ເຈົ້າໜ້າທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງໂຊລ໌ ກ່າວວ່າ ທະຫານເກົາຫຼີເໜືອ
ໄດ້ໂຕນໜີໄປຍັງເກົາຫຼີໃຕ້ ຂ້າມເຂດປອດທະຫານເຂົ້າໄປ.
ທະຫານ “ຍົດຊັ້ນຕ່ຳ” ຄົນດັ່ງກ່າວ ໄດ້ປາກົດຕົວຂຶ້ນມາຈາກໝອກໜາ ຕໍ່ໜ້າປ້ອມຍາມ
ປະມານ 8 ໂມງເຊົ້າໃນວັນພະຫັດມື້ນີ້ ອີງຕາມລາຍງານຂອງໜັງສືພຶມຢອງຮັບຂອງ
ເກົາຫຼີໃຕ້.ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ ບໍ່ໄດ້ມີການຍິງປືນໃສ່ ຈາກພວກ
ທະຫານເກົາຫຼີ
ເໜືອໃນເຫດການຫຼ້າສຸດນີ້, ບໍ່ຄືກັນກັບເຫດການທີ່ເກີດຂຶ້ນໃນເດືອນແລ້ວນີ້ ຕອນທີ່
ທະຫານເກົາຫຼີເໜືອໄດ້ຂັບລົດຈິບຕາມຖະໜົນທີ່ມີຕົ້ນໄມ້ປູກຕາມແນວທາງນັ້ນລົງມາ
ແລ້ວກໍແລ່ນຂ້າມເຂດປອດທະຫານ ຜ່ານຫ່າລູກກະສຸນປືນ ຢ່າງນ້ອຍ 40 ລູກ ຈາກອະດີດສະຫາຍຂອງຕົນ. ລາວໄດ້ຮັບບາດເຈັບຢ່າງນ້ອຍຈາກລູກກະສຸນປືນ 5 ລູກ.
ຜູ້ໂຕນໜີອອກຈາກປະເທດ ໃນເດືອນພະຈິກຜ່ານມານີ້ ສາມາດຕິດຕໍ່ຫາຄະນະ
ຮັກສາຄວາມສະງົບຮ່ວມຂອງເຂດປອດທະຫານ ທີ່ໄດ້ປະກອບຂຶ້ນໃນຊາຍແດນ
ໃຫ້ແກ່ພວກທີ່ລົບໜີລະຫວ່າງສອງເກົາຫຼີ ນັບຕັ້ງແຕ່ສົງຄາມເກົາຫຼີ ນັ້ນ ແລະໄດ້
ໃຊ້ຕຶກນັ້ນເປັນທີ່ກຳບັງ. ລາວໄດ້ຖືກຊ່ອຍເຫຼືອໄວ້ໄດ້ ຈາກພວກທະຫານເກົາຫຼີໃຕ້
ແລະຖືກນຳສົ່ງໂຮງພະຍາບານມະຫາວິທະຍາໄລອາຈຸ ໃນເມືອງຊູວອນ ໂດຍທາງ
ເຮືອບິນເຮລິຄອບເຕີຈາກກອງກຳລັງສະຫະລັດ ບ່ອນທີ່ລາວໄດ້ຮັບການຜ່າຕັດ
ຈາກບາດແຜນັ້ນ. ເຊື່ອກັນວ່າ ລາວຍັງໄດ້ຮັບການຮັກສາພະຍາບານຢູ່ທີ່ນັ້ນ.
ເຫດການໃນເດືອນພະຈິກ ແມ່ນເປັນການຍິງເທື່ອທຳອິດໃນເຂດປອດທະຫານ
ນັບຕັ້ງແຕ່ປີ 1984 ເປັນຕົ້ນມາ ຕອນທີ່ທັງສອງຝ່າຍ ໄດ້ເກີດການປະທະກັນນັ້ນ
ຕອນທີ່ຄົນສັນຊາດໂຊຫວຽດ ໄດ້ແລ່ນຂ້າມຊາຍແດນ ຂອງເຂດປອດທະຫານ
ແລ່ນຂ້າມຊາຍແດນມາຍັງເກົາຫຼີໃຕ້.
ການໂຕນໜີໃນວັນພະຫັດມື້ນີ້ ແມ່ນເປັນຄັ້ງທີ 4 ຂອງທະຫານເກົາຫຼີເໜືອ ຂ້າມຊາຍ
ແດນໃນເຂດປອດທະຫານມາ ໃນປີນີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ