ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານເຈກ ຊູລີວານ (Jake Sullivan) ແລະ ຄູ່ຕຳແໜ່ງຝ່າຍ ຈີນ ທ່ານ ຫວັງ ຢີ (Wang Yi) ໄດ້ສົນທະນາກັນ ໃນວັນພຸດ ແລະວັນພະຫັດ ທີ່ນະຄອນວຽນນາ. ການພົບປະຄັ້ງນີ້ ມີຂຶ້ນໃນຂະນະທີ່ວໍຊິງຕັນ ແລະປັກກິ່ງກະກຽມໃຫ້ມີການພົບປະລະຫວ່າງເຈົ້າໜ້າທີ່ຂັ້ນສູງແບບເຊິ່ງໜ້າ ແລະ ໃນຂະນະທີ່ສະຫະລັດ ພະຍາຍາມຊອກຫາການສື່ສານຢ່າງເປີດກວ້າງກັບຈີນ ໃນທ່າມກາງຄວາມສຳພັນທີ່ເຄັ່ງຕຶງ.
ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຄົນນຶ່ງ ໄດ້ບັນລະຍາຍການພົບປະທີ່ຫຼາຍກວ່າ 8 ຊົ່ວໂມງໃນສອງມື້ນີ້ວ່າ "ກົງໄປກົງມາ, ມີເນື້ອໄນ ແລະສ້າງສັນ", ໂດຍກວມເອົາບັນຫາລວມທັງຜູ້ຖືກກັກຂັງຊາວອາເມລິກາ ທີ່ສະຫະລັດກ່າວວ່າ ມີຂຶ້ນຢ່າງບໍ່ຍຸດຕິທຳໃນຈີນ ແລະຄວາມກັງວົນກ່ຽວກັບບັນຫາຂ້າມຊາດ ເຊັ່ນຢາເສບຕິດ, ຄວາມໝັ້ນຄົງຂອງໂລກ ແລະພາກພື້ນ, ການບຸກລຸກຢູເຄຣນຂອງຣັດເຊຍ ແລະ ບັນຫາໄຕ້ຫວັນ.
ທັງເຈົ້າໜ້າທີ່ສະຫະລັດ ແລະຈີນ ກ່າວວ່າ ມີຄວາມຈຳເປັນ ໃນການຮັກສາສະຖຽນລະພາບຂອງການພົວພັນລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ. ຄວາມສຳພັນນັບມື້ນັບເຄັ່ງຕຶງໃນຫຼາຍເດືອນຜ່ານມາ ກ່ຽວກັບບັນ ຫາຄວາມໝັ້ນຄົງ, ການຄ້າ ແລະເທັກໂນໂລຈີ, ໄຕ້ຫວັນ ແລະ ທະເລຈີນໃຕ້.
ຫຼັງຈາກກອງທັບສະຫະລັດ ໄດ້ຍິງບາລລູນສອດແນມຂອງຈີນ ທີ່ລອຍຢູ່ເທິງ ນ່ານຟ້າຂອງສະຫະລັດ ໃນເດືອນກຸມພາທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໄດ້ເລື່ອນເວລາເດີນທາງໄປປັກກິ່ງ.