ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກຫົວແບ່ງແຍກ ນິຍົມຣັດເຊຍ ຍິງເຮືອບິບລົບໄອພົ່ນ ຂອງຢູເຄຣນ ຕົກ (ວີດີໂອ)


ແຜນທີ່ ຢູເຄຣນ
ແຜນທີ່ ຢູເຄຣນ

ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ​ໄດ້ຍິງ​ເຮືອບິນ​ລົບ​ໄອ​ພົ່ນ
Mig-19 ຂອງ​ຢູ​ເຄຣນຕົກ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນພາກ​ຕາ​ເວັນ
​ອອກຂອງ​ປະ​ເທດ​ທີ່​ຖືກ​ທຳລາຍ​ຍ້ອນ​ສົງຄາມນັ້ນ.

ໂຄສົກ​ກອງທັບ​ຢູ​ເຄຣນ ກ່າວ​ວ່າ ນັກ​ບິນໄດ້​ກະ​ໂດດ​ອອກ​ຈາກ​
ເຮືອບິນ ​ແລະ​ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້​ໃນ​ເຂດ​ເມືອງ Luhansk.

​ໃນ​ຂະນະ​ດຽວ​ກັນ ອົງການ​ຂ່າວ​ຝຣັ່ງ ລາຍ​ງານ​ວ່າ ບັນດາ​ເຈົ້າ​
ໜ້າ​ທີ່​ຂອງ​ຄະນະ​ກຳ​ມະ​ການ​ສະພາກາ​ແດງ​ສາກົນ ​ເດີນທາງ​
ໄປ​ຮອດຣັດ​ເຊຍ​ແລ້ວ ໃກ້​ກັບ​ຊາຍ​ແດນຢູ​ເຄຣນ ​ເພື່ອ​ເລີ້ມ​ທຳ​
ການ​ກວດກາພວກລົດ​ຂົນ​ສົ່ງ​ການ​ຊ່ອຍ​ເຫຼືອ​ຂອງຣັດ​ເຊຍ​ ຂະ​ບວນ​ນຶ່ງ ທີ່​ຈອດ​ຢູ່​ໃກ້ໆ
ກັບ​ຊາຍ​ແດນ​ຢູ​ເຄຣນນັ້ນ.

​ໂຄສົກ​ຍິງ​ປະຈຳ​ສະພາກາ​ແດງ​ນາໆ​ຊາດ ຫຼື ICRC ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ​ໄດ້ມີ​
ການ​ບັນລຸ​ຂໍ້​ຕົກລົງ​ກັນ​ໃນ​ວັນ​ເສົາ​ວານ​ນີ້ ກ່ຽວກັບວ່າ​ຈະ​ກວດກາ​ລົດ​ເຫຼົ່າ​ນີ້​ແນວ​ໃດ​ນັ້ນ. ​
ໂຄສົກ​ຍິງ​ກ່າວອີກ​ວ່າ ນາງ​ບໍ່​ແນ່​ໃຈວ່າ ການ​ກວດກາ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ອາທິດ​ມື້ນີ້​.
ແຕ່​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ​ໄດ້ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເລີ້ມທຳ​ການ​ກວດກາ
​ຂະ​ບວນລົດ​ບັນທຸກ​ຂອງ​ຊ່ອຍ​ເຫຼືອ​ນີ້​ແລ້ວ.

ລົດ​ບັນທຸກ​ເກືອບ 300 ຄັນ ທີ່ຈອດ​ຢູ່​ນອກ​ເມືອງ Kamens-Shakh tinsky ຂອງຣັດ​
ເຊຍ ກຳລັງ​ລໍຖ້າ​ການ​ຮັບປະກັນ​ທາງ​ດ້ານ​ຄວາມ​ປອດ​ໄພ ​ຊຶ່ງ​ຈະອຳນວຍ​ໃຫ້​ພວກ​ລົດ​
ເຫຼົ່າ​ນີ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ຢູ​ເຄຣນ ພ້ອມ​ກັບເຄື່ອງ​ຂອງ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ
ທຳ​ນັ້ນ​ໄດ້. ຫຼັງ​ຈາກ​ນັ້ນ​ພວກ​ສະພາກາ​ແດງ​ສາກົນ ຈະ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ແຈກ​ຢາຍ​ເຄື່ອງ​ຊ່ອຍ​ເຫຼືອໃຫ້​ແກ່​ຊາວ​ຢູ​ເຄຣນ ທີ່​ຕົກ​ຄ້າງໃນ​ການ​ສູ້​ລົບ​ກັນ​ລະຫວ່າງ​ພວກ​ກຳ
ລັງ​ຂອງ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ນັ້ນ.

ມົສກູ ກ່າວ​ວ່າ ການ​ຈັດ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ຕົນ​ແມ່ນ​ເພື່ອ​ມະນຸດ ສະທຳ​ເທົ່າ​ນັ້ນ ​ແຕ່​ລັດຖະບານ Kyiv ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ວ່າ ຣັດ​ເຊຍ​ອາດ​ຈະໃຊ້​ເປັນ “ຂໍ້​ອ້າງ”​ ເພື່ອ​ເຂົ້າ​ຮຸກ​ຮານ ຫຼືເພື່ອ​ສົ່ງ​ອາວຸດໄປໃຫ້ພວກ​ກະບົດ​ນິຍົມ
ຣັດ​ເຊຍ ທີ່​ໄດ້​ສູນ​ເສຍອາວຸດເປັນ​ຈຳນວນ​ຫຼວງຫຼາຍ ​ໃນ​ການ​ຕໍ່ສູ້​ກັບ​ກຳລັງ​ຢູ​ເຄຣນ​ນັ້ນ.

ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງຣັດ​ເຊຍ ຢູ​ເຄຣນ ຝຣັ່ງ ​ແລະ​ເຢຍຣະມັນ ກຳລັງ​ພົບ​ປະ
ກັນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ນະຄອນ Berlin​ເພື່ອໂອ້​ລົມ​ສົນທະນາ​ກັນ ​ເລື້ອງ​ຄວາມ​ເຄັ່ງ​ຕຶງ
​ຢູ່​ໃນ​ຢູ​ເຄຣນ.

ukraine17august14
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG