ເກົາຫຼີໃຕ້ ໄດ້ປະກາດແຜນການຈ່າຍເງິນຊົດເຊີຍໃຫ້ຜູ້ເຄາະຮ້າຍ ທີ່ຖືກບັງຄັບໃຫ້ເປັນແຮງງານ ໃນລະຫວ່າງສົງຄາມຂອງຍີ່ປຸ່ນ, ໂດຍມີຈຸດປະສົງເພື່ອຍຸຕິ “ວົງຈອນທີ່ຮ້າຍແຮງ” ໃນຄວາມສໍາພັນຂອງອໍານາດຢູ່ໃນຂົງເຂດເອເຊຍ ແລະເພີ້ມຄວາມພະຍາຍາມ ເພື່ອຮັບມືກັບອາວຸດນິວເຄລຍ ຂອງເກົາຫຼີເໜືອ, ອີງຕາມລາຍງານຂອງອົງການຂ່າວ AFP.
ສະຫະລັດ ແລະຍີ່ປຸ່ນ ມີຄວາມຍິນດີ ຕໍ່ການປະກາດດັ່ງກ່າວນັ້ນໃນທັນທີ, ແຕ່ກຸ່ມຂອງຜູ້ເຄາະຮ້າຍກ່າວວ່າ ພວກເຂົາຮູ້ສຶກວ່າບໍ່ຕ້ອງການຄວາມຂໍໂທດໃດໆຈາກລັດຖະບານໂຕກຽວ ແລະຄ່າຊົດເຊີຍໃດໆຈາກພາກສ່ວນຕ່າງໆຂອງຍີ່ປຸ່ນ ທີ່ກ່ຽວຂ້ອງກັບບັນຫານີ້ໂດຍກົງ.
ລັດຖະບານໂຊລ ແລະລັດຖະບານໂຕກຽວ ໄດ້ເພີ້ມການຮ່ວມມືທາງດ້ານຄວາມໝັ້ນຄົງແບບໄວວາ ເນື່ອງຈາກປະເຊີນໜ້າກັບການຂົ່ມຂູ່ທີ່ເພີ້ມຂຶ້ນ ຈາກລັດຖະ ບານເກົາຫຼີເໜືອຂອງກິມ ຈົງ ອຶນ, ເຊິ່ງກໍາລັງທ້າທາຍຕໍ່ການລົງໂທດ ຂອງອົງ ການສະຫະປະຊາຊາດ ດ້ວຍການຂະຫຍາຍໂຄງການອາວຸດນິວເຄລຍຂອງຕົນ.
ແຕ່ຄວາມສໍາພັນຂອງລັດຖະບານໂຊລ ແລະລັດຖະບານໂຕກຽວ ແມ່ນມີຄວາມເຄັ່ງຕຶງມາຍາວນານ ເນື່ອງຈາກການປົກຄອງທີ່ຮ້າຍແຮງຂອງລັດຖະບານໂຕກຽວ ໃນຍຸກອານານິຄົມຢູ່ແຫຼມເກົາຫຼີ ລະຫວ່າງປີ 1910-1945, ເຊິ່ງທັງສອງປະເທດ ບໍ່ສາມາດບັນລຸຂໍ້ຕົກລົງໃນຂັ້ນສຸດທ້າຍກັນໄດ້ ກ່ຽວກັບຂອບເຂດຂອງການຂໍໂທດ ແລະຄ່າຊົດເຊີຍຕ່າງໆ.
ອີງຕາມຂໍ້ມູນ ຈາກນະຄອນຫຼວງໂຊລເປີດເຜີຍວ່າ ມີປະຊາຊົນຊາວເກົາຫຼີປະ ມານ 780 ພົນຄົນ ໄດ້ຖືກບັງຄັບດ້ວຍການເກນໃຫ້ໄປເປັນແຮງງານໂດຍຍີ່ປຸ່ນ ໃນລະຫວ່າງການຢຶດຄອງ ຂອງປະເທດດັ່ງກ່າວໃນຊ່ວງ 35 ປີ.