ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ແລະ ຢູເຄຣນ ລົງນາມ ໃນສັນຍາ ໃຫ້ເງິນກູ້ຢືມ ກ່ອນການພົບປະ ສຸດຍອດ


ນາຍົກ Angela Merkel (ຊ້າຍ) ແລະນາຍົກ Arseniy Yatsenyuk ແຫ່ງຢູເຄຣນ(ຂວາ) ໃນລະຫວ່າງການ
ພົບປະໃນພາວະສຸກເສີນ ຂອງຜູ້ນຳສະພາບຢູໂຣບ ກ່ຽວກັບຢູເຄຣນ ທີ່ Brussels ວັນທີ 6
ມີນາ 2014.
ນາຍົກ Angela Merkel (ຊ້າຍ) ແລະນາຍົກ Arseniy Yatsenyuk ແຫ່ງຢູເຄຣນ(ຂວາ) ໃນລະຫວ່າງການ ພົບປະໃນພາວະສຸກເສີນ ຂອງຜູ້ນຳສະພາບຢູໂຣບ ກ່ຽວກັບຢູເຄຣນ ທີ່ Brussels ວັນທີ 6 ມີນາ 2014.

ທ່ານ Arseniy Yatsenyuk ນາຍົກ​ລົດ​ຖະມົນຕີ​ຢູ​ເຄຣນ ​ໄດ້
​ໂອ້ລົມ​ກັນ​ກັບ​ທ່ານ​ນາງ Angela Merkel ນາຍົກລັດຖະມົນ
ຕີ​ເຢຍຣະມັນທີ່​ນະຄອນ Berlin ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ຄາດ​ກັນ
​ວ່າ​ພວກ​ທ່ານ​ຈະ​ເພ່ງ​ເລັງ​ໃສ່​ເລື້ອງ​ຄວາມ​ປອດ​ໄພ ​ແລະ​ການ
​ຊ່ອຍ​ເຫຼືອ​ດ້ານ​ເສດຖະກິດ ​ໃຫ້​ແກ່​ລັດຖະບານ Kyiv ທີ່​ຂາດ
ແຄນ​ເງິນສົດ​ນັ້ນ.

ກ່ອນ​ການ​ໂອ້​ລົມ​ສົນທະນາ​ກັນ​ນີ້ ລັດຖະບານ​ຂອງ​ປະ​ເທດ​ທັງ
​ສອງ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ວານ​ນີ້ ກ່ຽວກັບການ​ອະນຸມັດ
​ເງິນຊ່ອຍ​ກູ້​ຢືມ​ຂັ້ນ​ສຸດ​ທ້າຍຂອງ​ເຢຍຣະມັນ ໃນ​ມູນ​ຄ່າ​ເກືອ​ບ
600 ລ້ານ​ດອນ​ລາ ທີ່​ບັນດາ​ເຈົ້າ​ໜ້າທີ່​ບັນ​ລະ​ຍາຍ​ວ່າ “ເປັນ
ເງິນ​ກູ້​ຢືມ​ທີ່​ສຳຄັນ”
​ເພື່ອ​ຈະ​ນຳ​ໄປໃຊ້​ໃນການ​ກໍ່ສ້າງ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​
ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມ​ນັ້ນຄືນ​ໃໝ່.

ເງິນ​ກູ້​ຢືມ​ດັ່ງກ່າວທີ່​ທ່ານ​ນາງ Merkel ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ກ່ອນ​ໜ້າ​ນັ້ນແມ່ນຕັ້ງເງື່ອນ
ໄຂໄວ້ ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງ​ລັດຖະບານ Kyiv ທີ່​ຈະ​ທຳ​ການ​ປະຕິ​ຮູບ​ດ້ານ​ເສດ
ຖະກິດ​ຢ່າງ​ກວ້າງຂວາງ ຊຶ່ງ​ເງິນ​ບາງ​ສ່ວນ​ ລັດຖະສະພາຊຸດ​ໃໝ່​ຂອງ​ຢູ​ເຄຣນໄດ້​ຮັບ​ຜ່ານ​
ເປັນ​ກົດໝາຍ​ແລ້ວ.

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ​ໃນ​ຂະນະ​ທີ່ປະທານາທິບໍດີ Joachim
Gauch ​ແຫ່ງ​ເຢຍຣະມັນໄດ້​ກະກຽມ​ທີ່​ຈະ​ພົບ​ປະ​ກັບ​ທ່ານ Yatsenyuk ພວກ Websi
es ຕ່າງໆ​ທີ່​ສຳຄັນ​ຂອງ​ລັດຖະບານໄດ້​ຖືກ​ໂຈມ​ຕີ ​ໂດຍ​ພວກລັກ​ເຈາະ​ເອົາ​ຂ່າວ​ຂໍ້​ມູນ ທີ່​ຮຽກຮ້ອງ​ໃຫ້​ລັດຖະບານ Berlin ຕັດ​ສາຍພົວພັນ​ກັບ​ລັດຖະບານ​ຢູ​ເຄຣນ.

ພວກ​ລັກ​ເຈາະ​ຂໍ້​ມູນ​ກຸ່ມ​ນຶ່ງ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຢູ່​ໃນ​ຖະ​ແຫຼ​ງ ການ​ສະບັບ​ນຶ່ງ​ທີ່
​ລົງ​ໃນ website ຂອງ​ຕົນ ​ໂດຍ​ກ່າວ​ຫາ​ທ່ານ Yatsenyuk ວ່າ ຊອກ​ຫາ​ເງິນ “ສິນ​ເຊື່ອ​ຫຼາຍຕື້​ດອນ​ລາ ຈາກ​ສະ ຫະພາບຢູ​ໂຣບ ​ແລະ​ກອງ​ທຶນ​ສາກົນ​ຫຼື IMF ​ເພື່ອ ຂະ
ຫຍາ​ຍສົງຄາມ​ອອກ​ໄປ ​ແລະ​ບໍ່​ແມ່ນເພື່ອບູລະນະສ້າງສາໂຄງ​ລ່າງ​ພື້ນຖານຂອງ
ປະ​ເທດ​ຂອງ​ພວກ​ເຮົາ ​ທີ່​ພັງ​ທະລາ​ຍລົງ​ນັ້ນ​ຄືນ​ໃໝ່.”

XS
SM
MD
LG