ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ​ລິ​ສັດ​ຂຸດ​ຄົ້ນ​ຄຳ ແລະທອງ​ແດງ​ເຊ​ໂປນ ​​ຂະ​ຫຍາຍ​ພື້ນ​ທີ່ສຳ​ປະ​ທານ ​ການ​ຂຸດ​ຄົ້ນແຮ່​ທາດ ​​ໄປ​ອີກ 10 ປີ


ໂຮງ​ງານ​ຫລອມ​ຄຳ ແລະທອງ​ແດງ​ເຊ​ໂປນ ໃນ​ແຂວ​ສະ​ຫວັນ​ນະ​ເຂດ ຂອງ​ລາວ
ໂຮງ​ງານ​ຫລອມ​ຄຳ ແລະທອງ​ແດງ​ເຊ​ໂປນ ໃນ​ແຂວ​ສະ​ຫວັນ​ນະ​ເຂດ ຂອງ​ລາວ

ບໍ​ລິ​ສັດ​ຂຸດ​ຄົ້ນ​ແຮ່​ຄຳ ແລະທອງ​ແດງຢູ່ບໍ່​ແຮ່​ເຊ​ໂປນ ​ເພີ້ມ​ການ​ລົງ​ທຶນເພື່ອ​ຂະ​ຫຍາຍ​ພື້ນ​ທີ່ ສຳ​ປະ​ທານ ໃນ​ການ​ຂຸດ​ຄົ້ນແຮ່​ຄຳ ແລະ​ທອງ​ແດງ​ຕໍ່​ໄປ​ອີກ 10 ປີ ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ຜະ​ລິດ​ຄຳ​ແທ່ງ​ໃຫ້​ໄດ້ 2 ແສນ​ອອນ​ຕໍ່​ປີ. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານ ຈາກ​ບາ​ງກອກ.

​ບໍ​ລິ​ສັດ Lane Xang Mineral ຈຳ​ກັດ, ຜູ້​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ຄຳ ແລະທອງ​ແດງຢູ່ບໍ່​ແຮ່​ເຊ​ໂປນ, ໃນ​ເຂດ​ເມືອງວິ​ລະ​ບຸ​ລີ, ແຂວງ​ສະ​ຫວັນ​ນະ​ເຂດລາຍ​ງານ​ວ່າ ​ບໍ​ລິ​ສັດມີ​ແຜນ​ການ​ຈະ​ເພີ້ມ​ການ​ລົງ​ທຶນເພື່ອ​ຂະ​ຫຍາຍ​ພື້ນ​ທີ່ສຳ​ປະ​ທານໃນ​ການ​ຂຸດ​ຄົ້ນແຮ່​ຄຳ ແລະ​ທອງ​ແດງ​ ຕໍ່​ໄປ​ອີກ 10 ປີ ເປັນ​ຢ່າງ​ໜ້ອຍ ເຖິງ​ແມ່ນ​ວ່າ​ບໍ​ລິ​ສັດຈະ​ໄດ້​ຢຸດ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ ​ເນື່ອງ​ຈາກ​ປະ​ລິ​ມານ​ແຮ່​ຄຳ​ເຫລືອ​ໜ້ອຍ ແລະ​ບໍ່​ຄຸ້ມ​ຄ່າ​ສຳ​ລັບ ການ​ລົງ​ທຶນ ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ​ແລ້ວ​ກໍ​ຕາມ. ຫາກ​ແຕ່​ການ​ຂະ​ຫຍາຍ​ພື້ນ​ທີ່​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ໃນ​ໄລ​ຍະ​ໃໝ່​ນີ້ ກໍ​ເຊື່ອ​ວ່າ​ຈະ​ສາ​ມາດ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ​ແທ່ງ​ໄດ້​ເຖິງ 200,000 ອອນ ​ຕໍ່​ປີ.

ໂດຍ​ບໍ່​ແຮ່​ເຊ​ໂປນ​ໄດ້​ເລີ້ມ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ຄຳ​ໃນ​ປີ 2003 ແລະ​ທອງ​ແດງ​ໃນ​ປີ 2005 ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນ​ນີ້ ​ກໍສາ​ມາດຜະ​ລິດ​ແຮ່​ທາດ​ໄດ້​ຫລຸດ​ລົງນັບ​ມື້ ແລະ​ກໍ​ໄດ້​ຢຸດ​ການ​ຜະ​ລິດ​ຄຳ​ໃນ​ທ້າຍ​ປີ 2013 ເປັນ​ຕົ້ນ​ມາ ຈຶ່ງ​ຍັງ​ເຫລືອ​ພຽງ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ທອງ​ແດງ​ເທົ່າ​ນັ້ນ ໂດຍ​ທີ່​ໃນ​ປີ 2019 ກໍສາ​ມາດ​ຜະ​ລິດ​ທອງ​ແດງໄດ້​ພຽງ 72,000 ໂຕນ​ ຈາກ​ທີ່​ເຄີຍ​ຜະ​ລິດ​ໄດ້​ຫລາຍກວ່າ 150,000 ​ໂຕນຕໍ່​ປີ ຈຶ່ງ​ເຮັດ​ໃຫ້ຄາດ​ໝາຍວ່າ ບໍ​ລິ​ສັດ Lane Xang Mineral ຈະ​ຢຸດ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ທອງ​ແຜ່ນ​ໃນ​ທ້າຍ​ປີ 2020

ນີ້ ແຕ່​ວ່າການເພີ້ມ​ການ​ລົງ​ທຶນ​ເພື່ອ​ຂະ​ຫຍາຍ​ພື້ນ​ທີ່​ສຳ​ປະ​ທານ​ດັ່ງ​ກ່າວຈຶ່ງ​ໝາຍ​ເຖິງ​ການ​ທີ່​ບໍ​ລິ​ສັດຈະ​ຍັງ​ສືບ​ຕໍ່​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ທັງ​ຄຳ ແລະ​ທອງ​ແດງ​ຕໍ່​ໄປ​ອີກ 10 ປີ ເປັນ​ຢ່າງ​ໜ້ອນນັ້ນ​ເອງ.

ທັງ​ນີ້ ໃນ​ຊ່ວງ​ປີ 2003-2019 ບໍ​ລິ​ສັດ Lane Xang Mineral ຈຳ​ກັດ​ຊຶ່ງ​ເປັນ​ຜູ້​ລົງ​ທຶນຈາກ​ຈີນ​ໄດ້​ສົ່ງ​ມອບ​ພັນ​ທະ ແລະ​ອາ​ກອນ​ຕ່າງໆໃຫ້​ແກ່​ລັດ​ຖະ​ບານ​ລາວ​ໃນ​ມູ​ນ​ຄ່າ​ລວມ 1,400 ລ້ານ​ໂດ​ລາ ແລະ​ໄດ້​ປະ​ກອບ​ສ່ວນ​ຫລາຍກວ່າ 120 ລ້ານໂດ​ລາ ສຳ​ລັບ​ການ​ພັດ​ທະ​ນາພື້ນ​ຖານ​ໂຄ​ງ​ລ່າງ ແລະ​ການ​ສ້າງວຽກ​ເຮັດງານ​ທຳ ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ເມືອງວີ​ລະ​ບູ​ລີ ໄດ້​ຫລາຍກວ່າ 14,000 ຄົນ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ເສີມການ​ຜະ​ລິດ​ເປັນ​ສິນ​ຄ້າຂອງວິ​ສາ​ຫະ​ກິດ​ຊຸມ​ຊົນ​ນັ້ນ ມີ​ມູນ​ຄ່າ​ເກີນກວ່າ 32 ລ້ານ ໂດ​ລາ​ໃນ​ປີ 2019 ແລະ​ຈະ​ເພີ້ມຂຶ້ນ​ອີກ ​ຫລັງ​ຈາກທີ່​ມີ​ການ​ຂະ​ຫຍາຍພື້ນ​ທີ່ສຳ​ປະ​ທານດັ່ງ​ກ່າວ. ສ່ວນ​ບໍ​ລິ​ສັດ​ກໍ​ຍັງ​ຈະ​ມີ​ການ​ຈ້າງ​ງານ​ເພີ້ມຂຶ້ນ​ຈາກ 3,000 ກວ່າ​ຄົນ​ໃນ​ປັດ​ຈຸ​ບັນ ເປັນ​ຫລາຍກວ່າ 10,000 ຄົນ​ອີກ​ດ້ວຍ.

ທ່ານ​ຄຳ​ມະ​ນີ ອິນ​ທິ​ລ​າດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່ ຢືນ​ຢັນ
​ວ່າ ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ແຮ່​ທາດ​ຕ່າງໆ​ ໃນ​ທົ່ວ​ປະ​ເທດ​ລາວ ໄດ້​ສຳ​ຫຼວດ​ພົບ​ແຮ່​ທາດ
​ແລ້​ວ​ຫາຍກວ່າ 570 ແຫຼ່ງ ທີ່ກວາມ​ເອົາ​ເນື້ອ​ທີ່ກວ້າງກວ່າ 162,104 ກິ​ໂລ​ແມັດ​ມົນ​ທົນ
ຫຼື​ເກືອບ 70 ເປີ​ເຊັນຂອງ​ພື້ນ​ທີ່​ທັງ​ໝົດ ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ທາງ​ການ​ລາວ ໄດ້​ອະ​ນຸ​
ຍາດ​ສຳ​ປະ​ທານ​ໃຫ້​ບໍ​ລິ​ສັດ​ລາວ ແລະ​ຕ່າງ​ຊາດ​ໄປ​ແລ້ວ 649 ບໍ​ລິ​ສັດ​ໃນ 942 ກິດ​ຈະ​
ການ ໃນ​ນີ້​ເປັນ​ການ​ອະ​ນຸ​ຍາດ​ໂດຍ​ຂັ້ນສູນ​ກ​າງ 275 ບໍ​ລິ​ສັດ​ໃນ 449 ກິດ​ຈະ​ການ​ທີ່​
ໄດ້​ລົງ​ທຶນ​ຂຸດ​ຄົ້ນ​ໂຕ​ຈິງ​ແລ້ວ 79 ບໍ​ລິ​ສັດ​ ໃນ 141 ກິດ​ຈະ​ການ ດັ່ງ​ທີ່​ທ່ານ​ຄຳ​ມະ​ນີ ໄດ້
​ຖ​ະ​ແຫຼງ​ຢືນ​ຢັນ​ວ່າ:

“ນັບ​ຕັ້ງ​ແຕ່​ປີ 1990 ເປັນ​ຕົ້ນ​ມາ​ນີ້ ລັດ​ຖະ​ບານ​ໄດ້​ເປີດກວ້າງ ໂດຍ​ອະ​ນຸ​ຍາດ​ໃຫ້​ຜູ້​
ລົງ​ທຶນທັງພາຍ​ໃນແລະ​ຕ່າງ​ປະ​ເທດ ສາ​ມາດ​ລົງ​ທຶນ​ເຂົ້​າ​ໃສ່​ໃນ​ການ​ພັ​ດ​ທະ​ນາ​ທາງ​
ດ້ານ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ ພວກ​ເຮົາ​ໄດ້​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ
ໄດ້​ລົງ​ທຶນ​ແລ້ວ 275 ບໍ​ລິ​ສັດ​ຊຶ່ງ​ມີ​ຢູ່ 449 ກິດ​ຈະ​ການ​ຢູ່​ໃນ​ນີ້ ມີ​ຂັ້ນ​ຕອນ​ໃນ​ການ​ສຳ​
ປະ​ທານ​ຂຸດ​ຄົ້ນ 79 ບໍ​ລິ​ສັດ ມີ​ຢູ່ 141 ກິ​ດຈະ​ການ.”

ເຂດ​ທີ່​ບໍ​ລິ​ສັດ Lane Xang Mineral ທຳ​ການຂຸດ​ຄົ້​ນແຮ່​ຄຳ ແລະ​ທອງ​ແດງ​ຢູ່​ເມືອງ ເຊ​ໂປນ​, ພາກ​ໃຕ້​ຂອງ​ລາວ
ເຂດ​ທີ່​ບໍ​ລິ​ສັດ Lane Xang Mineral ທຳ​ການຂຸດ​ຄົ້​ນແຮ່​ຄຳ ແລະ​ທອງ​ແດງ​ຢູ່​ເມືອງ ເຊ​ໂປນ​, ພາກ​ໃຕ້​ຂອງ​ລາວ

ສ່ວນ​ທີ່​ເປັນ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ ໂດຍ​ຂັ້ນ​ທ້ອງ​ຖິ່ນ​ນັ້ນ​ມີ​ຢູ່​ເຖິງ 374 ບໍ​ລິ​ສັດ ໃນ
493 ກິດ​ຈະ​ການ ໂດຍ​ສ່ວນ​ຫຼາຍ​ເປັນ​ກິດ​ຈະ​ການ​ຂະ​ໜາດ​ນ້ອຍ ທັ້ງ​ນີ້​ໂດຍບໍ​ລິ​ສັດ​
ຈາກ​ຈີນ ຖື​ເປັນ​ພາກ​ສ່ວນ​ທີ່​ໄດ້​ລົງ​ທຶນ​ໃນ​ການ​ຂຸດຄົ້ນແຮ່​ທາດ​ໃນ​ລາວ​ຫຼາຍ​ທີ່​ສຸດ ຊຶ່ງ​
ໃນ​ປັດ​ຈຸ​ບັນ​ກໍ​ປາ​ກົດ​ວ່າ ບໍ​ລິ​ສັດ​ຈາກ​ຈີນ​ ໄດ້​ມີ​ການ​ຂຸດ​ຄົ້​ນ​ແຮ່​ທາດ​ແລ້ວ ເຖິງ 52 ກິດ​
ຈະ​ການ ສ່ວນ​ອີກ​ຫຼາຍກວ່າ 30 ກິດ​ຈະ​ການ​ກຳ​ລັງ​ດຳ​ເນີນ​ການ​ສຳ​ຫຼວດ ແລະ​ຈັດ​ທຳ
​ບົດ​ວິ​ພາກ​ເສດ​ຖະ​ກິດ ​ເພື່ອ​ຂໍ​ອະ​ນຸ​ຍາດ​ສຳ​ປະ​ທານ​ຂຸດ​ຄົ້ນ​ຈາກ​ລັດ​ຖະ​ບານ​ລາວ​ຕໍ່​ໄປ
ໂດຍ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ຂະ​ໜາດ​ໃຫຍ່ ທີ່​ມີມູນ​ຄ່າ​ການ​ລົງ​ທຶນ​ຫຼາ​ຍ​ທີ່​ສຸດ​ໃນ
ລາວ​ກໍ​ຄື ​ເໝືອງ​ແຮ່​ຢູ່​ທີ່​ເຊ​ໂປນ​ ຂອງ​ບໍ​ລິ​ສັດ Lane Xang Mineral ຈຳ​ກັດ​ຈາກ​ຈີນ.

XS
SM
MD
LG