ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ມີ​ຫິ​ມະ​ຕົກ​ໜັກ​ ເປັນ​ປະ​ຫວັດ​ການ ພາຍ​ໃນ​ນຶ່ງວັນ ຂອງ​ເດືອນ​ທັນ​ວາ ໃນ​ຮອບ​ຫຼາຍ​ທົດ​ສະ​ວັດ


ຜູ້​ຄົນ​ພາ​ກັນ​ຍ່າງ​ຜ່ານ​ຫິ​ມະ​ທີ່​ຕົກ​ລົງ​ມາ ຢູ່​ເຂດ​ໂກ​ຢາງ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ເສົາ​ທີ 30 2023. ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ຂອງ​ເກົາ​ຫຼີ​ໃຕ້​ໄດ້​ອອກ​ຄຳ​ເຕືອນ ກ່ຽວ​ກັບ​ການ​ຕົກ​ລົງ​ມາ​ຢ່າງ​ໜັກ​ຂອງ​ຫິ​ມະ ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ແຫຼມ​ເກົາ​ຫຼີ.
ຜູ້​ຄົນ​ພາ​ກັນ​ຍ່າງ​ຜ່ານ​ຫິ​ມະ​ທີ່​ຕົກ​ລົງ​ມາ ຢູ່​ເຂດ​ໂກ​ຢາງ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ເສົາ​ທີ 30 2023. ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ຂອງ​ເກົາ​ຫຼີ​ໃຕ້​ໄດ້​ອອກ​ຄຳ​ເຕືອນ ກ່ຽວ​ກັບ​ການ​ຕົກ​ລົງ​ມາ​ຢ່າງ​ໜັກ​ຂອງ​ຫິ​ມະ ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ແຫຼມ​ເກົາ​ຫຼີ.

ມີຫິ​ມະ​ຕົກ​ໜັກ​ເປັນ​ປະ​ຫວັດ​ການພາຍ​ໃນເວ​ລາ​ນຶ່ງວັນ​ຢູ່​ນະ​ຄອນ​ຫຼວງ​ໂຊ​ລ ຂອງ ​ເກົາ​ຫຼີ​ໃຕ້ ​ສຳ​ລັບ​ເດືອນ​ທັນ​ວາ ໃນ​ຮອບ 40 ກວ່າ​ປີ ແຕ່​ກໍ​ບໍ່​ມີ​ລາຍ​ງານ​ໃດໆ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ຮ້າຍ​ແຮງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ຂ​ອງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ມີ​ຫິ​ມະ​ຕົກ 12.2 ຊັງ​ຕີ​ແມັດ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ໃນ​ມື້​ວັນ​ເສົາ​ຜ່ານ​ມາ ຊຶ່ງ​ເປັນ​ການ​ຕົກ​ລົງ​ມາ ​ຂອງ​ຫິ​ມະ​ໜັກ​ທີ່​ສຸດ ນັບ​ແຕ່​ປີ 1981 ເປັນ​ຕົ້ນ​ມາ.

ອົງ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ການ​ຕົກ​ລົງ​ມາ​ຂອງ​ຫິ​ມະ​ທີ່​ນະ​ຄອນ​ຫຼວງ​ໂຊ​ລ ​ແລະ​ແຫ່ງ​ອື່ນໆ​ໄດ້​ພາ​ໃຫ້​ເກີດ​ການ​ຕິດ​ຂັດ​ໃນ​ການ​ຈະ​ລາ​ຈອນ​ໄປ​ມາ ແຕ່​ກໍ​ບໍ່​ໄດ້​ມີ​ລາຍ​ງານ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ ຫຼື​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໃດໆ ​ທີ່​ມີ​ການ​ພົວ​ພັນ​ກັບ​ການ​ຕົກ​ລົງ​ມາ ​ຂອງ​ຫິ​ມະ.

SEOUL, South Korea (AP) — The South Korean capital, Seoul, has received the biggest single-day snowfall recorded in December for more than 40 years, but there have been no reports of any deadly incidents. The country’s weather agency said Sunday that 12.2 centimeters (4.8 inches) of snow fell on Seoul the previous day, the heaviest since 1981. South Korea’s safety agency said that the snow in Seoul and other areas caused traffic congestion, but no snowfall-related deaths or injuries have been reported.

XS
SM
MD
LG