ເອກອັກຄະລັດຖະທູດສະຫະລັດປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ ກ່າວ
ວ່າ ແມ່ນເກົາຫຼີເໜືອທີ່ເລື່ອນການພົບປະລະດັບສູງກັບວໍຊິງຕັນທີ່ຈະຈັດຂຶ້ນໃນອາ
ທິດນີ້.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວມີກຳນົດວ່າ ຈະພົບປະກັບ
ທ່ານກິມ ຢົງ ໂຈລ ທີ່ປຶກສາອາວຸໂສແກ່ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນວັນພະ
ຫັດວານນີ້ ເພື່ອສົນທະນາກັນໃນເລື້ອງທີ່ຈະເຮັດໃຫ້ຂັ້ນຕໍ່ໄປ ເພື່ອປະຕິບັດຕາມຂໍ້ຕົກ
ລົງທີ່ບໍ່ມີຄວາມຊັດເຈນທີ່ເຊັນກັນໃນເດືອນມິຖຸນາໂດຍ ທ່ານກິມ ກັບປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ຢູ່ໃນກອງປະຊຸມສຸດຍອດຂອງພວກເພິ່ນທີ່ຮຽກຮ້ອງ
ໃຫ້ພຽງຢາງຍົກເລີກໂຄງການອາວຸດນິວເຄລຍ.
ທ່ານນາງ ເຮລີ ທີ່ກ່າວຕໍ່ບັນດານັກຂ່າວກ່ອນ ແລະຫຼັງຈາກກອງປະຊຸມປິດປະຕູຂອງ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ ການເລື່ອນກອງ
ປະຊຸມດັ່ງກ່າວໂດຍກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າມັນມີບັນຫາສຳຄັນ ອັນໃດ” ໃນ
ເລື້ອງການເລື່ອນນີ້.
ແຕ່ ທ່ານນາງຍັງໄດ້ໃຊ້ເວລາປະນາມຣັດເຊຍ ທີ່ຢາກຈະຍົກເລີກການລົງໂທດທາງ
ດ້ານທະລະກິດທະນາຄານທີ່ວາງໄວ້ຕໍ່ເກົາຫຼີເໜືອ. ທ່ານນາງກ່າວຢ່າງເປັນໄນໆ ວ່າ
ໂດຍການໃຊ້ວິທີການ “ຫົວກາຣົດ ແລະໄມ້ແສ້” ຊຶ່ງໝາຍເຖິງ “ການໃຊ້ທັງໄມ້ອ່ອນ
ແລະໄມ້ແຂງ” ນັ້ນ ສະຫະລັດໄດ້ພະຍາຍາມ ແລະໄດ້ເຮັດໃຫ້ໂຄງການນິວເຄລຍ
ຂອງພຽງຢາງຫລຸດລົງ. ແລະເວົ້າວ່າ “ພວກເຮົາໄດ້ເອົາຫົວກາຣົດໃຫ້ ຈົນຮອດເທົ່າ
ປັດຈຸບັນນີ້. ພວກເຮົາຈະບໍ່ຍອມທີ່ຈະວາງໄມ້ແສ້ລົງ ເພາະວ່າເຂົາເຈົ້າຍັງບໍ່ໄດ້ເຮັດ
ຫຍັງ ເພື່ອເປັນການຄ້ຳປະກັນວ່າຈະຍົກເລີກການລົງໂທດເທື່ອ.”
ຢູ່ໃນກອງປະຊຸມນັກຂ່າວທີ່ທຳນຽບຂາວໃນວັນພຸດທີ່ຜ່ານມາ ປະທານາທິບໍດີທຣຳ
ກ່າວວ່າທ່ານບໍ່ “ຮີບຮ້ອນ” ເຮັດໃຫ້ມາການເຈລະຈາຂໍ້ຕົກລົງເສັດສິ້ນລົງ.
ປະທານາທິບໍດີທຣຳ ກ່າວວ່າ “ຂ້າພະເຈົ້າຢາກຈະຍົກເລີກການລົງໂທດນັ້ນຫລາຍທີ່
ສຸດ ແຕ່ເຂົາເຈົ້າຕ້ອງສະແດງການຕອບຮັບກັບຄືນເໝືອນກັນ. ມັນແມ່ນການພົບກັນ
ຢູ່ເຄິ່ງທາງທີ່ເດີນມາຈາກສອງສົ້ນ.”
ທັງສອງປະເທດ ຣັດເຊຍ ແລະຈີນ ໄດ້ກ່າວວ່າ ເຂົາເຈົ້າເຊື່ອວ່າ ເກົາຫຼີເໜືອສົມ
ຄວນໄດ້ຮັບລາງວັນ ທີ່ໄດ້ຢຸດຕິການທົດລອງລູກສອນໄຟ ແລະເປີດການສົນທະນາ
ກັບສະຫະລັດໄດ້. ແຕ່ວໍຊິງຕັນ ແລະບັນດາປະເທດມະຫາອຳນາດຕາເວັນຕົກອື່ນໆ
ກ່າວວ່າການລົງໂທດຕ້ອງໄດ້ຖືກປະຕິບັດຈົນກວ່າວ່າຈະບໍ່ມີອາວຸດນິວເຄລຍອີກຕໍ່ໄປ.
ເກົາຫຼີເໜືອໄດ້ເຕືອນອາທິດແລ້ວນີ້ວ່າ ຕົນຈະພິຈາລະນາຟື້ນຟູໂຄງການອາວຸດນິວ
ເຄລຍຂອງຕົນຄືນອີກຖ້າຫາກສະຫະລັດບໍ່ໄດ້ຍົກເລີກລົງການລົງໂທດເສດຖະກິດ
ທີ່ອ່ອນເພຍເພື່ອຕ້ານການປົກຄອງຂອງຕົນ. ເກົາຫຼີເໜືອຍັງຊອກຫາທາງລົງນາມສັນ
ຕິພາບກັບສະຫະລັດ ແລະເກົາຫຼີໃຕ້ ເພື່ອເຮັດໃຫ້ສົງຄາມເກົາຫຼີ 1950-1953 ທີ່ໄດ້
ແບ່ງແຍກປະເທດຄອມມິວນິສເກົາຫຼີເໜືອ ແລະປະຊາທິປະໄຕເກົາຫຼີໃຕ້ ນັ້ນສິ້ນສຸດ
ລົງຢ່າງເປັນທາງການ.
ອ່ານຂ່າວນີ້ເພີ້ມເປັນພາສາອາງກິດ