຶ່ງກໍເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງບຸກເບີກພຶ້ນທີ່ໃນການຂຸດຄົ້ນໃຫ້ກວ້າງຂຶ້ນ. ເນື່ອງຈາກບໍລິສັດລ້ານຊ້າງ ມິນເນີໂຣລ ຈໍາກັດ ຍັງເຊື່ອໝັ້ນວ່າ ຢູ່ໃນເຂດເມືອງເຊໂປນ
ແລະເມືອງວິລະບູລີນັ້ນ ຍັງມີປະລິມານແຮ່ຄໍາ, ທອງແດງ ແລະເງິນທີ່ສາມາດຂຸດຄົ້ນຕໍ່ໄປ
ຈົນເຖິງປີ 2020 ນັ້ນເອງ.

ການກວດເບິ່ງສິ່ງເສດເຫລືອຈາກ ບໍ່ຄໍາເຊໂປນ
ການກວດເບິ່ງສິ່ງເສດເຫລືອຈາກ ບໍ່ຄໍາເຊໂປນ

ສ່ວນກ່ຽວກັບກໍລະນີທີ່ຫຼາຍພາກສ່ວນ
ທັງພາຍໃນ ແລະຕ່າງປະເທດມີຄວາມ
ກັງວົນໃຈວ່າ ການຂຸດຄົ້ນດັ່ງກ່າວ ຈະ
ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາ
ມະຊາດຂອງລາວໃນໄລຍະຍາວນັ້ນ ບໍລິ
ສັດລ້ານຊ້າງມິນເນີໂຣລຈໍາກັດ ກໍໄດ້ຢືນ
ຢັນວ່າ ການຂຸດຄົ້ນແຮ່ທາດໃນໄລຍະ 10
ປີ ທີ່ຜ່ານມານີ້ ທາງບໍລິສັດໄດ້ໃຫ້ຄວາມ
ສໍາຄັນຢ່າງຍິ່ງ ກັບການອະນຸລັກສັດປ່າ
ແລະການຄຸ້ມຄອງສະພາບແວດລ້ອມທໍາມະຊາດ ທີ່ດໍາເນີນຄຽງຄູ່ກັນໄປກັບການພັດທະນາ ພື້ນຖານໂຄງລ່າງຕ່າງໆໃນຊົນນະບົດ ແລະການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງ
ປະຊາຊົນໃນພຶ້ນທີ່ ທີ່ຕໍ່ເນື່ອງກັບເຂດສໍາປະທານໃຫ້ດີຂຶ້ນເທື່ອລະກ້າວ. ໂດຍສະເພາະແມ່ນ
ໃນເຂດເມືອງ ວິລະບູລີ ຊຶ່ງເປັນເມືອງທີ່ຖືກສ້າງຕັ້ງຂຶ້ນໃໝ່ນັ້ນ ບໍລິສັດລ້ານຊ້າງ ກໍໄດ້ສັນຍາ
ທີ່ຈະປະກອບສ່ວນເຂົ້າກອງທຶນພັດທະນາຂອງເມືອງວິລະບູລີໃນມູນຄ່າບໍ່ໜ້ອຍກວ່າ 5 ແສນ
ໂດລາ ຕໍ່ປີ. ຫາກສະເພາະແຕ່ໃນປີ 2010 ທີ່ຜ່ານມານັ້ນ ກໍປະກົດວ່າ ບໍລິສັດລ້ານຊ້າງ ໄດ້
ປະກອບສ່ວນເຂົ້າໃນການພັດທະນາເມືອງວິລະບູລີໄປແລ້ວ ຄິດເປັນມູນຄ່າລວມ ຫລາຍກວ່າ
5.2 ລ້ານໂດລາ. ສ່ວນການອະນຸລັກສັດປ່າ ແລະການຄຸ້ມຄອງສະພາບແວດລ້ອມທໍາມະຊາດ
ນັ້ນ ກໍຍັງຄົງດໍາເນີນໄປຢ່າງຕັ້ງໜ້າ.

ການຜະລິດຄໍາທີ່ບໍ່ຄໍາເຊໂປນ
ການຜະລິດຄໍາທີ່ບໍ່ຄໍາເຊໂປນ

ດັ່ງທີ່ ທ່ານ ສະໝານ ອະເນກາ
ຜູ້ອໍານວຍການບໍລິສັດລ້ານຊ້າງ
ໄມເນີໂຣລຈໍາກັດ ໄດ້ໃຫ້ການຊີ້
ແຈງວ່າ:

ພວກເຮົາໄດ້ມີການປະກອບ
ສ່ວນ ເຊັ່ນຕົວຢ່າງວ່າ ການ
ອະນຸລັກຊີວະນານາພັນ ທີ່
ພວກເຮົາມີທຶນໃຫ້ອົງກອນ
ຕ່າງໆ ມາເຮັດໃນລັກສະນະ
ເປັນເທີມໄປຕ່າງໆຫັ່ນນະ
ນອກຈາກນັ້ນ
ກໍຍັງມີການທີ່ວ່າ ພວກເຮົາໄດ້ປະກອບສ່ວນເຂົ້າໃນງານສັງຄົມເຊັ່ນ
ຕົວຢ່າງວ່າ ງານສໍາຄັນຂອງຊາດ
ຄືດັ່ງທີ່ຮູບປັ້ນຂອງເຈົ້າອານຸວົງ ຊຶ່ງເປັນວິລະກະສັດ
ຂອງລາວ ກະແມ່ນບໍ່ຄໍາ, ບໍ່ທອງເຊໂປນເຮົາ
ໄດ້ປະກອບສ່ວນ 8 ໂຕນທອງ ພວກເຮົາ
ກໍໄດ້ໃຫ້
ການປະກອບສ່ວນເຂົ້າ ອັນນີ້ ກໍເປັນສ່ວນອັນນຶ່ງຂອງສິ່ງທີ່ ນອກເໜືອຈາກ
ການຜະລິດຂອງພວກເຮົາເນາະ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ໃຫ້ການຄາດໝາຍວ່າ
ໃນຕະຫຼອດປີ 2011 ນີ້ ລັດຖະບານລາວຈະມີລາຍຮັບເປັນຄ່າສໍາປະທານ ແລະຄ່າທໍາ
ນຽມຕ່າງໆ ທີ່ຈະໄດ້ຮັບຈາກກຸ່ມລົງທຶນໃນເໝືອງແຮ່ຢູ່ເຊໂປນ ແລະເໝືອງແຮ່ຢູ່ພູເບ້ຍນັ້ນ ໃນມູນຄ່າລວມກັນບໍ່ໜ້ອຍກວ່າ 250 ລ້ານໂດລາ.

XS
SM
MD
LG