ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກແບ່ງແຍກດິນແດນ ໃນ​ຢູ​ເຄ​ຣນ ຈັບ​ນັກສັງ​ເກດ​ການ​ ຢູ​ໂຣບ 4 ຄົນ (ສະ​ໄລ​ດ໌/ວີດີໂອ)


ຜູ້ນຳຄົນນຶ່ງຂອງພວກຫົວແບ່ງແຍກດິນແດນທີ່ນິຍົມຣັດເຊຍ
ທາງພາກຕາເວັນອອກຂອງຢູເຄຣນ ກ່າວ​ວ່າ ​ກຸ່ມ​ຂອງ​ທ່ານ​ໄດ້
ຈັບ​ພວກນັກສັງ​ເກດ​ການ​ຢູ​ໂຣບ 4 ຄົນ ​ທີ່​ມີ​ລາຍ​ງານ​ວ່າ ​ໄດ້ຫາຍ
​ຕົວ​ໄປ ນັບ​ຕັ້ງ​ແຕ່ແລງ​ວັນ​ຈັນ​ແລ້ວ​ນີ້.

ທ່ານ Vyacheslav Ponomarev ​ທີ່​ປະກາດຕົນເອງເປັນ
ເຈົ້າ​ຄອງ​ກຳ​ແພງ​ນະຄອນ ຂອງ “ປະຊາຊົນ” ໃນ​ເມືອງ
Slovyansk ​ທີ່ຄວບຄຸມໂດຍ​ພວກ​ກະບົດນັ້ນ ​ໄດ້​ກ່າວ​ໃນ​ວັນ
​ພະຫັດ​ມື້​ນີ້​ວ່າ ພວກ​ທີ່​ຖືກ​ລັກ​ຕົວ​ໄປ ແມ່ນມີ​ສຸຂະພາບ​ແຂງແຮງດີ
​ແລະອາດ​ຈະ​ຖື​ກປ່ອຍໃນ​ໄວ​ໆນີ້.
CN-Analyst: Chechen Fighters Sent to Ukraine On Russian Orders
please wait

No media source currently available

0:00 0:02:33 0:00

ທ່ານກ່າວວ່າ ທ່ານ​ໄດ້​ເຕືອນ ​ອົງການ​ວ່າດ້ວຍ​ຄວາມປອດ​ໄພແລະການຮ່ວມມື ໃນຢູ​ໂຣບ ຫລື OSCE ແລ້ວວ່າ ພວກ​ນັກ​ສັງເກດ​ການ​ບໍ່​ຄວນ​ຈະ​ເດີນທາງເຂົ້າ​ໄປໃນ​ຂົງ​ເຂດ​ດັ່ງກ່າວ ​ແຕ່​ພວກ​ເຂົາ​ເຈົ້າກໍ​ໄດ້ເດີນທາງ​ເຂົ້າໄປ ຢູ່ດີ.

ອົງການ​ OSCE ​ໄດ້​ກ່າວ​ໃນ​ວັນ​ພຸດວານ​ນີ້​ວ່າ ຍັງມີພວກນັກສັງເກດການ​ອີກ​ກຸ່ມ​ນຶ່ງ ຈຳນວນ 11 ຄົນ ກໍ​ໄດ້​ຖືກ​ຈັບ​ໃນ​ຂົງ​ເຂດ​ນີ້​ເຊັ່ນ​ກັນ ​ແຕ່​ວ່າໄດ້ຖືກປ່ອຍ​ໃນ​ເວລາ​ຕໍ່​ມາ.

ພວກນັກສັງ​ເກດ​ການ ເຂົ້າໄປປະຕິບັດງານ​ໃນ​ຢູ​ເຄຣນ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ໃນຄວາມ
ພະຍາຍາມ​ທີ່​ຈະ​ຊ່ອຍ​ຜ່ອນຄາຍ​ຄວາມ​ຕຶງ​ຄຽດ​ລົງ ​ແລະ​ຊຸກຍູ້ໃຫ້ມີ​ສັນຕິພາບແລະຮັກ
ສາຄວາມປອດ​ໄພ.
Ukraine CNPK
please wait
Embed

No media source currently available

0:00 0:01:30 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສວີ​ສ ​ແລະປະທານ​ຂອງອົງການ OSCE ທ່ານ Didier Bukhalter ​ໄດ້ກ່າວຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ຈັບ​ກຸມ​ພວກ​ນັກສັງ​ເກດ​ການ​ນັ້ນ ​ແມ່ນ​ເປັນ​ບ່ອນ​ທຳລາຍການປະຕິບັດພາລະ​ກິດ​ຂອງອົງ
ການ OSCE ແລະເທົ່າ ກັບເປັນ​ການ​ກໍ່ວິນາດສະກຳຕໍ່​ຄວາມ​ພະຍາຍາມ​ຂອງນາໆຊາດ ທີ່​ຢາກ​ໃຫ້​ຢູ​ເຄຣນຜ່ານ​ພົ້ນວິ​ກິດ​ການ​ພາຍ​ໃນ​ປະ​ເທດ​ ທີ່​ຍືດ​ເຍື້ອຍາວ​ນານມາ​ເປັນ​ເວລາ​ຫຼາຍໆ​ເດືອນແລ້ວ​ນັ້ນ.
XS
SM
MD
LG