ເກົາຫຼີເໜືອແລະຈີນເລີ້ມການບໍລິການຂົນສົ່ງທາງລົດໄຟຄືນອີກໃນວັນຈັນວານນີ້ ຫຼັງຈາກໄດ້ຢຸດຊະງັກລົງເປັນເວລາ 5 ເດືອນ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ເກົາຫຼີໃຕ້ ໃນຂະນະທີ່ເກົາຫຼີເໜືອພວມດີ້ນຮົນເພື່ອຈະຟື້ນຟູເສດຖະກິດທີ່ໄດ້ຮັບຄວາມເສຍຫາຍຍ້ອນໂຣກລະບາດໄວຣັສໂຄໂຣນາ ການລົງໂທດຂອງອົງການສະຫະປະຊາຊາດ ແລະພາກສ່ວນອື່ນໆອີກ ອີງຕາມລາຍງານຂອງອົງການຂ່າວເອພີ.
ການເປີດຄືນບໍລິການຂົນສົ່ງທາງລົດໄຟ ມີຂຶ້ນໃນຂະນະທີ່ຜູ້ນຳເກົາຫຼີເໜືອທ່ານກິມ ຈົງ ອຶນ ໃນເດືອນແລ້ວນີ້ ໄດ້ກ່າວອ້າງແບບທີ່ໜ້າສົງໄສ ໃນການເອົາຊະນະໂຣກລະບາດໂຄວິດ-19 ແລະໄດ້ສັ່ງໃຫ້ມີຜ່ອນຜັນມາດຕະການຈຳກັດຮັດແຄບເພື່ອຄວບຄຸມເຊື້ອໄວຣັສດັ່ງກ່າວ.
ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ຊຶ່ງເປັນຜູ້ດູແລຄວາມສຳພັນກັບເກົາຫຼີເໜືອ ກ່າວວ່າ ຕົນໄດ້ປະເມີນວ່າການຂົນສົ່ງທາງລົດໄຟລະຫວ່າງເກົາຫຼີເໜືອກັບຈີນໄດ້ເລີ້ມຄືນອີງໃນວັນຈັນວານນີ້. ໂຄສົກ ໂຈ ຈຸງຮູນ ກ່າວວ່າ ການບໍລິການທາງລົດໄຟດັ່ງກ່າວຈະມີຂຶ້ນດົນປານໃດ ແລະມີສິນຄ້າປະເພດໃດແດ່ຖືກຂົນສົ່ງໄປນັ້ນ ແມ່ນຍັງຈະຕ້ອງໄດ້ລໍເບິ່ງກັນອີກຕໍ່ໄປ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານຫວັງ ເວັນບິນ ໄດ້ກ່າວໃນການຖະແຫຼງຂ່າວປະຈຳວັນໃນເວລາຕໍ່ມາວ່າ ຈີນ ແລະເກົາຫຼີເໜືອໄດ້ຕົກລົງຈະເລີ້ມການຂົນສົ່ງສິນຄ້າຂ້າມແດນລະຫວ່າງຫົວເມືອງຊາຍແດນຂອງພວກຕົນ “ອີງຕາມສົນທິສັນຍາຂ້າມແດນທີ່ກ່ຽວຂ້ອງແລະການປຶກສາຫາລືແບບເປັນມິດ. ອົງການຂ່າວຂອງທາງການເກົາຫຼີເໜືອຍັງບໍ່ໄດ້ໃຫ້ການຢືນຢັນໃນທັນທີເທື່ອກ່ຽວກັບການເລີ້ມບໍລິການຂົນສົ່ງສິນຄ້າຂ້າມແດນ.
ໃນຕອນເຊົ້າວັນຈັນວານນີ້ ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ ລາຍງານວ່າ ຕົນໄດ້ເຫັນຂະບວນລົດໄຟຂົນສົ່ງສິນຄ້າ ທີ່ມີຫຼາຍກວ່າ 10 ຕູ້ ອອກເດີນທາງຈາກເມືອງແດນດົງ ໃນເຂດຊາຍແດນຈີນ ແລະຂ້າມຂົວລົດໄຟເຂົ້າໄປໃນເຂດເມືອງຊິນນຸຍຈູຂອງເກົາຫຼີເໜືອ.
ກິມ ອິນ ຈຸງ ເບິ່ງຄືວ່າຕ້ອງການຢາກນຳເຂົ້າສິນຄ້າອຸບປະໂພກ-ບໍລິໂພກ ອຸບປະກອນກໍ່ສ້າງເຮືອນຊານບ້ານຊ່ອງໃນນະຄອນພຽງຢາງ ແລະໂຮງງານທັນສະໄໝສຳລັບເຂດຊົນນະບົດທີ່ສອກຫຼີກຫ່າງໄກ ແລະສິ່ງອື່ນໆອີກ ທີ່ພົວພັນກັບຄວາມຫວັງຂອງລາວ ທີ່ຈະປັບປຸງຊີວິດການເປັນຢູ່ຂອງຜູ້ຄົນ ນັ້ນຄືຄຳເວົ້າຂອງທ່ານລິມ ໂອນ ຈູລ ອາຈານສອນທີ່ສະຖາບັນການສຶກສາຕາເວັນອອກໄກຢູ່ມະຫາວິທະຍາໄລກຸງນາມ ໃນນະຄອນຫຼວງໂຊລ.