ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ກົດດັນໃຫ້ ລັດຖະບານ ເປີດເຜີຍ ການກວດກາ ກ່ຽວກັບ ຂໍ້ຕົກລົງນິວ​ເຄລຍ ກັບ ອີຣ່ານ


US Congress Iran
please wait
Embed

No media source currently available

0:00 0:00:50 0:00

ລັດຖະສະພາ​ສະຫະລັດ ກົດ​ດັນ​ໃຫ້ເຈົ້າ​ໜ້າ​ທີ່​ຄົນສຳຄັນໆຂອງ
ລັດຖະບານສະຫະລັດ ​ໃນ​ວັນ​ພຸດ​ວານ​ນີ້ ​ໃຫ້​ລາຍ​ລະອຽດ​ກ່ຽວ​
ກັບ​ລະບົບການກວດກາ​ນາໆ​ຊາດ ທີ່​ຈະ​ບັງຄັບໃຊ້ໃນຂໍ້​ຕົກລົງ​
ນິວ​ເຄລຍທີ່​ສຳຄັນ​ປະຫວັດສາດ​ກັບອິຣ່ານ.

​ໃນ​ການແລກປ່ຽນທີ່ເພັດຮ້ອນ ສອດຄ່ອງກັບ​ການຕ້ອນຮັບ
ຢ່າງເຢັນຊາຂອງລັດຖະສະພາ​ຕໍ່ ​ຂໍ້​ຕົກລົງ​ນີ້​ ປະທານຄະນະ
​ກຳມະການ​ກອງທັບ​ຂອງສະພາສູງ ທ່ານ John McCain
ສັງກັດ​ພັກ Republicn ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຂຸ້ນ​ເຄືອງ
​ທີ່ທາງ​ລັດຖະສະພາ​ບໍ່​ສາມາດ​ກວດກາ​ເບິ່ງ​ຂໍ້​ຕົກລົງ​ຕ່າງໆ
ລະຫວ່າງ Tehran ​ແລະ​ອົງການພະລັງງານ​ປະລະມະ​ນູສາກົນໄດ້.

ທ່ານ McCain ​ໄດ້​ກ່າວ​ວ່າ: “ກົດ​ລະບຽບ​ການ​ຕ່າງໆເຫຼົ່າ​ນັ້ນ​ແມ່ນ​ສຳຄັນຫຼາຍ ພວກ​ເຮົາ
ຮູ້ວ່າບໍ່ວ່າຂໍ້​ຕົກລົງ​ໃດ​ໆກໍ​ຕາມ ກັບປະ​ເທດ ​ເຊັ່ນ​ອິຣ່ານນີ້ ຜີມານແມ່ນ​ຢູ່​ໃນ​ລາຍ​ລະອຽດ​ຕ່າງໆ​ນັ້ນ​.”

ໃນການ​ໃຫ້​ການ ຄຽງ​ຂ້າງກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ລັດຖະມົນຕີປ້ອງ​ກັນປະ​ເທດທ່ານ Ash Carter, ລັດຖະມົນຕີການ​ເງິນ​ທ່ານ Jacob Lew ແລະປະທານ​ເສນາ​ທິການ​ຮ່ວມ ທ່ານ Martin Dempsey, ລັດຖະມົນຕີພະລັງງານ​ທ່ານ Ernest Moniz ​ໄດ້​ກ່າວ​ວ່າ “ສ່ວນ​ຕົວ​ແລ້ວ​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເຫັນ​ເອກະສານ​
ພວກ​ນີ້​ເທື່ຶ​ອ.”

ປະທານ​ເສນາ​ທິການ​ຮ່ວມ ທ່ານ Martin Dempsey (ຂວາ), ລັດຖະມົນຕີພະລັງ ງານ​ທ່ານ Ernest Moniz (ຊ້າຍ), Washington, 29 ກໍລະກົດ, 2015.
ປະທານ​ເສນາ​ທິການ​ຮ່ວມ ທ່ານ Martin Dempsey (ຂວາ), ລັດຖະມົນຕີພະລັງ ງານ​ທ່ານ Ernest Moniz (ຊ້າຍ), Washington, 29 ກໍລະກົດ, 2015.

ທ່ານ McCain ​ໄດ້​ກ່າວ​ຕັດ​ວ່າ: “​ເວົ້າ​ຕາມ​ຄວາມ​ຈິງ​ແບບ​ຕົງໆ​ກັບ​ທ່ານ ນີ້​ແມ່ນ​ເປັນ​ເລື່ອງ​ຕົກ​ໃຈທີ່​ທ່ານ​ຍັງ​ບໍ່​ທັນ​ໄດ້​ເຫັນ​ເອກະ​ສານ ກ່ຽວກັບການ​ກວດພິສູດທີ່ມີການບັງຄັບນັ້ນ”

ທ່ານ Moniz ​ໄດ້​ກ່າວ​ຕ້ອບ​ໂຕ້ວ່າ: “ສິ່ງທີ່​ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້​ກໍ​ແມ່ນ​ວ່າ ຂໍ້​ຕົກລົງ​ນີ້ ​ແມ່ນຕ້ອງ​ໄດ້​ໃຫ້​ທາງ​ອິຣ່ານ​ປະສານ​ງານ​ກັບ​ອົງ​ການປະລະມາ​ນູສາກົນ ​ແລະນີ້ແມ່ນ​ມາດ ຕະຖານກາປະຕິບັດແບບມາດຕະຖານຂອງອົງ​ການປະລະມານູສາກົນ ​ຊຶ່ງການ​ເປັນ​ອິດສະ
ຫຼະຂອງອົງການດັ່ງກ່າວ ແມ່ນ​ສຳຄັນ​ສຳຫຼັບພວກ​ເຮົາ​ທັງໝົດ.”

ທ່ານ McCain ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: “ສິ່ງ​ທີ່​ສຳຄັນ​ຕໍ່ພວກ​ເຮົາ​ທັງໝົດນັ້ນ​ ທ່ານລັດຖະມົນຕີ​
ການ​ຕ່າງປະ​ເທດ
ແມ່ນວ່າ ພວກ​ເຮົາ​ຕ້ອງ​ໄດ້​ກວດພິສູດເບິ່ງ ​ແລະ​ກຳກັບ​ກິດຈະກຳ​ຕ່າງໆ​ຂອງ​ອິຣ່ານ ​ເພາະວ່າ​ ພວກເຂົາເຈົ້າແມ່ນຈະແຈ້ງ ມີປະຫວັດທີ່ຂີ້ລັກ...ພວກ​ເຮົາ​ຄວນ​ທີ່​ຈະ​ໄດ້​ເຫັນເຄື່ອງມືຕ່າງໆ ໃນການກວດພິສູດ.”

XS
SM
MD
LG