ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ແຮ່ເຊໂປນ ເພີ່ມຜົນຜະລິດ ທອງແດງ ແຕ່ຫລຸດ ການຜະລິດຄໍາ


ໂຮງງານຜະລິດທອງແດງທີ່ເຊໂປນ
ໂຮງງານຜະລິດທອງແດງທີ່ເຊໂປນ

ບໍ່ແຮ່ເຊໂປນເພີ່ມຜົນຜະລິດແຮ່ທອງແດງໄດ້ ໃນອັດຕາສະເລ່ຍ 7% ສ່ວນການຜະລິດແຮ່ຄໍາ ປະຕິບັດໄດ້ຕໍ່າກວ່າຄາດໝາຍ ເນື່ອງຈາກປະລິມານສໍາຮອງຂອງແຮ່ຄໍາຫລຸດລົງ ແລະຈະໝົດ ໄປພາຍໃນປີ 2013 ນີ້.

ບໍລິສັດລ້ານຊ້າງ ໄມເນີໂຣລຈໍາກັດ ຊຶ່ງເປັນກຸ່ມລົງທຶນໃນການຂຸດຄົ້ນແຮ່ຄໍາ ແລະແຮ່
ທອງແດງຢູ່ໃນເຂດເມືອງເຊໂປນ ແລະເມືອງວິລະບູລີ ໃນແຂວງສະຫວັນເຂດ ລາຍງານ
ວ່າ ໃນຊ່ວງໄຕມາດທີ 1 ຫລື 3 ເດືອນທໍາອິດຂອງປີ 2012 ນີ້ ສາມາດຜະລິດແຮ່ທອງ
ແດງໄດ້ຫລາຍກວ່າ 19,700 ໂຕນ ຫລືເພີ້ມຂຶ້ນຈາກໄລຍະດຽວກັນຂອງປີ 2011 ຄິດ
ເປັນອັດຕາສະເລ່ຍ 7% ໂດຍຖ້າຫາກວ່າ ສາມາດຮັກສາອັດຕາການເພີ້ມໃນລະດັບດັ່ງ
ກ່າວນີ້ໄດ້ຕໍ່ໄປ ກໍເຊື່ອວ່າ ຈະສາມາດຜະລິດແຮ່ທອງແດງເພື່ອສົ່ງອອກໄປຕ່າງປະເທດ
ໄດ້ເຖິງ 8 ໝື່ນໂຕນ ໃນຕະຫລອດປີນີ້.

ແຜ່ນທອງແດງ ທີ່ຂຸດຄົ້ນມາຈາກບໍ່ທອງແດງທີ່ເຊໂປນເພື່ອສົ່ງອອກ
ແຜ່ນທອງແດງ ທີ່ຂຸດຄົ້ນມາຈາກບໍ່ທອງແດງທີ່ເຊໂປນເພື່ອສົ່ງອອກ

ແຕ່ຢ່າງໃດກໍຕາມ ສໍາລັບ
ການຜະລິດແຮ່ຄໍາ ໃນໄລ
ຍະດຽວກັນນີ້ ກັບປາກົດ
ວ່າ ສາມາດປະຕິບັດໄດ້
ຕໍ່າກວ່າຄາດໝາຍທີ່ວາງໄວ້
ເຖິງ 8% ແລະຖ້າຫາກສະ
ພາບການ ຍັງບໍ່ດີຂຶ້ນກວ່າ
ທີ່ເປັນຢູ່ໃນເວລານີ້ ກໍຍ່ອມ
ຈະສົ່ງຜົນກະທົບຕໍ່ແຜນ
ການສົ່ງອອກແຮ່ຄໍາ ໃນ
ຕະຫລອດປີນີ້ ຢ່າງຫລີກ
ລ້ຽງບໍ່ໄດ້ ຊຶ່ງຈະເຮັດໃຫ້ຜະລິດແຮ່ຄໍາ ເພື່ອສົ່ງອອກໄປຕ່າງປະເທດ ໄດ້ ໃນປະລິມານ
ລະຫວ່າງ 60 ພັນ-65 ພັນອອນສ໌ ເທົ່ານັ້ນ.

ທັງນີ້ທ່ານ ສະໝານ ອະເນກາ ຜູ້ອໍານວຍການບໍລິສັດ ໄດ້ໃຫ້ການຍອມຮັບວ່າການຂຸດຄົ້ນ
ແຮ່ຄໍາໃນຕະຫຼອດໄລຍະ 10 ປີມານີ້ ໄດ້ເປັນຜົນເຮັດໃຫ້ແຮ່ຄໍາຢູ່ໃນເຂດສໍາປະທານ ຫລຸດ
ປະລິມານລົງຢ່າງຕໍ່ເນື່ອງ. ຜົນຈາກການສໍາຫຼວດຫຼ້າສຸດເຮັດໃຫ້ສາມາດປະເມີນໄດ້ວ່າ ປະລິ
ມານແຮ່ຄໍາທີ່ເຫຼືອຢູ່ໃນເວລານີ້ ຈະສາມາດຂຸດຄົ້ນໄດ້ຫຼືຂຸດຄົ້ນຈົນໝົດໄປຢ່າງສີ້ນເຊີງ ພາຍ
ໃນປີ 2013 ນີ້.

ຄໍາທີ່ຂຸດຄົ້ນມາຈາກບໍ່ຄໍາເຊໂປນ
ຄໍາທີ່ຂຸດຄົ້ນມາຈາກບໍ່ຄໍາເຊໂປນ

ຊຶ່ງກໍ່ໝາຍຄວາມວ່າ ຖ້າຫາກ
ພາຍໃນປີ 2013 ຍັງຄົງບໍ່ມີ
ການສໍາຫຼວດພົບແຮ່ຄໍາແຫຼ່ງ
ໃໝ່ນັ້ນ ກໍ່ຍ່ອມຈະເປັນຜົນ
ເຮັດໃຫ້ບໍ່ແຮ່ເຊໂປນ ຍັງເຫຼືອ
ພຽງຜົນຜະລິດຈາກແຮ່ທອງ
ແດງເທົ່ານັ້ນ ນັບຈາກປີ 2014

ສໍາລັບໃນປີ 2011 ທີ່ຜ່ານມານັ້ນ
ບໍລິສັດລ້ານຊ້າງ ໄມເນີໂຣລຈໍາກັດ
ສາມາດຂຸດຄົ້ນແຮ່ຄໍາໄດ້ໃນປະລິ
ມານລວມ 74,484 ອອນ ແລະຂຸດຄົ້ນແຮ່ທອງແດງໄດ້ 78,859 ໂຕນ ຫຼືເພີ່ມຂື້ນຈາກປີ 2012 ຄິດເປັນສັດສ່ວນເຖິງ 23%.

ນອກຈາກນີ້ບໍລິສັດລ້ານຊ້າງ ໄມເນີໂຣລຈໍາກັດ ຍັງໄດ້ລາຍງານອີກດ້ວຍວ່າໃນປີ 2011 ທີ່ຜ່ານມາ ບໍລິສັດໄດ້ຊໍາລະພັນທະຕ່າງໆ ໃຫ້ແກ່ລັດຖະບານລາວ ຄິິດເປັນມູນຄ່າລວມ 205 ລ້ານໂດລາ ໂດຍລວມເຖິງເງິນ ປັນຜົນຈາກການຮ່ວມທຶນຂອງລັດຖະບານລາວ ໃນມູນຄ່າ 15 ລ້ານໂດລາອີກດ້ວຍ ແຕ່ຖ້າຫາກຈະຄິດໄລ່ ນັບຈາກທີ່ໄດ້ເລີ່ມການຂຸດຄົ້ນໃນໄລຍະ 10 ປີມານີ້ ກໍ່ຈະເຫັນໄດ້ວ່າ ລັດຖະບານລາວໄດ້ຮັບຜົນປະໂຫຍດຈາກບໍ່ແຮ່ເຊໂປນ ຄິດເປັນມູນຄ່າລວມ ເກີນກວ່າ 800 ລ້ານໂດລາແລ້ວ ນັ້ນເອງ.

ການກວດເບິ່ງສິ່ງເສດເຫລືອຈາກ ບໍ່ຄໍາເຊໂປນ
ການກວດເບິ່ງສິ່ງເສດເຫລືອຈາກ ບໍ່ຄໍາເຊໂປນ

ແຕ່ຢ່າງໃດກໍ່ຕາມ ບັນຫາທີ່ອົງການ
ອະນຸລັກຊັບພະຍາກອນທໍາມະຊາດ
ລະດັບສາກົນມີຄວາມເປັນຫ່ວງຫຼາຍ
ທີ່ສຸດຕໍ່ການຂຸດຄົ້ນແຮ່ຢູ່ໃນລາວ ໃນ
ທຸກມື້ນີ້ກໍ່ຄື ບັນຫາຜົນກະທົບຕໍ່ສະ
ພາບແວດລ້ອມທໍາມະຊາດ ທີ່ຈະສົ່ງ
ຜົນກະທົບຕໍ່ເນື່ອງເຖິງສະພາບຊີວິດ
ການເປັນຢູ່ຂອງປະຊາຊົນລາວອີກດ້ວຍ.

ຫາກແຕ່ ທ່ານ ສະໝານ ອະເນກາກໍໄດ້ໃຫ້ການຊີ້ແຈງວ່າ:

ພວກເຮົາໄດ້ມີການປະກອບສ່ວນ ເຊັ່ນຕົວຢ່າງວ່າການ
ອະນຸລັກຊີວະນານາພັນທີ່ພວກເຮົາມີທຶນໃຫ້ອົງກອນ
ຕ່າງໆ ມາເຮັດໃນລັກສະນະເປັນເທີມໄປຕ່າງໆຫັ່ນນະ
ນອກຈາກນັ້ນ ກໍຍັງມີການທີ່ວ່າ ພວກເຮົາໄດ້ປະກອບ
ສ່ວນເຂົ້າໃນງານສັງຄົມເຊັ່ນ
ຕົວຢ່າງວ່າ ງານສໍາຄັນ
ຂອງຊາດ ຄືດັ່ງທີ່ຮູບປັ້ນຂອງເຈົ້າອານຸວົງ ຊຶ່ງເປັນວິລະ

ກະສັດ
ຂອງລາວ ກະແມ່ນບໍ່ຄໍາ, ບໍ່ທອງເຊໂປນເຮົາ
ໄດ້ປະກອບສ່ວນ 8 ໂຕນທອງ ພວກເຮົາ
ກໍໄດ້ໃຫ້
ການປະກອບສ່ວນເຂົ້າ.

ປັດຈຸບັນ ລັດຖະບານລາວໄດ້ອະນຸມັດໃຫ້ສໍາປະທານການສໍາຫລວດ ແລະຂຸດຄົ້ນບໍ່ແຮ່
ຢູ່ໃນລາວ ໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວ ເຖິງ 184 ບໍລິສັດ
ຊຶ່ງໃນນີ້ ເປັນບໍລິດສັດຕ່າງຊາດ 140 ບໍລິສັດ ທີ່ໄດ້ຮັບສຳປະທານໃນ 200 ກວ່າໂຄງການ
ແລະເອກກະຊົນລາວ 44 ບໍລິສັດ ກໍໄດ້ສໍາປະທານໃນ 100 ກວ່າໂຄງການ.

XS
SM
MD
LG