ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ປະສົບຄວາມລົ້ມແຫຼວ ໃນການທົດລອງ ຍິງລູກສອນໄຟ


ພວກທະຫານສະແດງຄວາມຍິນດີຊົມເຊີຍຜູ້ນຳເກົາຫຼີເໜືອ ຄິມ ຈອງ ອຶນ, ພຽງຢາງ, ເກົາຫຼີເໜືອ. 9 ກັນຍາ 2016.
ພວກທະຫານສະແດງຄວາມຍິນດີຊົມເຊີຍຜູ້ນຳເກົາຫຼີເໜືອ ຄິມ ຈອງ ອຶນ, ພຽງຢາງ, ເກົາຫຼີເໜືອ. 9 ກັນຍາ 2016.

ສະຫະລັດ ແລະ ເກົາຫຼີໃຕ້ ກ່າວວ່າ ການທົດລອງຍິງລູກສອນໄຟຂອງ ເກົາຫຼີເໜືອ ໄດ້ຈົບ ລົງດ້ວຍຄວາມລົ້ມແຫຼວໃນວັນພຸດມື້ນີ້.

ໂຄສົກຂອງ​ກອງບັນຊາການເຂດມະຫາສະໝຸດ ປາຊີຟິກ ສະຫະລັດ ໄດ້ກ່າວວ່າ ລູກ
ສອນໄຟດັ່ງກ່າວປາກົດວ່າ ໄດ້ລະເບີດພາຍໃນບໍ່ເທົ່າໃດວິນາທີລຸນ​ຫລັງ​ທີ່ຍິງຂຶ້ນຈາກ
ແຫຼມ Kalma, ທາງພາກຕາເວັນອອກຂອງປະເທດ.

ກອງທັບຂອງ ເກົາຫຼີິໃຕ້ ໄດ້ກ່າວວ່າ ການທົດລອງຍິງທີ່ປາກົດຂຶ້ນນັ້ນບໍ່ໄດ້ດຳເນີນໄປ
ຢ່າງປົກກະຕິ.

ບໍ່ມີປະເທດໃດໄດ້ໃຫ້ຂໍ້ມູນວ່າ ລູກສອນໄຟທີ່ຖືກທົດລອງນັ້ນ ແມ່ນປະເພດໃດ, ແລະ ທັງ ສອງປະເທດໄດ້ກ່າວວ່າ ພວກເຂົາເຈົ້າກຳລັງສືບຕໍ່ວິເຄາະການທົດລອງຍິງນີ້ຢູ່.

ໃນຕົ້ນຂອງເດືອນນີ້, ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ 4 ລູກ ເຂົ້າໄປໃສ່ທະເລ
ຍີ່ປຸ່ນ ​ເພື່ອເປັນການຕອບໂຕ້ ຕໍ່ການຊ້ອມລົບຮ່ວມ​ທາງທະຫານ ປະຈຳປີ ລະຫວ່າງ ສະ
ຫະລັດ ແລະ ເກົາຫຼີໃຕ້, ເຊິ່ງ ເກົາຫຼີເໜືອ ເຫັນວ່າເປັນການກະກຽມເພື່ອ​ເຮັດສົງຄາມ.

ລູກສອນໄຟສາມລູກໄດ້ບິນໄປປະມານ 1,000 ກິໂລແມັດ ແລະຕົກ ລົງ​ໃສ່​ເຂດ​ນ່ານນ້ຳ ຂອງຍີ່ປຸ່ນ ອີງຕາມຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ທຳນຽບຫ້າ​ແຈ. ບັນດາເຈົ້າໜ້າທີ່ ສະຫະລັດ
ໄດ້ ກ່າວວ່າ ອາວຸດທີ່ວ່ານີ້ ເປັນລູກສອນໄຟໄລຍະໄກປານກາງ ເຊິ່ງບໍ່ໄດ້​ເປັນໄພຂົ່ມຂູ່
ຕໍ່ທະວີບ ອາເມຣິກາເໜືອ ແຕ່ຢ່າງໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

North Korea Missiles
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG