ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ພວກແບ່ງແຍກ ໃນພາກຕາເວັນອອກ ຢູເຄຣນ ລອດຊີວິດ ຈາກການ ລອບສັງຫານ


ທ້າວ Igor Plotnitsky, ຫົວໜ້າຂອງກຸ່ມກະບົດທີ່ສະໜັບສະ
ໜູນ ຣັດເຊຍ ໃນພາກພື້ນ Luhansk ກ່າວຕໍ່ບັນດານັກຂ່າວ
ຫຼັງຈາກການເຈລະຈາຢຸດຍິງ ໃນ ຢູເຄຣນ ທີ່ນະຄອນຫຼວງ Minsk, ເບລາຣຸສ, 5 ກັນຍາ, 2014.
ທ້າວ Igor Plotnitsky, ຫົວໜ້າຂອງກຸ່ມກະບົດທີ່ສະໜັບສະ ໜູນ ຣັດເຊຍ ໃນພາກພື້ນ Luhansk ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການເຈລະຈາຢຸດຍິງ ໃນ ຢູເຄຣນ ທີ່ນະຄອນຫຼວງ Minsk, ເບລາຣຸສ, 5 ກັນຍາ, 2014.

ສື່ມວນຊົນຂອງ ຣັດເຊຍ ແລະ ຢູເຄຣນ ກ່າວວ່າ ຜູ້ນຳແຫ່ງພາກພື້ນຂອງພວກແບ່ງແຍກ ດິນແດນທີ່ຖືກໜູນຫຼັງໂດຍ ຣັດເຊຍ ໃນພາກຕາເວັນອອກຂອງ ຢູເຄຣນ ໄດ້ຮັບບາດເຈັບ ສາຫັດໃນວັນເສົາວານນີ້ ຈາກການພະຍາຍາມລອບສັງຫານ.

ສູນຂໍ້ມູນພວກຫົວແບ່ງແຍກ Luhansk ທີ່ນິຍົມ ຣັດເຊຍ ກ່າວວ່າ ລະເບີດໄດ້ແຕກໃນ ຕອນເຊົ້າຂອງວັນເສົາວານນີ້ ຢູ່ໃກ້ໆກັບລົດຂອງຜູ້ນຳພວກກະບົດທ້າວ Igor Plotnitsky ໃນເມືອງຫຼວງຂອງພາກພື້ນ Luhansk ທີ່ຖືກແຕ່ງຕັ້ງຂຶ້ນມາເອງ. ໃນຕອນເຊົ້າຂອງວັນ ອາທິດມື້ນີ້, ຍັງບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.

ຕໍ່ມາສື່ມວນຊົນຂອງ ຣັດເຊຍ ໄດ້ສະແດງໃຫ້ເຫັນພາບຂອງລົດ SUV ທີ່ໄດ້ແຕກມຸ່ນເປັນ ຊີ້ນສ່ວນ, ແລະ ໄດ້ກ່າວເນັ້ນຄຳເວົ້າໂຄສົກຂອງພວກກະບົດວ່າ ທ່ານ Plotnitsky ໄດ້ ຖືກນຳສົ່ງໂຮງໝໍດ້ວຍອາການທີ່ຄົງທີ່.

ພວກຫົວແບ່ງແຍກໃນທັນທີໄດ້ກ່າວຫາ “ຜູ້ກໍ່ວິນາດສະກຳ” ວ່າເປັນຜູ້ທີ່ພວກເຂົາກ່າວ ວ່າ ໄດ້ຖືກຝຶກຊ້ອມໂດຍກອງກຳລັງພິເສດລັດຖະບານ ຢູເຄຣນ, ໃນຂະນະທີ່ລັດຖະບານ ນະຄອນຫຼວງ Kiev ໄດ້ປະຕິເສດທຸກໆການເຊື່ອມໃດໆຕໍ່ການໂຈມຕີນັ້ນ.

ໂຄສົກລັດຖະບານ ຢູເຄຣນ ທ່ານ Oleksandr Motuzyanyk ໄດ້ກ່າວຕໍ່ອົງການຂ່າວ Interfax Ukraine ວ່າ ການໂຈມຕີ “ແນ່ນອນທີ່ສຸດແມ່ນຜົນຂອງການຕໍ່ສູ້ກັນ ລະ ຫວ່າງ ຄູ່ປໍລະປັກ.. ການດີ້ນຮົນເພື່ອອຳນາດ" ພາຍໃນພວກກະບົດທີ່ແຂ່ງຂັນກັນ ສຳ ລັບການຄວບຄຸມເມືອງທີ່ສຳຄັນໃນພາກຕາເວັນອອກຂອງ ຢູເຄຣນ.

ພວກແບ່ງແຍກທີ່ອາໄສຢູ່ໃນພາກຕາເວັນອອກເຊິ່ງເວົ້າພາສາ ຣັດເຊຍ ໄດ້ເປີດການກໍ່ ການກະບົດ ຕໍ່ລັດຖະບານທີ່ປົກຄອງປະເທດ ຢູເຄຣນ ໃນເດືອນເມສາ ປີ 2014 ທີ່ໄດ້ຂ້າ ຄົນຫຼາຍກວ່າ 9,500 ຄົນ, ສ່ວນໃຫຍ່ແມ່ນພົນລະເຮືອນ ແລະ ເຮັດໃຫ້ປະຊາຊົນຫຼາຍ ກວ່າ 1 ລ້ານຄົນຂາດທີ່ຢູ່ອາໄສ.

XS
SM
MD
LG