ກຸງ Soul ເຂົ້າພົບ ເພື່ອຢື່ນສານປະທ້ວງຕໍ່ການທີ່ ສະມາຊິກ
ສະພາແລະເຈົ້າໜ້າທີ່ຂັ້ນສູງຂອງຍີ່ປຸ່ນ ໄດ້ເຂົ້າໄປສັກກາລະ
ບູຊາຫໍ Yasukuni ທີ່ເປັນສານເຈົ້າຂອງສາສະໜາຊິນໂຕ
ແລະເປັນຫົວຂໍ້ຂັດແຍ້ງກັນ ທີ່ຫຼາຍໆຄົນເຫັນວ່າ ເປັນສັນຍາ
ລັກຂອງການຮຸກຮານສະໄໝລ່າຫົວເມືອງຂຶ້ນຂອງຍີ່ປຸ່ນ.
ໄດ້ມີສະມາຊິກສະພາແຫ່ງຊາດຍີ່ປຸ່ນ ຫຼາຍກວ່າ 160 ທ່ານ
ໄປທໍາການເຄົາລົບຕໍ່ ຫໍ Yasukuni ໃນວັນພຸດວານນີ້.
ລັດຖະມົນຕີ 3 ທ່ານກໍໄດ້ເຂົ້າໄປທໍາການເຄົາລົບແບບດຽວ
ກັນ ທີ່ສານເຈົ້າຂອງສາສະໜາ Shinto ແຫ່ງນັ້ນ ໃນກຸງໂຕກຽວ ໃນອາທິດແລ້ວນີ້.
ຫໍດັ່ງກ່າວເປັນສະຖານທີ່ໃຫ້ກຽດແກ່ບັນດານັກລົບທີ່ລົ້ມຕາຍໃນສົງຄາມຍີ່ປຸ່ນ ຈໍານວນ
2 ລ້ານ 5 ແສນຄົນ ຊຶ່ງໂຮມທັງອາຊະຍາກອນສົງຄາມຈໍານວນນຶ່ງ ຈາກສົງຄາມໂລກຄັ້ງ
ທີ 2. ເກົາຫຼີໃຕ້ແລະຈີນ ສອງປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກການຮຸກຮານ
ຂອງຍີ່ປຸ່ນນັ້ນ ໄດ້ທໍາການປະທ້ວງເປັນປະຈໍາ ຕໍ່ການໄປທໍາການເຄົາລົບແລະຢ້ຽມຢາມດັ່ງ ກ່າວ.
ຮອງລັດຖະມົນຕີການຕ່າງປະເທດຂອງຂອງເກົາຫຼີໃຕ້ ທ່ານ Kim Kyou-hyun ກ່າວໃນ
ວັນພະຫັດມື້ນີ້ວ່າ ເອກອັກຄະລັດຖະທູດຍີ່ປູ່ນຖືກຮຽກຕົວໄປພົບ ເພື່ອໃຫ້ຮັບເອົາ ສານ
ປະທ້ວງຕໍ່ການໄປຢ້ຽມຢາມດັ່ງກ່າວ ແລະຮັບຊາບຄວາມເຫັນຂອງທ່ານນາຍົກລັດຖະ
ມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່ຽວກັບເລື້ອງນີ້.