ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃນ​ຂະ​ນະ​ທີ່​ທ່ານ ບ​ລິງ​ເຄັນ ຢ້ຽມ​ຢາມ​ນະ​ຄອນຫຼວງ ໂຊ​ລ໌


ປະ​ຊາ​ຊົນ​ເບິ່ງ​ລາຍ​ການ​ຂ່າວ ທີ່​ລາຍ​ງານ ກ່ຽວ​ກັບ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອ, ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ໌, ເກົາຫຼີ​ໃຕ້, 25 ພຶດ​ສະ​ພາ 2022.
ປະ​ຊາ​ຊົນ​ເບິ່ງ​ລາຍ​ການ​ຂ່າວ ທີ່​ລາຍ​ງານ ກ່ຽວ​ກັບ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອ, ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ໌, ເກົາຫຼີ​ໃຕ້, 25 ພຶດ​ສະ​ພາ 2022.

ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ເຂົ້າ​ໃສ່​ທະ​ເລ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ສອງ​ເດືອນ​ ເມື່ອ​ວັນ​ຈັນ​ມື້ນີ້, ໃນ​ເວ​ລາ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ເດີນ​ທາງ​ໄປ​ນະ​ຄອນຫຼວງ ໂຊ​ລ໌ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ທີ່​ຖືກ​ຈັດ​ໂດຍ​ປະ​ທ​າ​ນາ​ທິ​ບໍ​ດີ ຢູນ ຊຸກ ຢອ​ລ ກ່ຽວ​ກັບ ການ​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ.

ກອງ​ທັບ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ​ນັ້ນ ​ຖືກ​ຍິງ​ໄປ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ. ຕຳຫຼວດ​ຍາມ​ຊາຍ​ຝັ່ງ​ຂອງ ຍີ່​ປຸ່ນ ໄດ້​ລາຍ​ງານ​ການ​ຍິງ​ສິ່ງ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ ປາ​ກົດ​ວ່າ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໂດຍ ເກົາຫຼີ​ເໜືອ ແລະ ໄດ້​ລະ​ບຸ​ວ່າ ​ມັນ​ໄດ້​ຕົກ​ລົງ​ແລ້ວ.

ຕໍ່​ມາ ຍີ່​ປຸ່ນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ກວດ​ພົບ​ສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລູກ​ທີ​ສອງ​ທີ່​ຍິງ​ໂດຍ ເກົາຫຼີ​ເໜືອ, ແລະ ໄດ້​ຕົກ​ຢູ່ນອກ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ກອງ​ທັບຂອງ ເກົາຫຼີ​ເໜືອ ໄດ້​ດຳ​ເນີນ​ການ​ຊ້ອມ​ໃຊ້​ອາ​ວຸດ​ທຳ​ມະ​ດາ​ໃນ​ສອງ​ສາ​ມ​ອາ​ທິດ​ທີ່​ຜ່ານ​ມາ, ເຊິ່ງ​ມັກ​ຈະ​ຖືກ​ຄວບ​ຄຸມດ້ວຍ​ຕົນ​ເອງ​ໂດຍ​ຜູ້​ນຳ​ຂອງປະ​ເທດ​ທີ່​ໂດດ​ດ່ຽວ​ນັ້ນ ທ່ານ ກິມ ຈົງ ອຶນ.

ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ໂດຍ​ ພຽງ​ຢາງ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ກອງ​ທັບ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ໄດ້​ດຳ​ເນີນ​ກາ​ນ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ປະ​ຈຳ​ປີຮ່ວມ​ກັນ ​ເປັນ​ເວ​ລາ 10 ວັນ​ ທີ່ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ພະ​ຫັດແລ້ວ​ນີ້.

ໃນ​ວັນ​ອາ​ທິດ​ວານນີ້, ກອງ​ທັບ ເກົາຫຼີ​ໃຕ້ ກໍ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ທາງ​ທະ​ເລ, ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ໂຈມ​ຕີ ແລະ ຍານ​ພາ​ຫະ​ນະ​ໂຈມ​ຕີ​ສະ​ເທືອນ​ນ້ຳ​ສະ​ເທືອນ​ບົກ ໃນ​ການ​ຊ້ອມ​ລົບ​ທີ່​ແນ​ໃສ່​ການ​ຂະ​ຫຍາຍ​ຈຳ​ນວນກອງ​ທະ​ຫານ ເພື່ອ​ເສີມ​ກຳ​ລັງ​ໃນບັນ​ດາ​ເກາະ​ທາງພາກ​ຕາ​ເວັນ​ຕົກ ​ໃກ້​ກັບ​ທະ​ເລ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເກົາຫຼີ​ເໜືອ, ເຊິ່ງ​ຖືກ​ຖິ້ມ​ລະ​ເບີດ​ໃສ່​ໂດຍ​ເກົາຫຼີ​ເໜືອ​ໃນ​ປີ 2010.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG