ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຄວາມສຳພັນທາງການທູດຂອງໂຊລ ກັບຮາວານາ ຖືກເບິ່ງວ່າເປັນຄວາມລົ້ມແຫຼວຂອງພຽງຢາງ


ແຟ້ມພາບ - ຕຶກຫ້ອງການປະທານາທິບໍດີຕຶກໃໝ່ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 9 ພຶດສະພາ 2022. ຫ້ອງການປະທານາທິບໍດີຂອງເກົາຫຼີໃຕ້ ກ່າວວ່າເຄື່ອນໄຫວຂອງປະເທດເພື່ອສ້າງຄວາມສຳພັນທາງການທູດກັບຄິວບາ ຈະສົ່ງຜົນກະທົບຕໍ່ຄູ່ແຂ່ງຂອງເກົາຫຼີໃຕ້ ຄືເກົາຫຼີເໜືອ.
ແຟ້ມພາບ - ຕຶກຫ້ອງການປະທານາທິບໍດີຕຶກໃໝ່ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 9 ພຶດສະພາ 2022. ຫ້ອງການປະທານາທິບໍດີຂອງເກົາຫຼີໃຕ້ ກ່າວວ່າເຄື່ອນໄຫວຂອງປະເທດເພື່ອສ້າງຄວາມສຳພັນທາງການທູດກັບຄິວບາ ຈະສົ່ງຜົນກະທົບຕໍ່ຄູ່ແຂ່ງຂອງເກົາຫຼີໃຕ້ ຄືເກົາຫຼີເໜືອ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ພົວພັນ​ທາງ​ການ​ທູດ​ທີ່​ສ້າງຂຶ້ນ​ໃໝ່​ ຂອງ​ ​ໂຊ​ລ ກັບຮາ​ວາ​ນາ ​ແມ່ນ​ເປັນ​ຄວາມລົ້ມແຫຼວ​ທາງ​ການ​ທູດ​ຂອງ​ເກົາຫລີ​ເໜືອ ຊຶ່ງເບິ່ງ​ວ່າ​ຄິວ​ບາ​ ເປັນ​ປະ​ເທດ​ອ້າຍ​ນ້ອງ.

​ເກົາຫຼີເໜືອ ​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບຄິວ​ບາ​ນັບ​ແຕ່​ປີ 1960, ​ແລະຄິວ​ບາຍັງມີ​ສະຖານທູດ​ຢູ່​ພຽງ​ຢາງ.

​ເກົາຫຼີໃຕ້ ບໍ່​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ຄິວ​ບາ​ມາ​ເປັນ​ເວລາ 65 ປີແລ້ວ, ​ແຕ່​ກະຊວງ​ການ​ຕ່າງປະ​ເທດ ເກົາຫຼີໃຕ້ ​ໄດ້​ປະກາດ​ວ່າ ​ຕົນໄດ້ເຫັນ​ດີ​ກັບຄິວ​ບາ ​ໃນ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ເມື່ອ​ຜູ້​ຕາງ​ໜ້າ​ປະຈຳ​ສະຫະ​ປະຊາ​ຊາດຂອງທັງສອງປະເທດ​ໄດ້​ພົບ​ປະກັນ​ຢູ່​ນິວຢອກ​ໃນ​ວັນ​ທີ 14 ກຸມພາ.

​ເກົາຫຼີ​ເໜືອ​ບໍ່​ໄດ້​ອອກ​ຖະ​ແຫຼງການ​ຕໍ່​ສາທາລະນະ​ກ່ຽວ​ກັບ​ສາຍ​ພົວພັນ​ທາງ​ການ​ທູດ​ຂອງ ເກົາຫຼີ​ໃຕ້ ກັບຄິວ​ບາ.

ທ່ານແອເວັນສ ຣີແວຣ (Evans Revere) ອະດີດ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ທີ່​ມີ​ປະສົບ​ການ​ຢ່າງ​ກວ້າງຂວາງ​ ໃນ​ການ​ເຈລະຈາ​ກັບ​ເກົາຫລີ​ເໜືອ ກ່າວ​ວ່າ: ການ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເຕັມຮູບແບບ ​ລະຫວ່າງ ເກົາ ຫຼີໃຕ້ ແລະຄິວບາ ຖືກເປັນຄວາມພ່າຍແພ້ທາງຈິດຕະວິທະຍາ ແລະ ດ້ານສັນຍາລັກສຳລັບເກົາຫຼີເໜືອ.”

ຊື່​ທາງ​ການ​ຂອງ​ເກົາ​ຫຼີ​ໃຕ້​ແມ່ນ ສາທາລະນະລັດ ເກົາຫຼີ​. ​ເກົາຫຼີ​ເໜືອ​ມີຊື່ທາງການວ່າ ສາທາລະນະ​ລັດ​ປະຊາທິປະ​ໄຕ ​ປະຊາຊົນ​ ເກົາຫຼີ​.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG