ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊລ ກ່າວວ່າ ເກົາຫຼີເໜືອ ຍິງ 'ລູກສອນໄຟ ຂີປະນາວຸດ ທີ່ບໍ່ໄດ້ຖືກລະບຸປະເພດ'


ໜ້າຈໍໂທລະພາບ ສະແດງໃຫ້ເຫັນ ຮູບພາບຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານນີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 17 ພຶດສະພາ 2024.
ໜ້າຈໍໂທລະພາບ ສະແດງໃຫ້ເຫັນ ຮູບພາບຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານນີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 17 ພຶດສະພາ 2024.

ເກົາຫຼີເໜືອ ໄດ້ຍິງ “ລູກສອນໄຟຂີປະນາວຸດ ທີ່ບໍ່ລະບຸຕົວຕົນ” ຢ່າງໜ້ອຍນຶ່ງລູກ, ກອງທັບຂອງໂຊລ ກ່າວໃນວັນສຸກວານນີ້, ສອງສາມຊົ່ວໂມງ ຫຼັງຈາກນ້ອງສາວຜູ້ມີອຳນາດຂອງຜູ້ນຳ ກິມ ຈອງ ອຶນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ແຜ່ອອກໄປໃນວົງກວ້າງ ວ່າ ພຽງຢາງ ກຳລັງຈັດສົ່ງອາວຸດໄປໃຫ້ຣັດເຊຍ, ອີງຕາມອົງການຂ່າວ AFP.

ເກົາຫຼີເໜືອ “ຍິງລູກສອນໄຟຂີປະນາວຸດທີ່ບໍ່ໄດ້ລະບຸຕົວຕົນໄປສູ່ທະເລຕາເວັນອອກ”, ຫົວໜ້າເສນາທິການຮ່ວມຂອງ ໂຊລກ່າວ ໂດຍໝາຍເຖິງແຫຼ່ງນ້ຳທີ່ເອີ້ນກັນວ່າ ທະເລຍີ່ປຸ່ນ ນັ້ນ.

ໂຄສົກຊາວຍີ່ປຸ່ນຂອງໂທລະພາບ NHK, ອ້າງ​ອີງ​ເຖິງ​ແຫຼ່ງຂ່າວ​ຂອງ​ລັດຖະບານ, ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ “ປາກົດ​ວ່າ​ ເປັນລູກສອນໄຟ​ໄລຍະ​ສັ້ນ ​ແລະ​ໄດ້​ຕົກລົງເປັນທີ່ຮຽບຮ້ອຍ​ແລ້ວ.”

ການ​ຍິງ​ຄັ້ງ​ນີ້ ມີ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທ່ານ ນາງ ກິມ ໂຢ ຈອງ (Kim Yo Jong) ​ໄດ້​ກ່າວ​ຫາໂຊ​ລ ​ແລະ ວໍ​ຊິງ​ຕັນ ​ວ່າ "ເຮັດໃຫ້້ຄົນເຂົ້າໃຈຜິດ" ກ່ຽວ​ກັບເລື້ອງ​ດັ່ງກ່າວ ດ້ວຍ​ການ​ກ່າວ​ຫາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ພຽງ​ຢາງ ກຳລັງສົ່ງ​ອາວຸດ​ ໄປໃຫ້​ມົສກູ ເພື່ອ​ໃຊ້​ໃນ​ຢູ​ເຄຣນ.

ນາງກ່າວວ່າ "ອາວຸດຍຸດໂທປະກອນຂອງເກົາຫຼືເຫນືອ ລວມທັງເຄື່ອງຍິງຈະຫຼວດ ແລະລູກສອນໄຟຫຼາຍໆຊະນິດ ທີ່ພວກເຮົາສະແດງໃຫ້ເຫັນ ໃນບໍ່ດົນມານີ້ ແມ່ນຖືກຜະລິດເພື່ອປະຕິບັດພາລະກິດດຽວເທົ່ານັ້ນ ... ກໍຄືເພື່ອປ້ອງກັນບໍ່ໃຫ້ໂຊລ ມີຄວາມຄິດທີ່ບໍ່ເປັນປະໂຫຍດອັນໃດກໍຕາມ.”

ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້​ ແມ່ນ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ຫຼ້າ​ສຸດ​ນັບ​ແຕ່ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ ​ໂຊ​ລ ກ່າວ​ວ່າ ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ ອອກ​ຈາກ​ຝັ່ງ​ຕາ​ເວັນ​ອອກ​ຂອງພວກເຂົາ ໃນ​ວັນ​ທີ 22 ເມ​ສາ.

ເກົາຫຼີເໜືອຖືກກີດກັ້ນດ້ວຍການລົງໂທດຂອງອົງການສະຫະປະຊາຊາດຈາກການທົດສອບໃດໆກໍຕາມທີ່ນຳໃຊ້ເທັກໂນໂລຈີ ຂີປະນາວຸດ, ແຕ່ຣັດເຊຍທີ່ເປັນພັນທະມິດທີ່ສຳຄັນຂອງປະເທດ ໄດ້ໃຊ້ສິດໃນການຍັບຍັ້ງຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນມີນາ ເພື່ອໃຫ້ມີການຢຸດຕິການຕິດຕາມກວດກາການລະເມີດຂອງສະຫະປະຊາຊາດ, ເຊິ່ງພຽງຢາງໄດ້ຂອບໃຈ ມົສກູ ເປັນການສະເພາະ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG