ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຊລ ກ່າວວ່າ ເກົາຫຼີເໜືອ ເບິ່ງຄືວ່າ ໄດ້ຍິງ​ທົດ​ລອງ ລູກ​ສອນ​ໄຟ ແຕ່ໄດ້ລົ້ມ​ແຫຼວ​


North Korea Missle
please wait
Embed

No media source currently available

0:00 0:00:44 0:00

ເກົາຫຼີ​ເໜືອ​ ​ແມ່ນ​ເບິ່ງ​ຄືວ່າ ໄດ້ທຳ​ການຍິງ​ທົດ​ລອງລູກ​ສອນ​ໄຟ​ໄລຍະ​ປານ​ກາງ ແຕ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ ​ບໍ່​ເທົ່າ​ວິນາທີ ຫຼັງ​ຈາກ​ທີ່​ໄດ້​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ຊຶ່ງ​ນັ້ນ​ແມ່ນ​ເປັນ​ການ​ທົດ​ລອງ​ຄັ້ງ​ທີສອງ ທີ່ປະສົບ​ກັບ ​ຄວາມ​ລົ້ມ​ແຫຼວໃນ​ການທົດ​ລອງ ​ພຽງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

ກະຊວງ​ການ​ປ້ອງ​ກັນປະ​ເທດ​ເກົາຫຼີ​ໃຕ້ ​ໄດ້​ລາຍ​ງານ​ວ່າ ​ການ​ທົດ​ລອງລູກ​ສອນ​ໄຟ​ໄດ້ປະ ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ ​ໃນ​ວັນ​ພະຫັດ​ມື້​ນີ້. ​ເຫດການ​ທີ່​ວ່າ​ນີ້​ແມ່ນ​ມີ​ຂຶ້ນ ກ່ອນ​ກອງ​ປະຊຸ​ມ​ໃຫຍ່ຂອງ​ພັກ ​ໃນ​ສັບປະດາ​ໜ້າ​ນີ້ ​ທີ່ພຽງ​ຢາງ.

ກະຊວງ​ການ​ປ້ອງ​ກັນ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອມີ​ທ່າ​ທາງ​ວ່າ ​ຈະພະຍາ ຍາມຍິງ​ທົດ​ລອງລູກ​ສອນ​ໄຟໄລຍະ​ປານ​ກາງ ​Musudan ຊະນິດໃໝ່​ຂອງ​ຕົນ ທີ່ສາມາດ ໃຊ້ຍິງໄປໃສ່ຖານທັບ​ຕ່າງໆ​ຂອງ​ສະຫະລັດໃນ​ພາກ​ພື້ນ​ເອ​ເຊຍ ​ໃນ​ຂົງ​ເຂດ​ມະ​ຫາ​ສະມຸດ ປາຊິຟິກ ​ໄດ້​ນັ້ນ.

ການ​ທົດ​ລອງ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທາງ​ເກົາ​ຫຼີ​ໃຕ້​ແ​ລະສະຫະລັດ ທຳ​ການ​ຊ້ອມ​ລົບ​ຮ່ວມທາງທະ​ຫານປະຈຳ​ປີ ຊຶ່ງ​ທາງ​ເກົາຫຼີ​ເໜືອກ່າວ​ຫາ​ວ່າ ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ນັ້ນ.

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG