ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ອະວຸໂສ ເວເນຊູເອລາ ປະຈຳ ສປຊ ລາອອກ


ເອກອັກຄະລັດຖະທູດ Venezuela ທ່ານ Rafael Ramirez ກ່າວຕໍ່ກອງປະຊຸມນັກຂ່າວ.
ເອກອັກຄະລັດຖະທູດ Venezuela ທ່ານ Rafael Ramirez ກ່າວຕໍ່ກອງປະຊຸມນັກຂ່າວ.

ນັກກ​ານທູດອະວຸ​ໂສ​ຄົນ​ນຶ່ງ ຂອງ Venezuela ທີ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ​
ໄດ້​ລາ​ອອກ​ໂດຍກ່າວ​ເຖິງການ​ປາບ​ປາມພົນລະ​ເຮືອນຢ່າງ​ເປັນລະບົບວ່າ “ການ​ກໍ່
​ການ​ຮ້າຍ​ຂອງລັດຖະບານ” ​ແລະ​ລະ​ເມີດ​ຕໍ່​ລັດຖະທຳ​ມະນູນ​ໂດ​ຍລັດຖະບານ​ຂອງ
ປະທານາທິບໍດີ Nicholas Maduro.

​ໃນ​ການກ່າວ​ຕໍ່​ອົງການ​ຂ່າວ AP ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ ທ່ານ Isaias Medina
ກ່າວ​ວ່າ Venezuela “​ເປັນ​ປະ​ເທດ​ ທີ່​ລົ້ມ​ແຫລວ” ​ໂດຍ​ກ່າວ​ເພີ່ມຕື່ມ​ວ່າ​ “ນີ້​ເປັນ
ລັດຖະບານ​ທີ່​ຫລົບລີ້ໜີ​ກົດໝາຍ ​ແລະ​ເປັນ​ຜະ​ເດັດ​ການ​ທີ່​ສຸດ ທ່ານ Maduro ບໍ່​ມີ​
ສິດ​ທີ່​ຈະ​ຢູ່​ໃນ​ຕຳ​ແໜ່​ງນັ້ນ​.”

ທ່ານ Medina ​ເປັນ​ນັກ​ກົດໝາຍສາກົນ ຊ່ຽວຊານ​ໃນບັນຫາ​ສິ່ງ​ແວດ​ລ້ອມ ​ຊຶ່ງ​ເປັນ​ທີ່​
ປຶກສາ​ ​ໃຫ້​ແກ່ຄະນະ​ຜູ້ຕາງໜ້າ​ຂອງ Venezuela ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ຮຽກ
ຮ້ອງ​ໃຫ້​ປະທານາທິບໍດີ Maduro “ອອກ​ຈາກ​ໜ້າ​ທີ່ ​ເພື່ອ​ໃຫ້​ສາມາດຕັ້ງລັດຖະບານ
ຊຸດ​ໃໝ່​ ​ແລະໃຫ້​ເຂົາ​ເຈົ້າ​ເລີ້ມປະຕິບັດ​ງານໄດ້.”

​ເອກ​ອັກຄະ​ລັດຖະທູດ​ Venezuela ປະຈຳ​ສະຫະ​ປະຊາ​ຊາດ ກ່າວວ່າ ທ່ານ Medina
​ໄດ້​ຖືກ​ໄລ່ອອກ​ໃນ​ຖານ​ບໍ່​ສື່​ສັດ.

ຢູ່​ຕາມ​ໂຕ​ເມືອງ​ຕ່າງໆ​ໃນ​ທົ່ວປະ​ເທດ Venezuela ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ມີ​ການ​
ນຳ​ໃຊ້ງ່າ​ໄມ້ ສາຍ​ໄຟຟ້າ ຂີ້​ເຫ​ຍື່ອແລະໂຕະ​ຕັ່ງ ​ມາເປັນ​ສິ່ງ​ຂີດ​ຂວາງເພື່ອ ຕັນຖະໜົນ​
ຫົນທາງ ​ໃນ​ຂະນະ​ທີ່ຊາວ Venezuela ​ສະໜອງ​ຕອບ​ຕໍ່​ການ​ຮຽກຮ້ອງ​ຂອງ​ພວກ​ຝ່າຍ
ຄ້ານ​ ທີ່​ໃຫ້​ມີ​ການ​ຢຸດ​ງານຕໍ່​ຕ້ານ​ລັດຖະບານ​ຂອງ​ປະທານາ ທິບໍດີ Nicolas Maduro.

ພວກ​ປະ​ທ້ວງ​ປະ​ທະ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຢູ່ໃນບາງ​ເຂດ. ​ກຸ່ມ​ໃສ່​ໜ້າ​ກາກ​ທີ່​ເປັນ​
ຊາຍ​ໜຸ່ມ ພາກັນ​ຈູດ​ໄຟ​ຈຳນວນ​ນຶ່ງຕັນ​ຖະໜົນຫົນທາງ ​ແລະ​ແກ​ວ່ງກ້ອນ​ຫີນ​ເຂົ້າ​ໃສ່
ຕຳຫລວດ​ປາບຈະລາ​ຈົນ ທີ່​ຍິງ​ແກັສນໍ້າ​ຕາຄືນ​ໃສ່​ພວກ​ເຂົາ​ເຈົ້າ.

ຜູ້​ຊາຍ​ອາຍຸ 24 ປີ​ຄົນ​ນຶ່ງໄດ້ເສຍ​ຊີວິດ ​ແລະ​ອີກ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ ຫລັງ​ຈາກ
​ຄວາ​ມຮຸນ​ແຮງ​ລະ​ເບີ​ດ​ຂຶ້ນ ​ໃນລະຫວ່າງ​ການ​ປະ​ທ້ວງ​ຢູ່​ນອກນະຄອນຫຼວງ Caracas
ອີງ​ຕາມ​ບັນດາ​ໄອ​ຍະ​ການ.

ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ຍັງ​ໄດ້​ຈູດ​ປ້ອມຍາມ​ຕຳຫລວດ​ແຫ່ງ​ນຶ່ງ. ມີ​ການ​ຈັບ​ກຸມ​ຫລາຍໆ​ຄົນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Venezuela Crisis
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG